ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສປຊ ຮັບເອົາມະຕິ ຕັດການສົ່ງເງິນ ໄປສະໜັບສະໜຸນ ກຸ່ມລັດອິສລາມ


UN Takes Aim at IS's Bottom Line
please wait

No media source currently available

0:00 0:01:20 0:00

ສະ​ພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ໄດ້​ແນ​ເປົ້າໝາຍ​ໃສ່ ການຕັດ​ເງິນ​ທຶນ ຂອງກຸ່ມລັດອິສລາມ.

ສະ​ພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ໄດ້​ແນ​ເປົ້າໝາຍ ​ໃສ່
​ເລື້ອງ​ເງິນ​ທຶນ ​ເພື່ອມາສະ​ໜັບສະ​ໜຸນ​ການ​ເຮັດ​ສົງຄາມ​ຂອງ
​ກຸ່ມ​ທີ່​ປະກາດ​ຕົນ​ເອງ​ວ່າ​ ເປັນກຸ່ມລັດ​ອິສລາມ ​ໃນ​ວັນ​ພະຫັດ
​ວານ​ນີ້ ​ໂດຍຮັບຮອງ​ເອົາມະຕິ​ສະບັບ​ນຶ່ງ ​ດ້ວຍ​ຄະ​ແນນ​ສຽງ​
ອັນ​ຖ້ວມ​ລົ້ນ​ເພື່ອ​ເສີມ​ຄວາມ​ເຂັ້ມແຂງ​ແລະະ​ຂະຫຍາຍມາດ
ຕະການ ທີ່ຈະຕັດການສົ່ງທຶນຮອນ ໄປຊ່ວຍກຸ່ມກໍ່ການ​ຮ້າຍ
ດັ່ງກ່າວ.

ລັດຖະມົນຕີ​ການ​ເງິນ ສະຫະລັດ ທ່ານ Jacob Lew ຜູ້ເປັນ
ປະທານກອງ​ປະ​ຊຸມບັນດາ​ລັດຖະມົນຕີ​ການ​ເງິນຂອງ​ສະພາ
ຄວາມໝັ້ນຄົງ ແບບທີ່ບໍ່ເຄີຍມີມາກ່ອນ ກ່າວວ່າ “ກຸ່ມ ISIL
ເປັນເປົ້າໝາຍທ້າທາຍ ດ້ານການເງິນ ໃນຂະນະທີ່ພວກເຮົາ ກຳລັງສ້າງຄວາມກ້າວໜ້າ
ເພື່ອ ໃຫ້ກຸ່ມ ISIL ໂດດດ່ຽວທາງດ້ານການເງິນນັ້ນ ຖ້າຫາກວ່າພວກເຮົາຈະສຳເລັດໄດ້
ພວກເຮົາ ທັງໝົດຕ້ອງເພີ້ມຄວາມພະຍາຍາມຢ່າງສຸດຂີດດ້ວຍຕົວເຮົາເອງແລະຮ່ວມກັນ
ຢູ່ໃນລະດັບສາກົນ.”

ລັດຖະມົນຕີການເງິນ ສະຫະລັດ ທ່ານ Jacob Lew (ຊ້າຍ) ນັ່ງຢູ່ຂ້າງ ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban Ki-moon (ກາງ)
ລັດຖະມົນຕີການເງິນ ສະຫະລັດ ທ່ານ Jacob Lew (ຊ້າຍ) ນັ່ງຢູ່ຂ້າງ ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban Ki-moon (ກາງ)

ISIL ​ແລະ ISIS ​ແມ່ນ​ຊື່​ຫຍໍ້ ຂອງ​ກຸ່ມລັດ​ອິ​ສລາມ.

ທ່ານ Je-Yoon Shin ປະທານກຳມະການ​ດ້ານການ​ເງິນ ຊຶ່ງ​ເປັນຄະນະ​ກຳມະການກຳນົດນະ​ໂຍບາຍ​ສາກົນ ກ່າວ​ວ່າ “ກຸ່ມ ISIL ຕ້ອງການ​ເງິນ​ຫລາຍ​ກວ່າກຸ່ມ​ກໍ່​ການ​ຮ້າຍອຶ່ນໆ. ​ເງິນ​ເປັນສິ່ງ​ສຳຄັນ​ທີ່​ສຸດ​ສຳລັບ​ກຸ່ມ​ດັ່ງກ່າວ. ການ​ປ້ອງ​ກັນ ​ແລະການ​ລົບ​ກວນ​ການ​ຫລັ່ງ​ໄຫລ​ດ້ານການ​ເງິນ ຕ້ອງ​ຢູ່ໃນ​ໃຈກາງ ​ຂອງ​ຍຸດ​ທະ​ສາດ​ໃນຄວາມ​ສຳ​ເລັດ​ໃດໆ ​ເພື່ອ​ເອົາຊະນະ​ກຸ່ມ​ດັ່ງກ່າວ.”

ນອກ​ນັ້ນ ທ່ານ​ຍັງ​ໄດ້​ໃຫ້​ຂໍ້​ສັງ​ເກດ​ເຖິງ​ຄວາມ​ສຳຄັນ ​ໃນການ​ສືບ​ລັບ​ດ້ານ​ການ​ເງິນ ທີ່ເປີດ​ເຜີຍໃຫ້​ຮູ້​ເຖິງ​ໂຄງ​ສ້າງ ຂອງ​ບັນດາ​ກຸ່ມ​ກໍ່​ການ​ຮ້າຍ ກິດຈະ​ການ​ຕ່່າງໆຂອງ​ກຸ່ມ​ກໍ່​ການ​ຮ້າຍ​ແຕ່​ລະ​ກຸ່ມ ​ແລະ​ຕາໜ່າງ ​ໃນ​ດ້ານ​ພະລາທິການ​ແລະການ​ອຳນວຍ​ຄວາ​ມສະດວກ​.

ກຸ່ມດັ່ງກ່າວ​ ໄດ້​ຮັບເງິນ​ສ່ວນ​ໃຫຍ່ ທີ່​ກະ​ປະມານ​ວ່າ 500 ລ້ານໂດ​ລາ ​ຈົນ​ເຖິງເທົ້າ​ປັດຈຸບັນ ຈາກ​ການ​ຂາຍ​ນໍ້າມັນໃນຕະຫລາດ​ມືດ. ມັນ​ຍັງ​ມີການລັກລອບ​ຄ້າຂາຍວັດ​ຖຸ​ໂບຮານ ການ​ຂູ່​ເຂັນ​ເອົາ​ເງິນ ​ແລະ​ຮຽກ​ຄ່າໄຖ່ຈາກ​ພວກ​ໂຕ​ປະກັນ.

ການ​ປະຊຸມ​ໃນ​ວັນ​ພະຫັດ​ວານນີ້​ແມ່ນ​ເປັນ​ເທຶຶ່ອທຳ​ອິດ ຂອງ​ບັນດາ​ລັດ ຖະມົນຕີ​ການ​ເງິນ ທີ່​ນັ່ງ​ຢູ່ໂຕະສະພາ ​ແລະ​ລົງ​ຄະ​ແນນ​ສຽງ. ​ເຂົາ​ເຈົ້າ​ໄດ້​ເຫັນ​ພ້ອມ​ດ້ວຍ​ຄະ​ແນນ​ສຽງ​ອັນຖ້ວມ​ລົ້ນ​ຮັບ​ເອົາ ກ່ຽວ​ກັບ​ມະຕິ​ທີ່​ຍືດ ຍາວ ​ແລະລາຍ​ລະອຽດ​ດ້ານ​ເທັກ​ນິກ ທີ່​ຂະຫຍາຍ​ຂອບ​ການ​ລົງ​ໂທດໃນ​ປັດຈຸ​ບັນ ​ທີ່​ມີ​ຢູ່​ແລ້ວ​ ຕໍ່​ກຸ່ມ​ al-Qaida ນັ້ນ​ເ​ພື່ອເພັ່ງ​ເລັງ​ໃສ່​ກຸ່ມ​ລັດ​ອິສລາມ.

UN IS Financing
please wait
Embed

No media source currently available

0:00 0:01:25 0:00

XS
SM
MD
LG