ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສປຊ ສົ່ງ​ກຳລັງ ຮັກສາສັນຕິພາບ ໄປເພີ້ມ ຢູ່ ຊູ​ດານ​ໃຕ້ (ວີ​ດີ​ໂອ/ສະໄລດ໌)​


UN to Send More Peacekeepers to South Sudan
please wait

No media source currently available

0:00 0:02:27 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ອົງການສະຫະ​ປະຊາ​ຊາດ ພວມ​ສົ່ງກອງ​ກຳລັງ​ຮັກສາ​ສັນຕິພາບ
​ ຈໍານວນ 5 ພັນ 500 ຄົນ​ໄປເພີ້ມ ຢູ່ຊູ​ດານ​ໃຕ້​ ບ່ອນ​ທີ່​ເຈົ້າ​ໜ້າ
​ທີ່​ຂອງສະຫະ​ປະຊາ​ຊາດກ່າວ​ວ່າ ​ໄດ້​ມີ​ຜູ້​ຄົນຈໍາ ນວນຫຼາຍ
ພັນຄົນ ໄດ້​ຖືກ​ສັງຫານ ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ຕໍ່ສູ້ກັນ ​ເລີ້ມ​ໃນ​
ອາ​ທິດ​ແລ້ວ​ນີ້.

ສະພາ​ຄວາມໝັ້ນຄົງ​ອົງການສະຫະ​ປະຊາ​ຊາດ ​ໄດ້​ຮັບ​ຜ່ານ
ມະຕິ​ສະບັບ​ນຶ່ງ​ໃນ​ວັນ​ອັງຄານ​ວານ​ນີ້ ​ເພື່ອ​ເພີ້ມກອງ​ກໍາລັງ
ຮັກສາ​ສັນຕິພາບ​ທັງ​ໝົດ​ ຢູ່​ໃນ​ຊູ​ດານ​ໃຕ້ ຂຶ້ນ​ເປັນ​ເກືອບ 14
ພັນ​ຄົນ​. ເລຂາ​ທິການໃຫຍ່ອົງການສະຫະ​ປະຊາ​ຊາດ ທ່ານ
Ban Ki-moon ​ໄດ້​ກ່າວ​ວ່າ ມັນອາດ​ຈະ​ໃຊ້​ເວລາ
ໃນ​ການທີ່​ກອງ​ກຳລັງທະຫານ​ແລະ​ຕໍາຫຼວດເຫຼົ່ານີ້ຈະ​ເຂົ້າປະຕິບັດ ໜ້າ​ທີ່ ​ແລະກ່າວ​ຢໍ້າ​
ເຖິງ​ຄຳ​ຮຽກຮ້ອງຂອງ​ທ່ານ ​ໃຫ້​ບັນດາຜູ້​ນໍາທັງຫຼາຍ ​ແກ້​ໄຂຄວາມເຫັນ​ທີ່​ຂັດ​ແຍ້​ງກັນ ​
ໂດຍ​ການເຈລະຈາ​ໂອ້​ລົມ​ກັນ.


ລັດ​ຖະມົນ​ຕີການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ໄດ້ຮຽກຮ້ອງ ໃນ​ວັນ​ອັງຄານ
​ວານ​ນີ້​ໃຫ້ທັງ​ປະທານາທິບໍດີ Salva Kiir ​ແລະ​ອະດີດ​ຮອງປະທານາທິບໍດີ Riek Machar
​ໂດຍ​ຂໍ​ໃຫ້ພວກ​ທ່ານ​ທັງ​ສອງ​ຍຸຕິ​ການ​ສູ້​ລົບ​ກັນ​ແລະ​ຈັດໃຫ້​ມີ​ການເຈລະຈາ ​ເພື່ອ ​ໄກ່​ເກ່ຍ
ທາງ​ດ້ານການ​ເມືອງ.

ທັງ​ສອງ​ທ່ານ​ໄດ້​ກ່າວ​ວ່າ ພວກ​ທ່ານ​ພ້ອມ​ແລ້ວ​ທີ່​ຈະເຈລະຈາ ​ແຕ່​ວ່າ​ທາງ​ລັດຖະບານໄດ້​
ປະຕິ​ເສດ​ຕໍ່ການ​ຮຽກຮ້ອງ​ຂອງ​ທ່ານ Machar ທີ່​ຢາກ​ໃຫ້​ປ່ອຍ​ຕົວ​ບັນດາ​ຜູ້​ນໍາ​ຝ່າ​ຍຄ້ານ​ທີ່
​ຖືກ​ຄຸມ​ຂັງ​ໄວ້​ນັ້ນ ​ເສຍກ່ອນ.

​ລັດຖະບານຊູ​ດານ​ໃຕ້ກ່າວ​ວ່າ ກອງ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ ​ຕໍ່​ທ່ານ Machar ​ຍັງຄວບຄຸມ​ເຂດ
Bentiu ນຶ່ງ​ໃນສອງເມືອງຫຼວງ ​ທີ່​ຖືກ​ຍຶດໂດຍ​ພວກ​ທະຫານກະບົດ ​ໃນ​ອາທິດ​ແລ້ວ​ນີ້.
ລັດຖະບານຍັງ​ໄດ້ກ່າວໃນວັນອັງຄານ​ວານ​ນີ້ວ່າ ພວກ​ທະຫານຂອງ​ຕົນ​ໄດ້ເຂົ້າ​ຍຶດ​ເອົາ​
ເມືອງ​ Bor ໄດ້​ຄືນແລ້ວ ​ແລະ​ກໍພວມທໍາ​ການກວດ​ລ້າງກອງ​ກໍາລັງ​ຂອງ​ພວກ​ກະບົດຢູ່.

SOUTH SUDAN VIOLENCE
please wait
Embed

No media source currently available

0:00 0:01:02 0:00
XS
SM
MD
LG