ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ປ​ຊ ກ່າວ​ວ່າ ມີ 1,500 ຄົນ ຕົກ​ຄ້າງ ​ຢູ່ທ່າມ​ກາງ ການ​ສູ້​ລົບ​ ໃນ ​ລີ​ເບຍ


ຄວັນ​ພຸ່ງ​ຂຶ້ນ ຍ້ອນ​ການ​ໂຈມ​ຕີ​ທາງ​ອາ​ກາດ ຢູ່​ທາງ​ຫຼັງ​ລົດ​ຖັງ ແລະ​ລົດ​ທີ່​ຕິດ​ປືນ​ກົນ ຂອງ​ກຳ​ລັງ ທີ່​ຈົງ​ຮັກ​ພັກ​ດີ ຕໍ່​ລັດ​ຖະ​ບານ ພາຍ​ໃຕ້​ຂໍ້​ຕົກ​ລົງ​ປອງດອງ​ຊາດ ຂອງ​ລີ​ເບຍ.
ຄວັນ​ພຸ່ງ​ຂຶ້ນ ຍ້ອນ​ການ​ໂຈມ​ຕີ​ທາງ​ອາ​ກາດ ຢູ່​ທາງ​ຫຼັງ​ລົດ​ຖັງ ແລະ​ລົດ​ທີ່​ຕິດ​ປືນ​ກົນ ຂອງ​ກຳ​ລັງ ທີ່​ຈົງ​ຮັກ​ພັກ​ດີ ຕໍ່​ລັດ​ຖະ​ບານ ພາຍ​ໃຕ້​ຂໍ້​ຕົກ​ລົງ​ປອງດອງ​ຊາດ ຂອງ​ລີ​ເບຍ.

ອົງ​ການ​ອົ​ບ​ພະ​ຍົບ​ຂອງ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ມີ 1,500 ຄົນ ຕົກ​ຄ້າງ​ຢູ່ຕາມ​ບ່ອນ​ຄຸມ​ຂັງ​ຕ່າງໆ ຍ້ອນ​ບັນ​ຫາ​ຂັດ​ແຍ້ງ​ໃນ​ລີ​ເບຍ.

ຂ້າ​ຫຼວງ​ໃຫຍ່​ດ້ານ​ອົບ​ພະ​ຍົບ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ຟີ​ລິບ​ໂປ ແກ​ຣນ​ດີ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ທີ່​ອອກ​ໃນ​ວັນ​ສຸກວານນີ້​ວ່າ “ຄວາມ​ສ່ຽງທີ່​ມີຕໍ່​ຊີ​ວິດຂອງ​ພວກ​ເຂົາ​ເຈົ້າ ແມ່ນ​ໄດ້​ເພີ້ມ​ຂຶ້ນ​ ໃນ​ແຕ່​ລະ​ຊົ່ວ​ໂມງ. ພວກ​ເຂົາ​ເຈົ້າ​ຕ້ອງ​ໄດ້​ຖືກ​ນຳ​ໄປ​ຍັງ​ບ່ອນ​ທີ່​ປອດ​ໄພ. ເວົ້າ​ງ່າຍໆ​ແລ້ວກໍ​ແມ່ນ​ວ່າ ມັນ​ເປັນ​ເລື້ອງ​ການ​ມີຊີ​ວິດ​ຢູ່​ລອດ​ຫຼື​ການ​ຕາຍ.”

ອົງ​ການ​ອົບ​ພະ​ຍົບ​ສະ​ຫະ​ປະ​ຊາ​ຊາດ ກ່າ​ວວ່າ ພວກ​ອົບ​ພະ​ຍົບ​ເຫຼົ່າ​ນີ້ “ເຊື່ອ​ກັນ​ວ່າ ຕົກ​ຄ້າງ​ຢູ່​ຕາມ​ສູນ​ຄຸມ​ຂັງ​ຕ່າງໆ ບ່ອນ​ທີ່​ການ​ສູ້​ລົບ​ກັນ ກຳ​ລັງ​ດຳ​ເນີນ​ຢູ່.”

ຖະ​ແຫຼງ​ການ​ຂອງ​ອົງ​ການ​ອົບ​ພະ​ຍົບ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ “ນັບແຕ່​ບັນ​ຫາ​ຂັດ​ແຍ້ງ​ເພີ້ມ​ທະ​ວີ​ຄວາມ​ຮຸນ​ແຮງ​ຂຶ້ນ ​ໃນ​ອາ​ທິດ​ແລ້ວນີ້ “ມີ​ຫຼາຍກວ່າ 9,500 ຄົນ ໄດ້​ຖືກ​ບັງ​ຄັບ​ໃຫ້​ຫຼົບ​ໜີ​ໄປ​ຈາກ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ.

ຊາວລີ​ເບຍ ພາ​ກັນ​ໂບກ​ທຸງ​ຊາດ ແລະ​ຮ້ອງຄຳ​ຂວັນ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ຕໍ່​ຕ້ານ​ນາຍ​ພົນ ຄາ​ລີ​ຟາ ອັ​ຟ​ຕາ ທີ່​ຈະ​ຕຸ​ລັດ​ວິ​ລະ​ຊົນ ໃນ​ນະ​ຄອນ​ຫຼວງ ຕ​ຣີ​ໂປ​ລີ ເມື່ອ​ວັນ​ທີ 12 ເມ​ສາ 2019.
ຊາວລີ​ເບຍ ພາ​ກັນ​ໂບກ​ທຸງ​ຊາດ ແລະ​ຮ້ອງຄຳ​ຂວັນ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ຕໍ່​ຕ້ານ​ນາຍ​ພົນ ຄາ​ລີ​ຟາ ອັ​ຟ​ຕາ ທີ່​ຈະ​ຕຸ​ລັດ​ວິ​ລະ​ຊົນ ໃນ​ນະ​ຄອນ​ຫຼວງ ຕ​ຣີ​ໂປ​ລີ ເມື່ອ​ວັນ​ທີ 12 ເມ​ສາ 2019.

​ການ​ສູ້​ລົບ​ກັນ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ໃນ​ວັນ​ສຸກວານນີ້ ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ​ສາຍຕ່າງໆ ໃນ​ນະ​ຄອນ​ຫຼວງ​ຕ​ຣີ​ໂປ​ລີ.

ອົງ​ການ​ຂ່າວ​ຣອຍ​ເຕີ້ ລາຍ​ງານ​ວ່າ ມີ​ຫລາຍກວ່າ 1,000 ຄົນ​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ເຂດ​ໃຈ​ກາງ​ນະ​ຄອນ​ຕ​ຣີ​ໂປ​ລີ ເພື່ອ​ຮຽກ​ຮ້ອງ​ໃຫ້​ທ່ານ​ຄາ​ລີ​ຟາ ຮາ​ຟ​ຕາ​ໃຫ້ຢຸດ​ການ​ບຸກ​ຄືບ​ໜ້າ ຂອງ​ກຳ​ລັງ​ທະ​ຫານ ກອງ​ທັບ​ແຫ່ງ​ຊາດ​ລີ​ເບຍ ເຂົ້າ​ໄປໃນ​ນະ​ຄອນ​ຫຼວງ.

ພວກ​ທີ່​ເຫັນ​ເຫດ​ການ​ຍັງ​ລາຍ​ງານ​ວ່າ ມີ​ການ​ໂຈມ​ຕີ​ທາງ​ອາ​ກາດໃສ່ເມືອງ​ຊູ​ວາ​ຣາ ທີ່​ຕັ້ງ​ຢູ່​ທາງ​ກ້ຳ​ຕາ​ເວັນ​ຕົກ​ຂອງ​ນະ​ຄອນຫຼວງ​ຕ​ຣີ​ໂປ​ລີ ໄປ​ຫາ​ຊາຍ​ແດນ​ທີ່​ຕິດ​ກັບ​ປະ​ເທດ​ຕູ​ນີ​ເຊຍ.

ອ່ານ​ຂ່າວນີ້​ຕື່ມ​ເປັ​ນ​ພາ​ສາອ​ັງ​ກິດ

XS
SM
MD
LG