ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໜ່ວຍງານອົງການ ສປຊ ຮ້ອງຂໍການຊ່ວຍເຫຼືອ ຈໍານວນເງິນ 4,100 ລ້ານໂດລາ ເພື່ອຊ່ວຍເຫຼືອຜູ້ພັດຖິ່ນ ແລະຜູ້ລີ້ໄພຊາວຢູເຄຣນ ພາຍໃນປະເທດ


ຜູ້ພັດຖິ່ນພາຍໃນປະເທດ ຈາກເມືອງມາຣີອູໂປລ ແລະເມືອງໃກ້ໆກັນ ກໍາລັງພາກັນລົບໜີການໂຈມຕີຂອງຣັດເຊຍ, ໂດຍມາເຖິງສູນລີ້ໄພ ໃນເມືອງ ຊາໂປຣິສເຊຍ (Zaporizhzhia), ປະເທດ ຢູເຄຣນ, ເມື່ອວັນທີ 21 ເມສາ 2022.
ຜູ້ພັດຖິ່ນພາຍໃນປະເທດ ຈາກເມືອງມາຣີອູໂປລ ແລະເມືອງໃກ້ໆກັນ ກໍາລັງພາກັນລົບໜີການໂຈມຕີຂອງຣັດເຊຍ, ໂດຍມາເຖິງສູນລີ້ໄພ ໃນເມືອງ ຊາໂປຣິສເຊຍ (Zaporizhzhia), ປະເທດ ຢູເຄຣນ, ເມື່ອວັນທີ 21 ເມສາ 2022.

ສອງໜ່ວຍງານຂອງອົງການສະຫະປະຊາຊາດ ກໍາລັງດໍາເນີນການຮ້ອງຂໍໃນມູນຄ່າຫຼາຍພັນລ້ານໂດລາ ເພື່ອໃຫ້ການຊ່ວຍເຫຼືອແກ່ຜູ້ລີ້ໄພຊາວຢູເຄຣນ ແລະຜູ້ພັດຖິ່ນພາຍໃນປະເທດທີ່ມີຈໍານວນເພີ້ມຂຶ້ນ. ລິຊາ ສໄລນ໌ (Lisa Schlein) ມີລາຍງານໃຫ້ VOA ຈາກນະຄອນເຈເນວາ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສະຖານະການທີ່ຮ້າຍແຮງຂຶ້ນຢູ່ໃນຢູເຄຣນໄດ້ຜັກດັນໃຫ້ຫ້ອງການປະສານງານທາງດ້ານມະນຸດສະທໍາ ແຫ່ງອົງການສະຫະປະຊາຊາດ ຫຼື OCHA ຮ້ອງຂໍການຊ່ວຍເຫຼືອໃນເບື້ອງຕົ້ນນັ້ນເຖິງສອງເທົ່າ ໃນຈໍານວນເງິນ 1,100 ລ້ານໂດລາ, ໂດຍໄດ້ເລີ້ມຕົ້ນດໍາເນີນການຊ່ວຍເຫຼືອດັ່ງກ່າວນີ້ໃນທັນທີ ຫຼັງຈາກ ຣັດເຊຍ ບຸກລຸກ ຢູເຄຣນ ເມື່ອວັນທີ 24 ກຸມພາທີ່ຜ່ານມາ.

ນັບຕັ້ງແຕ່ນັ້ນມາ, ອົງການ OCHA ປະເມີນຈໍານວນຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອທາງດ້ານມະນຸດສະທໍາຢູ່ໃນຢູເຄຣນ ແມ່ນເພີ້ມຂຶ້ນຈາກ 12 ລ້ານຄົນ ມາເປັນ 15 ລ້ານ 7 ແສນຄົນ.

ໂຄສົກຂອງອົງການ OCHA ທ່ານເຈັນສ ແລຣ໌ກ (Jens Laerke) ກ່າວວ່າ ການປັບປຸງການຊ່ວຍເຫຼືອສໍາລັບຈໍານວນເງິນ 2,250 ລ້ານໂດລາ ຈະຊ່ວຍປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຮຸນແຮງທີ່ສຸດຈໍານວນ 8 ລ້ານ 7 ແສນຄົນ ພາຍໃນ 6 ເດືອນຂ້າງໜ້ານີ້.

ທ່ານ ແລຣ໌ກີ ກ່າວວ່າ:

“ການຊ່ວຍເຫຼືອບັນເທົາທຸກດັ່ງກ່າວ ສາມາດກວມລວມຂອບເຂດຂອງການຊ່ວຍເຫຼືອຕ່າງໆເຊັ່ນ ການຊ່ວຍເຫຼືອທາງການເງິນ, ການຊ່ວຍເຫຼືອດ້ານຄວາມໝັ້ນຄົງທາງດ້ານອາຫານ ແລະການດໍາລົງຊີວິດ, ການຊ່ວຍເຫຼືອທາງດ້ານສຸຂະພາບ, ບ່ອນລີ້ໄພ, ການຄຸ້ມຄອງ, ນໍ້າດື່ມ, ສຸຂາພິບານ ແລະສຸຂະອະນາໄມ ລວມເຖິງການກ່າວເຖິງການແຊກແຊງທີ່ຍິ່ງໃຫຍ່ບາງອັນ. ການດໍາເນີນການຊ່ວຍເຫຼືອຂອງສາກົນຢ່າງຕໍ່ເນື່ອງ ຈະເປັນສິ່ງສໍາຄັນຕໍ່ການດໍາເນີນການຊ່ວຍເຫຼືອທາງດ້ານມະນຸດສະທໍາຢູ່ໃນ ຢູເຄຣນ ເພື່ອໃຫ້ເຂົ້າເຖິງຜູ້ທີ່ໄດ້ຮັບຜົນກະທົບໂດຍສົງຄາມຕໍ່ໄປ.”

ໜ່ວຍງານຜູ້ລີ້ໄພແຫ່ງອົງການສະຫະປະຊາຊາດ ຍັງໄດ້ປັບປຸງການຮ້ອງຂໍຄັ້ງ ທໍາອິດຂອງພວກເຂົາເຈົ້າຫຼາຍຂຶ້ນ. ປັດຈຸບັນ ພວກເຂົາເຈົ້າສະແຫວງຫາເງິນສະໜັບສະໜຸນຈໍານວນ 1,850 ລ້ານໂດລາ ເພື່ອຊ່ວຍເຫຼືອໂຄງການຜູ້ລີ້ໄພຈໍານວນ 8 ລ້ານ 3 ແສນຄົນ ແລະໃຫ້ບ່ອນຢູ່ອາໄສແກ່ພວກເຂົາເຈົ້າໃນ 8 ປະ ເທດເພື່ອນບ້ານ ທີ່ເປັນບ່ອນລີ້ໄພ.

ຈໍານວນໂຕເລກທີ່ຄາດຄະເນໄວ້ຂອງຜູ້ລີ້ໄພ ແມ່ນຫຼາຍກວ່າສອງເທົ່າຂອງໂຕເລກທີ່ຄາດເດົາ 4 ລ້ານຄົນ, ອົງການ UNHCR ໄດ້ຄາດການໄວ້ວ່າ ຈໍາເປັນຈະຕ້ອງໄດ້ຮັບການຊ່ວຍເຫຼືອ ເມື່ອສົງຄາມໄດ້ເລີ້ມຕົ້ນຂຶ້ນໃນທັນທີ.

ໂຄສົກຂອງອົງການ UNHCR ທ່ານນາງຊາເບຍ ແມນຕູ (Shabia Mantoo) ຮ້ອງສະຖານະການໃນປັດຈຸບັນນີ້ວ່າ ຄົງທີ່ ແລະບໍ່ໝັ້ນຄົງສູງ. ພຽງແຕ່ສອງເດືອນເທົ່ານັ້ນ, ທ່ານນາງສັງເກດເຫັນວ່າ ມີຜູ້ລີ້ໄພທີ່ພາກັນໜີອອກຈາກ ຢູເຄຣນ 5 ລ້ານ 2 ແສນຄົນ ເພື່ອຊອກຫາການປົກປ້ອງຈາກສາກົນ.

ທ່ານນາງ ແມນຕູ ກ່າວວ່າ:

ມັນເປັນຄວາມຄິດຂອງຫຼາຍໆຄົນທີ່ວ່າ ເມື່ອໃດທີ່ພວກເຮົາຈະເຖິງໂຕເລກ 8 ລ້ານ 3 ແສນຄົນ ທີ່ແນ່ນອນ. ແຕ່ ຖ້າຫາກພວກເຮົາເບິ່ງໃນທ່າອ່ຽງຈົນເຖິງຕອນນີ້, ການພັດຖິ່ນ ແມ່ນມີຂະໜາດທີ່ຫຼາຍພໍສົມຄວນ. ແລະຄວາມໄວຂອງສິ່ງທີ່ເກີດຂຶ້ນນີ້ ພວກເຮົາບໍ່ໄດ້ເຫັນໃນຄັ້ງຫຼ້າສຸດ. ດັ່ງນັ້ນ, ການພັດຖິ່ນເຫຼົ່ານີ້ ແມ່ນຍັງຄົງເກີດຂຶ້ນໃນທຸກໆມື້. ທຸກໆຊົ່ວໂມງ ພວກເຮົາພົບເຫັນຜູ້ຄົນຍັງຄົງພາກັນໜີອອກຈາກ ຢູເຄຣນ ຢ່າງຕໍ່ເນື່ອງ.”

ການຮ້ອງຂໍ ກໍາລັງເລີ້ມຕົ້ນຕໍ່ຕ້ານການຕໍ່ສູ້ຢ່າງຕໍ່ເນື່ອງຢູ່ເບື້ອງຫຼັງ, ການທໍາລາຍລ້າງ, ການພັດຖິ່ນພາຍໃນປະເທດ ແລະການລົບໜີເພື່ອຊອກຫາພື້ນທີ່ອາໄສທີ່ປອດໄພໃນຕ່າງປະເທດ.

ອົງການ UNHCR ຮ້ອງຜົນກະທົບ ແລະຄວາມທຸກທໍລະມານຂອງມະນຸດ ແມ່ນມີສາເຫດມາຈາກຄວາມທຸກ ແລະຄວາມກັງວົນໃຈຈາກສົງຄາມ.

ເຊິ່ງທາງອົງການໄດ້ເຕືອນວ່າ ຄວາມເຈັບຊໍ້າທີ່ເກີດຈາກສົງຄາມ ຈະສົ່ງຜົນກະທົບທີ່ຍາວນານຕໍ່ຫຼາຍຄົນ ອັນຈໍາເປັນຕ້ອງໄດ້ລົບໜີອອກຈາກບ້ານເຮືອນຂອງຕົນ, ເຊິ່ງ 90 ເປີເຊັນໃນຈໍານວນນີ້ ແມ່ນແມ່ຍິງ ແລະເດັກນ້ອຍ. ທາງອົງການ UNHCR ກ່າວຕື່ມວ່າ ຄວາມຈໍາເປັນທາງດ້ານມະນຸດສະທໍາ ຈະຕ້ອງມີຫຼາຍຂຶ້ນ, ການພັດຖິ່ນ ແລະໂສກນາຕະກໍາຂອງມະນຸດຈະບໍ່ຢຸດລົງໄດ້ ຈົນກວ່າສົງຄາມຈະສິ້ນສຸດລົງ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG