ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສົງຄາມ ອັຟການິສຖານ ສ້າງສະຖິຕິ ທີ່ມີຜູ້ເສຍຊີວິດ ຫຼາຍທີ່ສຸດໃນ 6 ເດືອນທຳອິດຂອງປີ


ປະຊາຊົນພາກັນໄຕ້ທຽນ ໄວ້ອາໄລເຖິງຜູ້ເຄາະຮ້າຍ ຈາກເຫດ
ລະເບີດແຕກ ໃນນະຄອນຫຼວງ ກາບູລ ປະເທດ ອັຟການິສຖານ.
1 ມິຖຸນາ, 2017.
ປະຊາຊົນພາກັນໄຕ້ທຽນ ໄວ້ອາໄລເຖິງຜູ້ເຄາະຮ້າຍ ຈາກເຫດ ລະເບີດແຕກ ໃນນະຄອນຫຼວງ ກາບູລ ປະເທດ ອັຟການິສຖານ. 1 ມິຖຸນາ, 2017.

ອົງການສະຫະປະຊາຊາດເວົ້າວ່າ ຄວາມຂັດແຍ້ງກັນໃນປະເທດ ອັຟການິສຖານ ໄດ້
ສັງຫານພົນລະເຮືອນເກືອບ 1700 ຄົນ ໃນຫົກເດືອນທຳອິດ ຂອງປີ 2018, ເປັນສະ
ຖິຕິທີ່ສູງທີ່ສຸດ ຂອງໄລຍະເວລາດຽວກັນ ໃນສິບປີທີ່ຜ່ານມາ.

ລາຍງານກາງປີ ກ່ຽວກັບ ການເສຍຊີວິດ ແລະ ບາດເຈັບຂອງພົນລະເຮືອນ ໄດ້ຖືກ
ເປີດເຜີຍໂດຍອົງການການຊ່ວຍເຫຼືອ ອັຟການິສຖານ ສະຫະປະຊາຊາດ ຫຼື UNAMA
ໃນວັນອາທິດມື້ນີ້ ເຊິ່ງໄດ້ເກັບກຳ ຂໍ້ມູນພົນລະເຮືອນທີ່ໄດ້ຮັບບາດເຈັບເກືອບ 3,500
ຄົນ ໃນໄລຍະເວລາດຽວກັນ. ແນວໃດກໍຕາມ, ການເສຍຊີວິດ ແລະ ບາດເຈັບ ຂອງ
ພົນລະເຮືອນໂດຍລວມ ໄດ້ຫຼຸດລົງ 3 ເປີເຊັນ ຖ້າທຽບໃສ່ໄລຍະດຽວກັນໃນປີ 2017.

ທ່ານ ຢາດະມິຈິ ຢາມາໂມໂຕະ ຫົວໜ້າຂອງອົງການ UNAMA ກ່າວວ່າ “ພວກເຮົາຂໍ
ຮຽກຮ້ອງ ໃຫ້ຝ່າຍຕ່າງໆ ຍຶດເອົາທຸກໂອກາດ ທີ່ມີ ເພື່ອຫາທາງແກ້ໄຂບັນຫາຢ່າງສັນຕິ
ນີ້ແມ່ນວິທີ ທີ່ດີທີ່ສຸດ ທີ່ເຂົາເຈົ້າຈະສາມາດປົກປ້ອງພົນລະເຮືອນທຸກຄົນໄວ້ໄດ້.”

ລາຍງານໄດ້ກ່າວເນັ້ນ ຕົວເລກ ກ່ຽວກັບ ການຕາຍຂອງພົນລະເຮືອນວ່າ ໄດ້ສູງຂຶ້ນ 1
ເປີເຊັນ ເປັນ 1,692 ຄົນ ແລະ ການບາດເຈັບກໍໄດ້ເພີ່ມຂຶ້ນ 5 ເປີເຊັນເປັນ 3,430 ຄົນ.

ອົງການ UNAMA ໄດ້ຮັບຮູ້ວ່າ ເກືອບຈະບໍ່ມີຄວາມຮຸນແຮງເກີດຂຶ້ນ ຕໍ່ພວກພົນລະ
ເຮືອນເລີຍ ໃນລະຫວ່າງການຍຸດຍິງ ບຸນ ອີດ ອາລ ຟິດເທີ ທີ່ໄດ້ຮັບການຕົກລົງກັນ
ຝ່າຍດຽວ ຢ່າງບໍ່ເຄີຍມີມາກ່ອນ ໃນເດືອນທີ່ຜ່ານມາ ໂດຍລັດຖະບານ ອັຟການິສຖານ
ກັບພວກຕາລີບານ. ການຢຸດຕໍ່ສູ້ນັ້ນ, ແນວໃດກໍຕາມ, ກໍໄດ້ມີພວກລັດອິສລາມ ອ້າງ
ເອົາຄວາມຮັບຜິດຊອບສອງຄັ້ງ ໃນການລະເບີດສະຫຼະຊີບ ທີິ່ແຂວງ ນັນການຮາ ຕັ້ງ
ຢູ່ພາກຕາເວັນອອກຂອງປະເທດ ອັນສົ່ງຜົນໃຫ້ເກີດການບາດເຈັບ ແລະ ເສຍຊີວິດ
ຂອງພົນລະເຮືອນ.

ທ່ານ ຢາມາໂມໂຕະ ໄດ້ກ່າວວ່າ “ການຢຸດຍິງຊົ່ວຄາວ ໄດ້ສະແດງໃຫ້ເຫັນວ່າ ການຕໍ່
ສູ້ກັນ ແມ່ນສາມາດຢຸດໄດ້ ແລະ ວ່າ ພົນລະເຮືອນ ອັຟການິສຖານ ກໍບໍ່ຕ້ອງອົດກັ້ນ ຕໍ່
ການຕໍ່ສູ້ກັນໃນສົງຄາມອີກຕໍ່ໄປ.”

ການໃຊ້ລະເບີດສະແຫວງເຄື່ອງ ຫຼື IEDs ໃນການໂຈມຕີ ໂດຍພວກກຳລັງຕໍ່ຕ້ານລັດ
ຖະບານ ຍັງຄົງເຫັນສາເຫດຫຼັກຢູ່ ໃນການເສຍຊີວິດ ແລະ ບາດເຈັບຂອງພົນລະເຮືອນ,
ອີງຕາມອົງການ UNAMA, ເຊິ່ງໄດ້ເລີ່ມການເກັບກຳຂໍ້ມູນຢ່າງເປັນລະບົບ ກ່ຽວກັບ
ການບາດເຈັບ ແລະ ເສຍຊີວິດຂອງພົນລະເຮືອນ ອັຟການິສຖານ ໃນປີ 2009.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG