ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ລືບຊື່ ຂຸນເສິກ Hekmatyar ອອກຈາກ ບັນຊີກໍ່ການຮ້າຍ


ການຖ່າຍທອດໂທລະພາບ ສະແດງໃຫ້ເຫັນ ທ່ານ Gulbuddin Hekmatyar ລະຫວ່າງພິທີ ເຊັນຂໍ້ຕົກລົງສັນຕິພາບ.
ການຖ່າຍທອດໂທລະພາບ ສະແດງໃຫ້ເຫັນ ທ່ານ Gulbuddin Hekmatyar ລະຫວ່າງພິທີ ເຊັນຂໍ້ຕົກລົງສັນຕິພາບ.

ອົງການສະຫະ​ປະຊາ​ຊາດ​ ໄດ້​ລຶບ​ຊື່ ຂຸນ​ເສິກ​ອັຟກາ​ນິສຖານທີ່​ມີ​ຊື່​ສຽງ​ໃນ​ທາງ​ທີ່​ບໍ່​ດີທ່ານ Gulbuddin Hekmatyar ອອກ​ຈາກ​ບັນຊີ​ລາຍ​ຊື່​ພວກ​ກໍ່​ການ​ຮ້າຍຫຼັງ​ຈາກ​ທ່ານ​ໄດ້​ເຮັດ​ຂໍ້​ຕົກລົງ​ສັນຕິພາບ​ຫວ່າງ​ມໍ່ໆ​ມາ​ນີ້ກັບລັດຖະບານ Kabul.

ຄະນະ​ກຳມະການ​ລົງ​ໂທດ ຂອງ​ສະພາຄວາ​ມໝັ້ນຄົງ​ ສະຫະ​ປະຊາຊາດ ກ່າວ​ຢູ່​ໃນ​ຖະ​ ແຫຼ​ງ​ການທີ່​ໄດ້ນຳ​ອອກ​ເຜີຍ​ແຜ່ຢູ່ນະຄອນ New York ​ໃນວັນ​ສຸກ​ວານ​ນີ້​ວ່າ “​ເພາະສະ​ນັ້ນ ຊັບ​ສິນທີ່​ຖືກ​ກັກ ການ​ຫ້າມ​ເດີນທາງ​ ແລະ ​ການ​ຫ້າມ​ຊື້​ຂາຍອາວຸດ ຈະ​ບໍ່​ມີ​ການ​ນຳ ​ໃຊ້​ກັບ​ທ່ານ ອີກ​ຕໍ່​ໄປແລ້ວ.”

ການເຄື່ອນ​ໄຫວ​ດັ່ງກ່າວມີຂຶ້ນ​ຫລາຍ​ເດືອນຫລັງ​ຈາກ​ລັດຖະບານປະທານາທິບໍດີ​ອັຟກາ​ນິສຖານ ທ່ານ Ashraf Ghani ​ໄດ້ບັນລຸ​ກັບ​ຂໍ້ຕົກລົງສັນຕິພາບ​ກັບກຸ່​ມ Hizb-e-Islami ຫລື HIG ຂອງທ່ານ Hekmatyar ຊຶ່ງ​ເປັນ​ກະບົດ​ກຸ່ມ​ນຶ່ງນັ້ນ.

ການ​ຢຸດ​ຍິງດັ່ງກ່າວ ບັງຄັບໃຫ້​ທ່ານ Hekmatyar ຢຸດ​ທຳການ​ສູ້​ລົບ​ກັບ​ລັດຖະບານ​ອັຟ ກາ​ນິສຖານ ເພື່ອ​ເປັນ​ການ​ຕອບ​ແທນ ຈະ​ມີ​ການ​ລຶບ​ຊື່ຂອງ​ທ່ານ​ອອກ​ຈາກ​ບັນຊີ​ດໍາ​ຂອງ​ສະຫະ​ປະຊາ​ຊາດພ້ອມ​ດ້ວຍ​ບັນດາ​ຜູ້ນຳ​ຄົນ​ອື່ນໆ ໃນ​ກຸ່ມ​ຂອງ​ທ່ານ ​ແລະ​ອະນຸຍາດ​ໃຫ້​ກຸ່ມ​ຂອງ​ທ່ານ ​ເລີ້ມ​ກິດຈະການທາງ​ດ້ານເມືອງ​ຢູ່​ໃນ​ອັຟກາ​ນິສຖານຄືນ​ອີກ.

ການ​ປະກາດໃນ​ວັນ​ສຸກ​ວານ​ນີ້​ ​ແມ່ນ​ເປັນ​ການ​ກະກຽມໃຫ້​ຂຸນ​ເສິກ​ຊື່​ສຽງ​ບໍ່​ດີ​ທີ່​ລີ້​ໄພ​ຢູ່​ໃນ​ຕ່າງປະ​ເທດ​ທ່ານ​ນີ້ ທີ່​ຖືກ​ລະບຸວ່າ “​ເປັນ​ຜູ້​ກໍ່​ການ​ຮ້າຍຂອງ​ໂລກ” ນັ້ນ ​ຈະ​ກັບ​ຄືນ​ມາສູ່​ວົງ​ການ​ການ​ເມືອງ​ຂອງອັ​ຟການິສຖານ​ຫລັງ​ຈາກລີ້​ຊ່ອນ​ມາ​ເປັນ​ເວລາ​ຫຼາຍ​ປີໂດຍ​ສະເພາະ ​ຢູ່​ໃນ​ປາ​ກິ​ສຖານ ​ທີ່​ເປັນ​ເພື່ອນ​ບ້ານ ​ເຖິງ​ແມ່ນ​ວ່າ​ບັນດາ​ຜູ້​ຊ່ວຍຂອງ​ທ່ານຢືນ​ຢັດ​ວ່າທ່ານ​ຢູ່​ບ່ອນ​ໃດ​ບ່ອນ​ນຶ່ງພາຍໃນ​ປະ​ເທດ.

ປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani ລົງນາມຂໍ້ຕົກລົງສັນຕິພາບ ກັບທ່ານ Hizb-i-Islami.
ປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani ລົງນາມຂໍ້ຕົກລົງສັນຕິພາບ ກັບທ່ານ Hizb-i-Islami.

ສະມາຊິກຄົນ​ນຶ່ງ ​ໃນ​ຄະນະເຈລະຈາ​ສັນຕິພາບ​ ທ່ານ Atiquallah Safi ຢືນ ຢັນ​ຕໍ່ວີ​ໂອເອ ​ໃນ​ວັນ​ເສົາ​ມື້​ນີ້ວ່າ ກຸ່ມ​ດັ່ງກ່າວ​ໄດ້​ຖືກແຈ້ງ​ໃຫ້​ຊາບ ກ່ຽວ​ກັບ​ການ​ລຶບ​ຊື່​ຜູ້ນຳ​ເຂົາ​ເຈົ້າ ​ອອກ​ຈາກ​ບັນຊີ​ພວກ​ກໍ່​ການ​ຮ້າຍ​ຂອງ​ສະຫະ​ປະຊາ​ຊາດ.

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດຖະບານ ທ່ານ Akram Khpalwak ກ່າວ​ຕໍ່​ວີ​ໂອເອວ່າ “ສະຫະ​ປະຊາ​ຊາດ ​ໄດ້​ເອົາ​ບາດກ້າວ​ດັ່ງກ່າວ ​ຕາມ​ການ​ຮ້ອງ​ຂໍ​ຂອງ​ລັດຖະບານ​ອັຟກາ​ນິສຖານ ​ແລະ​ພ​ວກ​ເຮົາ​ມີ​ຄວາມ​ຍິນ​ດີ​ນຳ” ທ່ານເປັນ​ຜູ້ນຳ​ພາ ຄະ​ນະ​ກຳມ​ະການຮ່ວມ​ຂອງ​ລັດຖະ ບານ ​ແລະ​ ບັນດາ​ເຈົ້າ​ໜ້າ​ທີ່ ​ຈາກ​ກຸ່ມຂອງ​ທ່ານ Hekmatyar ຊຶ່ງ​ໄດ້​ຖືກ​ມອບ​ໝາຍ ​ໃຫ້ ເປັນຜູ້ກຳກັບ​ນຳ​ການ​ຈັດຕັ້ງປະຕິບັດ ​ຂໍ້​ຕົກລົງ​ສັນຕິພາບດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG