ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສປຊ ກ່າວວ່າ 34 ລ້ານຄົນ ‘ກໍາລັງຢູ່ໜ້າປະຕູ ກ້າວສູ່ການເປັນໂຣກອິດຫິວ' ແລ້ວ ຢູ່ໃນທົ່ວໂລກ


ພາບທີ່ແຕ້ມໃສ່ຝາທີ່ມີຊື່ວ່າ "ເດັກຊາຍທີ່ມີແຕ່ກະດູກ" ທີ່ແຕ້ມໂດຍນັກແຕ້ມ Haifa Subay ເພື່ອເປັນການເຕືອນເຖິງຄວາມສ່ຽງໃນການເປັນໂຣກອຶດຫິວ ທີ່ກໍາລັງເປັນໄພຂົ່ມຂູ່ຕໍ່ຊີວິດຂອງເດັກນ້ອຍ ຫລາຍລ້ານຄົນໃນເຢເມນ
ພາບທີ່ແຕ້ມໃສ່ຝາທີ່ມີຊື່ວ່າ "ເດັກຊາຍທີ່ມີແຕ່ກະດູກ" ທີ່ແຕ້ມໂດຍນັກແຕ້ມ Haifa Subay ເພື່ອເປັນການເຕືອນເຖິງຄວາມສ່ຽງໃນການເປັນໂຣກອຶດຫິວ ທີ່ກໍາລັງເປັນໄພຂົ່ມຂູ່ຕໍ່ຊີວິດຂອງເດັກນ້ອຍ ຫລາຍລ້ານຄົນໃນເຢເມນ

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ກ່າວໃນວັນພະຫັດວານນີ້ວ່າ ປະຊາຊົນຫລາຍກວ່າ 88 ລ້ານຄົນກຳລັງປະສົບກັບຄວາມອຶດຫິວຢ່າງໜັກ ຢູ່ໃນບັນດາປະເທດທີ່ໄດ້ຮັບຜົນກະທົບຈາກຄວາມຂັດແຍ້ງ ແລະຂາດສະຖຽນລະພາບໃນທ້າຍປີ 2020, ແລະຢ່າງໜ້ອຍ 34 ລ້ານຄົນ ໃນນັ້ນປະເຊີນກັບໂຣກອຶດຫິວ ທີ່ອາດຈະເກີດຂຶ້ນໄດ້ໃນປີນີ້.

ທ່ານແອນໂທນິໂອ ກູແຕເຣສ (Antonio Guterres) ກ່າວຕໍ່ກອງປະຊຸມຂອງສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດກ່ຽວກັບການເຊື່ອມໂຍງກັນລະຫວ່າງສົງຄາມກັບຄວາມອຶດຢາກວ່າ “ມື້ນີ້ ຂ້າພະເຈົ້າມີຄໍາເວົ້າທີ່ງ່າຍໆຊຶ່ງກໍຄື: ຖ້າເຈົ້າບໍ່ເອົາອາຫານ ໃຫ້ຄົນກິນແລ້ວ ກໍແມ່ນເຈົ້າເອົາອາຫານ ປ້ອນໃຫ້ຄວາມຂັດແຍ້ງ.” ທ່ານກ່າວຕໍ່ໄປອີກວ່າ “ຄວາມຂັດແຍ້ງຜັກດັນໃຫ້ເກີດຄວາມອຶດຢາກ ແລະໂຣກອຶດຫິວເພີ້ມຂຶ້ນ. ແລະຄວາມອຶດຢາກແລະໂຣກອຶດຫິວກໍເປັນສິ່ງຜັກດັນໃຫ້ມີຄວາມຂັດແຍ້ງກັນ.”

ທ່ານກ່າວວ່າ ປະຊາຊົນ 34 ລ້ານຄົນ ໃນຫຼາຍກວ່າສາມສິບປະເທດແມ່ນຫຍັບເຂົ້າໃກ້ ການເປັນໂຣກອຶດຫິວແລ້ວ. ໂຣກອຶດຫິວໄດ້ປາກົດໂຕຂຶ້ນຢູ່ໃນຖົງເສື້ອຂອງຄົນໃນຫລາຍປະເທດແລ້ວ.

ທ່ານກູແຕເຣສກ່າວອີກວ່າ “ພາກສ່ວນຕ່າງໆຂອງເຢເມນ, ຊູດານໃຕ້ ແລະເບີກີນາ ຟາໂຊ (Burkina Faso) ແມ່ນຢູ່ໃນສະພາບທີ່ເປັນໂຣກອຶດຫິວ ຫລືບໍ່ກໍຢູ່ໃນສະພາບການທີ່ຄ້າຍຄືກັບເປັນໂຣກອຶດຫິວ.” "ຫລາຍກວ່າ 150,000 ຄົນແມ່ນຢູ່ໃນຄວາມສ່ຽງ ທີ່ຈະມີຄວາມຫິວໂຫຍຫລາຍ."

ຄະນະກຳມະການລາງວັນໂນແບລ ໄດ້ຮັບຮູ້ເຖິງການເຊື່ອມໂຍງກັນລະຫວ່າງຄວາມອຶດຫິວກັບຄວາມຂັດແຍ້ງ, ຊຶ່ງໄດ້ມອບລາງວັນອັນມີກຽດຕິຍົດຂອງຕົນ ໃຫ້ແກ່ໂຄງການອາຫານໂລກ ຫລື WFP ໃນປີ 2020. ປີກາຍນີ້ ອົງການດັ່ງກ່າວໄດ້ບັນລຸເປົ້າໝາຍ ໃນການໃຫ້ຄວາມຊ່ວຍເຫຼືອດ້ານອາຫານ ໄດ້ເຖິງ 114 ລ້ານຄົນ ຊຶ່ງເປັນຈໍານວນທີ່ສູງທີ່ສຸດໃນປະຫວັດສາດ. ໃນປີນີ້ ໂຄງການດັ່ງກ່າວ ຕ້ອງການເງິນຈຳນວນ 5 ພັນ 500 ລ້ານໂດລາ ເພື່ອຫລີກລ້ຽງຈາກການມີໂຣກອຶດຫິວ.

ເປັນເວລາຫລາຍປີມາແລ້ວ ທີ່ປະເທດເຢເມນ ໄດ້ມີວິກິດການດ້ານມະນຸດສະ ທຳທີ່ໃຫຍ່ທີ່ສຸດໃນໂລກ. ປັດຈຸບັນ, ປະຊາຊົນຫຼາຍກວ່າ 16 ລ້ານຄົນ ກຳລັງຕ້ອງການຄວາມຊ່ວຍເຫລືອ; 5 ລ້ານຄົນ ກຳລັງຢູ່ໃນສະພາບທີ່ເປັນໂຣກອຶດ ຫິວ; ແລະ 50,000 ແມ່ນມີຄວາມຫິວໂຫຍຢ່າງໃຫຍ່ແລ້ວ. ຄວາມທຸກທໍລະ ມານທັງໝົດແມ່ນເກີດມາຈາກນໍ້າມືຂອງມະນຸດ - ນັບແຕ່ຂໍ້ຂັດແຍ່ງທີ່ມີການປະກອບອາວຸດ, ການວາງສິ່ງກີດຂວາງ, ຂໍ້ຈຳກັດໃນການເຂົ້າເຖິງມະນຸດສະທຳ ຊຶ່ງນອນຢູ່ໃນບັນດາປັດໄຈອື່ນໆນັ້ນ.

ທ່ານເດວິດ ບີສລີ (David Beasley), ຜູ້ອຳນວຍການຝ່າຍບໍລິຫານຂອງອົງ ການ WFP ກ່າວໃນວັນພະຫັດນີ້ວ່າ "ນີ້ມັນບໍ່ແມ່ນພຽງແຕ່ເປັນໂຕເລກ, ພວກເຂົາເຈົ້າແມ່ນຄົນແທ້ໆ." “ພວກເຮົາກໍາລັງກ້າວໄປສູ່ໂຣກອຶດຫິວທີ່ໃຫຍ່ທີ່ສຸດ ໃນປະຫວັດສາດສະໄໝໃໝ່. ມັນແມ່ນນະລົກຢູ່ເທິງແຜ່ນດິນ ໃນຫລາຍໆບ່ອນຂອງປະເທດເຢເມນ ຢູ່ດຽວນີ້.”

ອ່ານຂ່າວນີເພີ້ມເປັນພາສາອັງກິດ

XS
SM
MD
LG