ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ອົງ​ການ​ຕ່າງໆ​ຂອງ ສ​ປ​ຊ ແລະ ການ​ກຸ​ສົນ​ສາ​ກົນ ຮຽກ​ຮ້ອງ​​ໃຫ້​ມີການ​ຢຸດ​ຍິງ ​ດ້ານ​ມະ​ນຸດ​ສະ​ທຳ ໃນ​ເຂດ ກາ​ຊາ


​ຊາວ​ປາ​ແລັ​ສ​ໄຕ​ນ໌ ເຕົ້າ​ໂຮ​ມກັນໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ໄວ້​ອາ​ໄສ​ສຳ​ລັບ​ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ການ​ລະ​ດົມ​ຍິງ​ຂອງ ອິ​ສ​ຣາ​ແອ​ລ ໃນ​ເມືອງ ແດ ບາ​ລາ ໃນ​ໃຈ​ກາງ​ຂອງ​ເຂດ​ກາ​ຊາ, ຢູ່​ໂຮງ​ໝໍ ຊູ​ຮາ​ດາ ອາ​ລ-ອັກ​ຊາ, 6 ພະ​ຈິກ 2023.
​ຊາວ​ປາ​ແລັ​ສ​ໄຕ​ນ໌ ເຕົ້າ​ໂຮ​ມກັນໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ໄວ້​ອາ​ໄສ​ສຳ​ລັບ​ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ການ​ລະ​ດົມ​ຍິງ​ຂອງ ອິ​ສ​ຣາ​ແອ​ລ ໃນ​ເມືອງ ແດ ບາ​ລາ ໃນ​ໃຈ​ກາງ​ຂອງ​ເຂດ​ກາ​ຊາ, ຢູ່​ໂຮງ​ໝໍ ຊູ​ຮາ​ດາ ອາ​ລ-ອັກ​ຊາ, 6 ພະ​ຈິກ 2023.

ອົງ​ກາ​ນ​ຕ່າງໆ​ຂອງ​ສະ​ຫະ​ປະ​ຊາ​ຊາດ ແລະ ການ​ກຸ​ສົນ​ສາ​ກົນ​ທັງຫຼາຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ທີ່​ບໍ່​ຄ່ອຍ​ເກີດ​ຂຶ້ນ​ ເພື່ອ​ຮຽກ​ຮ້ອງໃຫ້​ມີການ​ຢຸດ​ຍິງ​ໃນ​ທັນ​ທີ ຢູ່​ເຂດ ກາ​ຊາ.

ຖະ​ແຫຼງ​ການ​ໄດ້​ກ່າວ​ວ່າ “ເປັນ​ເວ​ລາ​ເກືອບ​ນຶ່ງ​ເດືອນ, ໂລກ​ໄດ້​ເບິ່ງ​ສະ​ຖາ​ນະ​ການ​ທີ່​ແຜ່ກວ້າງ​ອອກ​ໃນ ອິ​ສ​ຣາ​ແອ​ລ ແລະ ດິນ​ແດນ ປາ​ແລັ​ສ​ໄຕ​ນ໌ ທີ່​ຖືກ​ປົກ​ຄອງ​ດ້ວຍ​ຄວາມ​ຕົກ​ໃຈ ແລະ ເປັນ​ຕາ​ຢ້ານ ກັບ​ຈຳ​ນວນ​ຊີ​ວິດ​ທີ່​ໄດ້​ສູນ​ເສຍ ແລະ ແຕກ​ແຍກ​ສືບ​ຕໍ່​ເພີ່ມ​ຂຶ້ນ.”

ຖະ​ແຫຼງ​ການ​ເວົ້າ​ວ່າ “ປະ​ຊາ​ຊົນຫຼາຍ​ສິບ​ພັນ​ຄົນ​ໄດ້​ສູນ​ເສຍ​ທີ່​ຢູ່​ອາ​ໄສ. ນີ້​ແມ່ນ​ເປັນ​ຕາ​ຢ້ານຫຼາຍ.”

ກຸ່ມ​ດັ່ງ​ກ່າວ​ໄດ້​ຢ້ຳ​ວ່າ​ປະ​ຊາ​ຊົນ​ຢ່າງ​ໜ້ອຍ 1,400 ຄົນ​ຖືກ​ຂ້າ​ຕາຍ​ໃນ ອິ​ສ​ຣາ​ແອ​ລ ແລະ ຫຼາຍກວ່າ 200 ຄົນ​ຖືກ​ຈັບ​ເປັນ​ຕົວ​ປະ​ກັນ.

ອົງ​ການ​ທັງຫຼາຍ​ໄດ້​ກ່າວ​ວ່າ “ການ​ເຂັ່ນ​ຂ້າ​ພົນ​ລະ​ເຮືອນ​ທີ່​ເປັນ​ຕາ​ຢ້ານ​ຍິ່ງຫຼາຍກວ່າ​ນັ້ນ​ໃນ​ເຂດ ກາ​ຊາ ແມ່ນ​ການ​ຄຽດ​ແຄ້ນ, ໃນ​ຂະ​ນະ​ທີ່​ໄດ້​ຕັດ​ຊາວ ປາ​ແລັ​ສ​ໄຕ​ນ໌ ສອງ​ລ້ານ​ສອງ​ແສນ​ຄົນ​ຈາກ​ອາ​ຫານ, ນ້ຳ, ຢາ, ໄຟ​ຟ້າ ແລະ ນ້ຳ​ມັນ​ເຊື້ອ​ໄຟ.”

ບັນ​ດາ​ອົງ​ການ​ຕ່າງ​ໆ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບນຶ່ງວ່າ “ພໍ​ແລ້ວ. ມັນ​ຕ້ອງ​ຢຸດ​ດຽວນີ້.”

ບາງ​ອົງ​ການ​ຢູ່​ໃນ​ກຸ່​ມ​ດັ່ງ​ກ່າວ​ທີ່​ໄດ້​ອອກ​ຖະ​ແຫຼງ​ການ​ລວມ​ມີ ອົງ​ການ​ອະ​ນາ​ໄມ​ໂລກ, UNICEF, ໂຄງ​ການ​ອາ​ຫານ​ໂລກ, ອົງ​ການ CARE ສາ​ກົນ, ອົງ​ການ Save The Children ແລະ ອົງ​ການ Mercy Corps.

ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ຂອງ​ພວກ​ເຂົາໃສ່​ກຸ່ມ​ ຮາ​ມາ​ສ ໃນ​ເຂດ​ກາ​ຊາ ໄດ້​ແຍກ​ດິນແດນ​ຊາວ​ປາ​ແລັ​ສ​ໄຕ​ນ ​ອອກເປັນ​ສອງ​ເຂດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ວັນ​ອາ​ທິດ​ວານນີ້.

ກອງ​ກຳ​ລັງ ອິ​ສ​ຣາ​ແອ​ລ “ໄດ້​ປິດ​ລ້ອມ​ເມືອງ​ກາ​ຊາ.. ຕອນນີ້​ມັນ​ມີ ກາ​ຊາ​ໃຕ້ ແລະ ກາ​ຊາ​ເໜືອ,” ອີງ​ຕາມ​ການ​ກ່າວ​ຂອງ​ໂຄ​ສົກ​ກອ​ງ​ທັບ ທ່ານ ແດ​ນຽ​ລ ຮາ​ກາ​ຣີ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ແມ່ນ​ກຳ​ລັງ​ຮີບ​ຮ້ອນ​ ທີ່​ຈະ​ຄວບ​ຄຸມ​ວິ​ກິດ​ການ​ດັ່ງ​ກ່າວ ທີ່​ຂົ່ມ​ຂູ່​ຈະ​ແຜ່ລາມ​ອອກ​ໄປທົ່ວພາກ​ພື້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG