ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພົນລະ​ເຮືອນ​​ ຜູ້ເຄາະຮ້າຍ ໃນອັຟການິສຖານ ເພີ້ມຂຶ້ນ ຫຼາຍກວ່າ ປີທີ່ແລ້ວ


ແມ່ຍິງຄົນນຶ່ງ ເສຍອົກເສຍໃຈ ໃນຂະນະທີ່ ຊອກຫາ ຍາດຕິພີ່ນ້ອງຂອງລາວ ຢູ່ທີ່ສະຖານທີ່ການໂຈມຕີສະຫລະຊີບ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 27 ພະຈິກ 2014.
ແມ່ຍິງຄົນນຶ່ງ ເສຍອົກເສຍໃຈ ໃນຂະນະທີ່ ຊອກຫາ ຍາດຕິພີ່ນ້ອງຂອງລາວ ຢູ່ທີ່ສະຖານທີ່ການໂຈມຕີສະຫລະຊີບ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 27 ພະຈິກ 2014.

ອົງການ​ຊວ່ຍ​ເຫຼືອ ຂອງສະຫະ​ປະຊາ​ຊາດ ປະ​ຈຳອັຟກາ​ນິສຖານ
ຫຼື UNAMA ​ໄດ້​ປະກາດ ​ໃນ​ວັນ​ພຸດ​ມື້​ນີ້ ​ຢູ່​ທີ່​ນະຄອນຫຼວງກາ​ບູລ
ວ່າ ຈຳນວນພົນລະ​ເຮືອນທີ່ເສຍ​ຊີວິດ ​ແລະ ​ໄດ້​ຮັບ​ບາດ​ເຈັບ ໃນ​
ການ​ສູ້​ລົບ​ກັນ ​ຢູ່ໃນອັຟກາ​ນິສຖານ ປີນີ້ ​ແມ່ນ​ຄາດຄະ​ເນ​ວ່າ ​ຈະ
ເທົ່າ​ກັບ ຫຼື ​ເກີນ​ກວ່າ ຈຳນວນ​ການ​ເສຍ​ຊີວິດ ​ທີ່​ຮ້າຍ​ແຮງ​ທີ່​ສຸດ
ຂອງ​ປີ ທີ່​ປະ​ເທດ​ໄດ້​ບັນທຶກ​ໄວ້.

ອີງ​ຕາມອົງການ UNAMA ແລ້ວ “ບົດ​ລາຍ​ງານ​ກາງ​ປີ 2015
ກ່ຽວກັບ ການ​ປົກ​ປ້ອງ​ພົນລະ​ເຮືອນ ​ໃນການ​ສູ້​ລົບ​”
ຫຼື
2015 Midyear Report on Protection of Civilians in
Armed Conflict
, ​ແມ່ນ​ວ່າ ມີພົນລະ​ເຮືອນ 4,921 ຄົນ​ເສຍ​ຊີວິດ
ແລະ ​ໄດ້​ຮັບ​ບາດ​ເຈັບ ທີ່ຖືກ​ບັນທຶກ​ໄວ້ ​ໃນ​ເຄິ່ງປີ​ທຳ​ອິດ​ຂອງ 2015. 1,592 ຄົນ​ເສຍຊີວິດ ແລະ ​3,329 ຄົນໄດ້​ຮັບ​ບາດ​ເຈັບ ອັນ​ເປັນ​ຕົວ​ເລກ​ທີ່ ​ເພີ້​ມຂຶ້ນ​ໃນ​ອັດຕາ 1 ​ເປີ​ເ​ຊັນ ຂອງ
ຈຳນວນ ​ທັງ​ໝົດຂອງ​ຜູ້​ເຄາະ​ຮ້າຍ ​ເມື່ອ​ປຽບທຽບ​ໃສ່​ຊ່ວງ​ເວລາ​ດຽວ​ກັນ​ນີ້ ​ໃນ​ປີ 2014 ຊຶ່ງ​
ເປັນ​ປີ ​ທີ່​ມີ​ການ​ເສຍ​ຊີວິດຫຼາຍທີ່​ສຸດ ເປັນປະຫວັດການ​ ສຳ​ຫລັບ​ພົນລະ​ເຮືອນ.

ບົດ​ລາຍ​ງານ​ກ່າວ​ວ່າ 90 ​ເປີ​ເຊັນ ຂອງ​ພົນລະ​ເຮືອນ​ຜູ້​ເຄາະ​ຮ້າຍ ​ເປັນ​ຜົນ​ມາ​ຈາກ​ການ​
ຕໍ່ສູ້​ກັນ​ທາງ​ພາກ​ພື້ນ​ດິນ ລວມດ້ວຍ “​ລະ​ເບີດ​ທີ່​ປະດິດ​ຂຶ້ນມາ​ດ້ວຍ​ວັດຖຸ​ທີ່​ມີ​ຢູ່, ການ
ໂຈມຕີທີ່ຊັບຊ້ອນ ​ແລະ ການ​ໂຈມ​ຕີ​ສະຫລະ​ຊີບ ​ແລະ ການສັງຫານແບບມີເປົ້າໝາຍ.”

ບົດ​ລາຍ​ງານ​ຍັງໄດ້ ​ໃຫ້​ເຫດຜົນ​ວ່າ 70 ​ເປີ​ເຊັນ ຂອງ​ພົນລະ​ເຮືອນ​ຜູ້​ເຄາະ​ຮ້າຍ ​ແມ່ນເກີດ
​ຈາກກອງ​ກຳລັງ​ຕໍ່ຕ້ານ​ລັດຖະບານ ຊຶ່ງ​ໄດ້​ຫລຸດ​ລົງພຽງ​ເລັກ​ນ້ອຍ ຈາກ​ປີ 2014. ການ​
ສັງຫານແບບມີເປົ້າໝາຍ ຕໍ່ ພົນລະ​ເຮືອນ ທີ່ສົງ​ໄສ​ວ່າ ສະ​ໜັບສະ​ໜູນລັດຖະບານ​ນັ້ນ
ເປັນ​ເຫດຜົນ ອັນ​ດັບໜຶ່ງ​ໃນການ​ເສຍ​ຊີ​ວິດ.

ພົນລະ​ເຮືອ​ທີ່ເສຍ​ຊີວິດ ​ແລະ ​ບາດ​ເຈັບ ຍ້ອນ​ກອງ​ກຳລັງ​ທີ່​ສະໜັບ ສະໜູນ​ລັດຖະບານ
​ແມ່ນປະກອບເປັນ 16 ​ເປີ​ເຊັນ ຂອງ​ຈຳນວນ ພົນລະ​ເຮືອນຜູ້​ເຄາະ​ຮ້າຍ​ທັງ​ໝົດ ແລະ15
​ເປີ​ເຊັນ ​ເປັນຍ້ອນ​ກຳລັງ​ຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ແລະ ພວກ​ທະຫານ​ບ້ານ​ ທີ່​
ສະໜັບສະໜູນ ​ລັດຖະບານ ​ແລະ 1 ​ເປີ​ເຊັນ ​ແມ່ນ​ເປັນ​ຍ້ອນອົງການ NATO ​ແລະ
ກອງ​ກຳລັງ​ສະຫະລັດ. ຜູ້​ເຄາະ​ຮ້າຍ ຈາກ​ກອງ​ກຳລັງ​ສະໜັບສະໜູນ​ລັດຖະບານ​ນັ້ນ
​ແມ່ນ​ເພີ້​ມຂຶ້ນ 60 ​ເປີ​ເຊັນ ​ໃນລະຍະດຽວ​ກັນ ກັບປີ​ແລ້ວ​ນີ້.

XS
SM
MD
LG