ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການປູກຝິ່ນ ຢູ່ອັຟການິສຖານ ເພີ່ມຂຶ້ນ ເປັນປະຫວັດການ


ກະສິກອນປູກຝິ່ນ 2 ຄົນນີ້ ກຳລັງເກັບຝິ່ນໃນບ້ານ Bawri ແຂວງ Helmand ໃນພາກໃຕ້ອັຟການິສຖານ.
ກະສິກອນປູກຝິ່ນ 2 ຄົນນີ້ ກຳລັງເກັບຝິ່ນໃນບ້ານ Bawri ແຂວງ Helmand ໃນພາກໃຕ້ອັຟການິສຖານ.
ຫ້ອງການ​ວ່າ​ດ້ວຍ​ຢາ​ເສບ​ຕິດ​ແລະ​ອາ​ຊະ​ຍາ​ກຳ​ສະຫະ​ປະຊາ​
ຊາດ ກ່າວ​ວ່າ ການ​ປູກຝິ່ນ​ໃນ​ອັຟກາ​ນິສຖານ​ໄດ້​ເພີ່ມ​ຂຶ້ນ​ສູງ​ສຸດ
​ເປັນ​ປະຫວັດ​ການ ບາງທີ​ເປັນ​ຍ້ອນ​ພວກ​ຊາວກະສິກອນ​ພະຍາ
ຍາມ​ປະກັນ​ລາຍ​ໄດ້​ຂອງ​ເຂົາ​ເຈົ້າ​ຕໍ່​ສະພາບ​ການ​ທີ່​ບໍ່​ແນ່ນອນ
ຕ່າງໆ ຫຼັງຈາກ​ທະຫານ​ອົງການ​ເນ​ໂຕ້​ຖອນ​ອອກ​ໄປ​ໝົດ​ແລ້ວ​
ພາຍ​ໃນ​ປີ 2014.

ອົງການ​ດັ່ງກ່າວ​ຂອງ​ສະຫະ​ປະຊາ​ຊາດ​ ເປີດ​ເຜີຍ​ລານ​ງານ​ຂອງ
​ຕົນ​ໃຫ້​ຊາບ​ໃນ​ວັນ​ພຸດມື້​ນີ້ ​ໂດຍ​ເວົ້າ​ວ່າ ​ເຂດ​ທີ່​ກຳລັງ​ມີ​ການ​ປູກ​
ຝິ່ນ​ຂອງ​ອັຟກາ​ນິສຖານ​ໄດ້​ເພີ່ມ​ຂຶ້ນ​ເປັນ​ເນື້ອ​ທີ່ 209 ພັນ​ເຮັກຕາ
ຊຶ່ງ​ເປັນ​ຈຳນວນ​ສູງ​ກວ່າ​ລະດັບ​ສູງ​ສຸດ 193 ພັນ​ເຮັກຕາ ​ໃນ​ປີ
2007 ນັ້ນ.

ລາຍ​ງານ​ສະບັບ​ນີ້​ເວົ້າ​ວ່າ ການ​ເກັບ​ກ່ຽວ​ຝິ່ນ​ປີ​ນີ້ແມ່ນ​ໄດ້​ໃນ​ປະລິມານ 5 ພັນ 500 ​ໂຕນ
ຊຶ່ງເປັນ​ຈຳນວນ​ຫຼາຍ​ກວ່າ​ປີ​ແລ້ວ​ນີ້ ​ເກືອບ 50 ​ເປີ​ເຊັນ.

ນອກ​ນັ້ນ ລາຍ​ງານ​ສະບັບ​ນີ້​ຍັງ​ກ່າວ​ຕື່ມ​ວ່າ ພວກ​ກະສິກອນ​ປູກ​ຝິ່ນ​ ອາດ​ຈະ​ປົກ​ປ້ອງ​ຜົນ
​ເກັບ​ກ່ຽວ​ຂອງ​ຕົນ​ເອົາ​ໄວ້ໃນ​ອະນາຄົດ​ທີ່​ບໍ່​ແນ່ນອນ ດ້ວຍ​ການ​ຜະລິດ​ຝິ່ນ​ເພີ້ມຂຶ້ນ​ໃນ​ປັດຈຸ
ບັນ​ນີ້.

ທ່ານ Yury Fedotov ຫົວໜ້າ​ບໍລິຫານ​ອົງການ​ຢາ​ເສບ​ຕິດ​ແລະ​ອາ​ຊະ​ຍາ​ກຳ​ສະຫະ​ປະ
ຊາຊາດ ​ເອີ້ນ​ການ​ຜະລິດ​ທີ່​ເພີ່ມ​ຂຶ້ນ​ນີ້ ​ເປັນ​ຄຳ​ເຕືອນ​ອັນ​ນຶ່ງ ​ແລະ​ຮຽກຮ້ອງ​ໃຫ້​ມີ​ການ​
ເຄື່ອນ​ໄຫວ​ຢ່າງ​ຮີບ​ດ່ວນ ​ໃນ​ຂະນະ​ທີ່​ອັຟກາ​ນິສຖານ​ເລີ້ມເຂົ້າຄວບ​ຄຸມຫຼາຍຂຶ້ນ​ໃນ​ການ​
ຮັກສາ​ຄວາມ​ສະຫງົບ​ຫຼາຍຂຶ້ນ​ນີ້ ​ແລະ​ທ່ານ Fedotov ​ເວົ້າ​ຕໍ່​ໄປ​ວ່າ ຖ້າ​ພວກ​ອົງການ​
ຕ່າງໆ​ຂອງນາໆ​ຊາດ​ບໍ່​ເອົາ​ບາດກ້າວ​ທີ່​ຈິງ​ຈັງ​ຫຼາຍ​ຂຶ້ນແລ້ວ ມັນ​ຈະ​ເປັນ​ໃນອັນ​ທີ່​ທ່ານ​ເອີ້ນ​
ວ່າ ​ເຊື້ອ​ໄວຣັສຂອງ​ຢາຝິ່ນ​ສາມາດ​ລົດ​ຜ່ອນ​ສະຖຽນ​ລະ​ພາບ​ຂອງ​ອັຟກາ​ນິສຖານ​ລົງ​ໄດ້​ໃນ
​ອະນາຄົດ.

ການ​ປູກ​ຝິ່ນ​ສ່ວນ​ຫຼາຍ​ແມ່ນ​ມີ​ຂຶ້ນ​ໃນ​ພວກ​ແຂວງ​ໃນ​ພາກ​ໃຕ້​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ອັຟ
ກາ​ນິສຖານ ບ່ອນ​ທີ່​ພວກ​ກະບົດ​ຕາ​ລີ​ບັນ​ພວມ​ເຄື່ອນ​ໄຫວຫຼາຍ​ທີ່​ສຸດ​ນັ້ນ.

XS
SM
MD
LG