ບັນດາເອກອັກຄະລັດຖະທູດຈາກປະເທດອາຟຣິກາ ທີ່ສະຫະປະຊາຊາດ ໄດ້ພົບປະ
ກັນກັບເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ກ່ຽວກັບລາຍງານ
ຂ່າວ ໃນການໃຫ້ຄວາມເຫັນຂອງປະທານາທິບໍດີດໍໂນລ ທຣໍາ ທີ່ໄດ້ກ່າວເຖິງບັນດາ
ປະເທດອາຟຣິກາວ່າ ເປັນປະເທດ “ຮູ ຂ.”
ທ່ານອານາໂຕລິໂອ ດົງ ແອັມບາ ເອກອັກຄະລັດຖະທູດ ກີເນຍ ເອກົວເຕີຣິລປະຈຳ
ສະຫະປະຊາຊາດ ແລະຫົວໜ້າຂອງກຸ່ມ 54 ປະເທດອາຟຣິກາ ໄດ້ກ່າວຕໍ່ທ່ານນາງ
ນິກກີ ເຮລີ ວ່າ “ເປັນທີ່ໜ້າເສຍໃຈ" ໃນການໃຫ້ຄວາມເຫັນນັ້ນ.
ໃນອາທິດແລ້ວນີ້ ກຸ່ມປະເທດອາຟຣິກາ ໄດ້ກ່າວຢູ່ໃນຖະແຫລງການວ່າ ຄວາມເຫັນ
ຂອງປະທານາທິບໍດີທຣໍາໄດ້ “ເປັນເລື້ອງຮ້າຍແຮງ ແບ່ງແຍກຜິວພັນແລະ ຢ້ານກົວ
ຊາວຕ່າງປະເທດ.” ກຸ່ມດັ່ງກ່າວໄດ້ຮຽກຮ້ອງໃຫ້ຂໍຂະມາໂທດແລະຖອນຄວາມເວົ້າຄືນ.
ບັນດານັກການທູດຫຼາຍຄົນຜູ້ທີ່ໄດ້ເຂົ້າຮ່ວມກອງປະຊຸມສະຫະປະຊາຊາດກ່າວວ່າ
ໄດ້ມີສະໜີແນະໃນລະຫວ່າງການພົບປະກັບທ່ານນາງເຮລີ ໃຫ້ປະທານາ ທິບໍດີທຣໍາ
ສົ່ງສານໄປຍັງກອງປະຊຸມສຸດຍອດ ບັນດາຜູ້ນຳອາຟຣິກາ ທີ່ຈະມີຂຶ້ນຢູ່ນະຄອນອາ
ດິສ ອາບາບາ ໃນວັນທີ 28 ຫາ 29 ເດືອນມັງກອນຈະມາເຖິງນີ້.
ທ່ານນດົງ ແອັມບາ ກ່າວວ່າ ການພົບປະກັບທ່ານນາງເຮລີ ໄດ້ມີຂຶ້ນພາຍໃຕ້ບັນຍາ
ກາດທີ່ “ເປັນມິດ” ແລະ “ກົງໄປກົງມາທີ່ສຸດ.”
ປະທານາທິບໍດີທຣໍາ ມີລາຍງານວ່າ ໄດ້ໃຫ້ຄວາມເຫັນດັ່ງກ່າວຢູ່ທີ່ກອງປະຊຸມໃນທຳ
ນຽບຂາວກ່ຽວກັບຄົນເຂົ້າເມືອງ ເມື່ອອາທິດແລ້ວນີ້. ມີລາຍງານວ່າທ່ານ ໄດ້ກ່າວອ້າງ
ເຖິງຄົນພວກເຂົ້າເມືອງຈາກເຮຕີ ແອລຊາລວາດໍ ແລະອາຟຣິກາ ວ່າ ມາຈາກບັນດາ
ປະເທດ “ຮູ ຂ.”
ອີງຕາມບາງຄົນທີ່ຢູ່ໃນຫ້ອງປະຊຸມ ປະທານາທິບໍດີກ່າວວ່າ ທ່ານຕ້ອງການໃຫ້ສະຫະ
ລັດ ມີຄົນເຂົ້າເມືອງ ມາຈາກປະເທດຕ່າງໆ ຄືກັນກັບນໍເວ. ທ່ານຍັງໄດ້ກ່າວວ່າ ທ່ານບໍ່ຕ້ອງການໃຫ້ເຮຕີ ຮ່ວມຢູ່ໃນຂໍ້ຕົກລົງປະຕິຮູບຄົນເຂົ້າເມືອງ.
ປະທານາທິບໍດີທຣໍາ ແລະບັນດານັກການເມືອງຫຼາຍຄົນ ທີ່ໄດ້ເຂົ້າຮ່ວມປະຊຸມ ບ່ອນທີ່
ມີລາຍງານວ່າທ່ານໄດ້ໃຫ້ຄວາມເຫັນນັ້ນ ບັດນີ້ໄດ້ປະຕິເສດວ່າ ປະທາ ນາທິບໍດີ ບໍ່ໄດ້
ເວົ້າເລື່ອງດັ່ງກ່າວ.
ໃນຂະນະດຽວກັນ ອະດີດເອກອັກຄະລັດຖະທູດສະຫະລັດປະຈຳປະເທດອາຟຣິກາ 78
ຄົນ ໄດ້ສົ່ງໜັງສືສະບັບນຶ່ງໄປຍັງທຳນຽບຂາວ ກ່າວເຖິງ “ຄວາມເປັນຫ່ວງຢ່າງເລິກເຊິ່ງ” ໃນການໃຫ້ຄວາມເຫັນທີ່ບໍ່ສຸພາບຂອງປະທານາທິບໍດີ ກ່ຽວກັບທະວີບອາຟຣິກາ.