ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະປະຊາຊາດ ກ່າວວ່າ 25 ຄົນ ເສຍຊີວິດ ໃນການໂຈມຕີ ສູນອົບພະຍົບ ທີ່ ຊູດານໃຕ້


ທະຫານລັດຖະບານຄົນໜຶ່ງ ຢູ່ເທິງລົດທີ່ຕິດອາວຸດ ທີ່ເມືອງ Malakal ຊຶ່ງເປັນເມືອງທີ່ອຸດົມສົມບູນໄປດ້ວຍນໍ້າມັນ ໃນປະເທດຊູດານໃຕ້.
ທະຫານລັດຖະບານຄົນໜຶ່ງ ຢູ່ເທິງລົດທີ່ຕິດອາວຸດ ທີ່ເມືອງ Malakal ຊຶ່ງເປັນເມືອງທີ່ອຸດົມສົມບູນໄປດ້ວຍນໍ້າມັນ ໃນປະເທດຊູດານໃຕ້.

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ປັດຈຸບັນນີ້ ມີຢ່າງ​ໜ້ອຍ 25 ຄົນ​ໄດ້​
ເສຍ​ຊີວິດແລະ ​ອີກປະມານ 120 ຄົນ​ໄດ້​ຮັບ​ບາດ​ເຈັບຈາກ​ການ​
ໂຈມຕີ​ໃນ​ເດືອນ​ແລ້ວ​ນີ້ ຢູ່ສູນຫລົບ​ໄພ​ພົນລະ​ເຮືອນຂອງສະຫະ
​ປະຊາ​ຊາດ ທີ່​ເມືອງ Malakai ປະ​ເທດຊູ​ດານໃຕ້.

ອົງການ​ປະສານ​ງານ​ດ້ານ​ມະນຸດ​ສະ​ທຳຂອງສະຫະ​ປະຊາ​ຊາດ
ຫຼື OCHA ​ໄດ້​ປັບ​ປ່ຽນ​ໂຕ​ເລກດັ່ງກ່າວ ໃນ​ວັນ​ສຸກ​ມື້​ນີ້ ສອງ​ອາ
ທິດ​ຫລັງ​ຈາກ​ໄດ້​ມີ​ການ​ໂຈ​ມຕີສູນ​ຫລົບ​ໄພ ​ເມື່ອວັນ​ທີ 17 ແລະ
18 ​ກຸມພາຜ່ານ​ມາ ຊຶ່ງ​ມີປະມານ 47,000 ຄົນ​ໄດ້ພາກັນເຂົ້າ​ໄປ
​ລີ້​ໄພ ສົງຄາມ​ກາງ​ເມືອງ​ໃນ​ຊູ​ດານ​ໃຕ້.

ອົງການ OCHA ກ່າວ​ວ່າ ບັນດາ​ຄູ່​ຮ່ວມ​ງານ​ດ້ານ​ມະນຸດສະທຳ​ໄດ້ “ລະດົມ​ພະນັກງານ​
ແລະ​ອຸ​ບປະກອນຢ່າງຣີບດ່ວນ” ​ເພື່ອ​ເພີ້​ມການໃຫ້ການຊ່ວຍ​ເຫລືອສະໜອງ​ຕອບຄວາມ​
ຕ້ອງການ​ຢູ່ທີ່ສູນທີ່​ມີ​ເພີ້ມຂຶ້ນ ນັບ​ແຕ່​ໄດ້​ເກີດ​ການ​ໂຈມ​ຕີ. ລາຍ​ງານ​ກ່າວ​ວ່າ ນອກຈາກ
25 ຄົນ​ທີ່​ໄດ້​ເສຍ​ຊີວິດແລະ120 ຄົນ​ໄດ້​ຮັບ​ບາດ​ເຈັບ​ແລ້ວບ່ອນ​ພັກ​ພາ​ອາ​ໄສ​າຂອງຄອບ
ຄົວປະມານ 3,700 ຫລັງ​ໄດ້​ຖືກ​ທຳລາຍ ຫລືໄດ້​ຮັບ​ຄວາມ​ເສຍ​ຫາຍ ພ້ອມ​ທັງບັນດາຄລີ
ນິກ ​ຖັງ​ນໍ້າ ສູນ​ກາງແຈກ​ຢາຍ​ອາຫານ ​ແລະ​ໂຮງຮຽນ.

ອົງການ OCHA ຍັງ​ກ່າວ​ວ່າ ມີ​ “ລາຍ​ງານ​ທີ່​ເຊື່ອ​ຖື​ໄດ້” ວ່າ ​ພວກ​ຜູ້​ຊາຍ​ຕິດ​ອາວຸດ ຈາກ
ກອງທັບ​ປົດ​ປ່ອຍປະຊາ​ຊົນຊູ​ດານໄດ້ເຂົ້າໄປ​ໃນ​ສູນແລະ​ຍິງ​ປືນໃສ່ພົນລະເຮືອນລະຫວ່າງ​
ການ​ໂຈມ​ຕີ​ເປັນ​ເວລາສອງ​ມື້​.​

XS
SM
MD
LG