ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສ​ປ​ຊ: ເຂດ​ຊາ​ແຮ​ລ ຂອງ​ອາ​ຟ​ຣິ​ກາ ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ ເພື່ອ​ຕໍ່​ສູ້​ກັບ​ກຸ່ມ​ຫົວ​ຮຸນ​ແຮງ​ຈັດ


ແຟ້ມ - ທະ​ຫານ​ກາ​ນາຝຶກ​ແອບ ​ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ Flintlock 2023 ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫະ​ລັດ ທີ່​ຫາດ Sogakope ໃນ​ປະ​ເທດ​ກາ​ນາ ເມື່ອ​ວັນ​ທີ 14 ມີ​ນາ 2023 ຊຶ່ງ​ມີ​ທະ​ຫານ​ຈາກ​ຫຼາຍໆ​ປະ​ເທດ​ໃນ​ອາ​ຟ​ຣິ​ກາ ​ເຂົ້າ​ຮ່ວມ.
ແຟ້ມ - ທະ​ຫານ​ກາ​ນາຝຶກ​ແອບ ​ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ Flintlock 2023 ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫະ​ລັດ ທີ່​ຫາດ Sogakope ໃນ​ປະ​ເທດ​ກາ​ນາ ເມື່ອ​ວັນ​ທີ 14 ມີ​ນາ 2023 ຊຶ່ງ​ມີ​ທະ​ຫານ​ຈາກ​ຫຼາຍໆ​ປະ​ເທດ​ໃນ​ອາ​ຟ​ຣິ​ກາ ​ເຂົ້າ​ຮ່ວມ.

ເຂດ​ຊາ​ແຮ​ລ​ຂອງທະ​ວີບ​ອາ​ຟ​ຣິ​ກາ​ ໄດ້​ກາຍ​ເປັນ​ຈຸດອັນ​ຕະ​ລາຍສຳ​ລັບ​ພວກ​ຫົວ​ຮຸ​ນ​ແຮງ​ຈັດ ແຕ່​ການ​ປະ​ຕິ​ບັດ​ງານ​ຮ່ວມ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2014 ເພື່ອ​ຮັບ​ມື​ກັບ​ກຸ່ມ​ທີ່ເປັນ​ເຄືອ​ຂ່າຍ​ຂອງລັດ​ອິ​ສ​ລາມ ​ອາ​ລ​ກາ​ອີ​ດາ ແລະ​ພ​ສກ​ກໍ່​ການ​ຮ້າຍ​ອື່ນໆ ໄດ້​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ​ ໃນ​ການ​ສະ​ກັດ​ກັ້ນ​ການ​ແຜ່​ອິດ​ທິ​ພົນ​ຂອງກຸ່ມ​ເຫຼົ່າ​ນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ເຕືອນ​ວ່າ ຖ້າ​ປາ​ສະ​ຈາກ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ເພີ້ມ​ຂຶ້ນ​ ຂອງ​ລະ​ຫວ່າງ​ປະ​ເທດແລະ​ການ​ຮ່ວມ​ມື​ຕື່ມ​ຂຶ້ນ​ຂອງ​ພູ​ມີ​ພາກ​ແລ້ວ ການ​ຂາດ​ສະ​ຖຽນ​ລະ​ພາບ​ຈະ​ຂະ​ຫຍາຍ​ຕົວ​ກວ້າງ​ອອກ ໄປ​ສູ່​ບັນ​ດາ​ປະ​ເທດ​ໃນ​ເຂດ​ແຄມ​ຝັ່ງ​ທະ​ເລ​ທາງ​ພາກຕາ​ເວັນ​ຕົກ​ຂອງ​ອາ​ຟ​ຣິ​ກາ.​

​ຜູ້​ຊ່ວຍ​ເລ​ຂາ​ທິ​ການ​ໃຫຍ່ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຮັບ​ຜິດ​ຊອບ​ກ່ຽວ​ກັບ​ທະ​ວີບ​ອາ​ຟ​ຣິ​ກາ ທ່ານ​ນາງ​ມາ​ທາ ໂພ​ບີ ກ່າວ​ຕໍ່​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ສະ​ຫະ​ປະ​ຊາ​ຊາດ​ ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ຄວາມ​ກ້າວ​ໜ້າ​ຢ່າງ​ແທ້​ຈິງ​ ໃນ​ການ​ຕໍ່​ສູ້ ​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ ພວກ​ຫົວ​ຮຸນ​ແຮງ​ຈັດ ແລະ​ອົງ​ການ​ອາ​ຊະ​ຍາ​ກຳ​ຕ່າງໆ ​ຢູ່​ໃນ​ເຂດ​ຊາ​ແຮ​ລ ແມ່ນ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ເປັນ​ທີ່​ສຸດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG