ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ປະ​ ຊາ​ຊາດ ກ່າວ​ວ່າ 14 ລ້ານ​ຄົນ ​ໃນ​ເຢ​ເມນ ​ສ່ຽງ​ຕໍ່​ ຄວາມ​ອຶດ​ຢາກ ໃນ​ບໍ່​ຊ້າ ນີ້


ພໍ່​ຄົນ​ນຶ່ງ​ກຳ​ລັງ​ເອົາ​ນ້ຳ​ໃຫ້​ລູກ​ສາວ ທີ່​ຂາດ​ອາ​ການ​ກິນ​ຢູ່​ໂຮງ​ໝໍ ໂຮ​ເດ​ດາ ໃນ​ເຢ​ເມນ ວັນ​ທີ 27 ກັນ​ຍາ 2018.
ພໍ່​ຄົນ​ນຶ່ງ​ກຳ​ລັງ​ເອົາ​ນ້ຳ​ໃຫ້​ລູກ​ສາວ ທີ່​ຂາດ​ອາ​ການ​ກິນ​ຢູ່​ໂຮງ​ໝໍ ໂຮ​ເດ​ດາ ໃນ​ເຢ​ເມນ ວັນ​ທີ 27 ກັນ​ຍາ 2018.

ຫົວ​ໜ້າ​ອົງ​ການ​ຊ່ວຍ​ເຫຼືອ​ສະ​ຫະ​ປະ​ຊາ​ຊາດ ໄດ້​ເຕືອນ​ໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ ການ​
ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ​ກຳ​ລັງ​ເສຍໄຊ ໃນ​ການ​ຕໍ່​ຕ້ານ​ກັບ​ຄວາມ​ອຶດ​ຢາກ​ຢູ່​ໃນ​
ເຢ​ເມນ ແລະ​ອີກ 14 ລ້ານ​ຄົນ​ໃນ​ບໍ່​ຊ້າ​ນີ້ ​ອາດຈະຕົກຢູ່​ໃນ​ຄວາມ​ສ່ຽງ​ຕໍ່​ການ​ອຶດ​ຫິວ.

ທ່ານ​ມາກ ໂລ​ຄັອກ ກ່າວ​ຢູ່ກອງ​ປະ​ຊຸມສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ວ່າ
“ບັດ​ນີ້​ເປັນ​ທີ່ຈະແຈ້ງ​ ແລະ​ໄພ​ອັນ​ຕະ​ລາຍ​ທີ່ຈະ​ເກີດ​ຂຶ້ນ​ໃນ​ທຸກ​ເວ​ລາ ແລະ​ຄວາມ​
ອຶດ​ຢາກ​ຂະ​ໜາດ​ໃຫຍ່​ຈະມີ​ຂຶ້ນ​ຢູ່​ໃນ​ເຢ​ເມນ. ໃຫຍ່​ໄປກວ່າທີ່​ພວກນັກ​ວິ​ຊາ​ການ​
ໃດໆ​ຢູ່​ໃນ​ຂະ​ແໜງ​ການ​ດັ່ງ​ກ່າວ ເຄີຍ​ໄດ້​ເຫັນ​ຢູ່​ໃນ​ການ​ປະ​ຕິ​ບັດ​ງານ​ໃນ​ຊີ​ວິດຂອງ
​ເຂົາ​ເຈົ້າ.”

ທ່ານ​ໂລ​ຄັອກ ໄດ້​ເຕືອນ​ກ່ອນ​ໜ້ານີ້ ເຖິງຄວາມ​ສ່ຽງໃນ​ການ​ທີ່​ຈະ​ເກີດ​ຄວາມ​ອຶດ​ຢາກ
ສອງ​ຄັ້ງມາ​ແລ້ວ ​ໃນ​ປີ 2017 ແຕ່​ລະ​ດັບ​ຄວ​າມ​ສຳ​ຄັນໄດ້​ເພີ້ມ​ຂຶ້ນ ​ຂອງ​ການສະ​ໜອງ​ຕອບດ້ານມະ​ນຸດ​ສະ​ທຳ ແລະ​ຍຸ​ຕິ​ການ​ປິດ​ລ້ອມ​ຂອງ​ກຳ​ລັງ​ແນວ ໂຮມ​ພາຍ​ໃຕ້​ນຳ​ພາ
ຂອງ​ຊາ​ອຸ​ດີ ​ທີ່​ຂັດ​ຂວາງ ​ບໍ່​ໃຫ້​ສົ່ງການ​ຊ່ວ​ຍ​ເຫຼືອ​ໄປ​ໃຫ້ເຢ​ເມນ ເພື່ອຫລີກ​ລ່ຽງເຫດ
​ການ​ຮ້າຍ​ແຮງ​ທີ່​ຈະ​ຕິດ​ຕາ​ມ​ມາ.

ທ່ານ​ໂລ​ຄັອກ ກ່າວ​ວ່າ “ອັນ​ທີ່​ຂ້າ​ພະ​ເຈົ້າ​ບອກ​ທ່ານ​ມື້​ນີ້​ກໍ​ຄື​ສະ​ພາບ​ການບັດ​ນີ້​ເປັນ​
ໜ້າ​ວິ​ຕົກ​ຫຼາຍ​ຂຶ້ນກວ່າທັງ​ສອງໂອ​ກາດ​ທີ່​ຜ່ານ​ມາ.”

ທ່ານ​ກ່າວ​ວ່າ ການ​ຊັງ​ຊາ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ
ເຫັນ​ວ່າ ປະ​ມານ 11 ລ້ານ​ຄົນອາດຕົກ​ຢູ່​ໃນ​ຄວາມ​ສ່ຽງນັ້ນ ​ເປັນ​ທີ່​ຜິດ​ພາດ ແລະ​ໄດ້
​ດັດ​ແປງ​ກາ​ນ​ທົບທວນ ເຮັດ​ໃຫ້​ຈຳ​ນວນ​ໂຕເລກທີ່​ແທ້​ຈິງ ​ສູງ​ຢ່າງ​ຫຼວງ​ຫຼາຍ.

ທ່ານ​ມາກ ໂລ​ຄັອກ ຫົວ​ໜ້າ​ອົງ​ການ​ຊ່ວຍ​ເຫຼືອ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ຢູ່ກອງ​ປະ​ຊຸມສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ວັນ​ທີ 23 ຕຸ​ລາ 2018.
ທ່ານ​ມາກ ໂລ​ຄັອກ ຫົວ​ໜ້າ​ອົງ​ການ​ຊ່ວຍ​ເຫຼືອ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ຢູ່ກອງ​ປະ​ຊຸມສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ວັນ​ທີ 23 ຕຸ​ລາ 2018.

​ທ່ານ​ໂລ​ຄັອກ ກ່າວ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງວ່າ “ການ​ຊັ່ງ​ຊາທີ່​ໄດ້ດັດ​ແປງ​ຄືນ​ໃໝ່​
ຂອງ​ພວກ​ເຮົາ ເປັນ​ຜົນ​ມາ​ຈາກ​ການ​ປະ​ຕິ​ບັດ​ງານສຳ​ຫຼວດ ແລະ​ວິ​ເຄາະໃໝ່ ທີ່​ວ່າ
​ຈຳ​ນວນ​ປະ​ຊາ​ຊົນ​ທັງ​ໝົດ ​ກຳ​ລັງ​ປະ​ເຊີນ​ໜ້າ​ກ່ອນ​ສະ​ພາບ​ຄວາ​ມ​ອຶດ​ຢາກ ໝາຍ​
ຄວາມ​ວ່າ​ເຂົາ​ເຈົ້າ​ທັງ​ໝົດພາ​ກັນ​ກາງ​ຕໍ່ການ​ຊ່ວຍ​ເຫຼືອ​ຈາກ​ພາຍນອກ​ທີ່​ຈະ​ລອດ
​ຊີ​ວິດໄດ້ ​ໃນ​ບໍ່​ຊ້າ​ນີ້ ອາດ​ຈະ​ເຖິງບໍ່​ແມ່ນ 11 ລ້ານ​ຄົນແຕ່​ແມ່ນ 14 ລ້ານ ​ຄົນ. ນັ້ນ​
ແມ່ນ​ເຄິ່ງ​ນຶ່ງ​ຂອງ​ຈຳ​ນວນ​ພົນ​ລະ​ເມືອງ​ຂອງ​ປະ​ເທດ.”

ປັດ​ຈຸ​ບັນ​ນີ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ບັນ​ດາ​ອົງ​ກາ​ນ​ຮ່ວມ​ງານ​ໄດ້ເຂົ້າ​ໄປ​ເຖິງ
8 ລ້ານ​ຄົນ ແຕ່​ລະ​ເດືອນ​ຢູ່​ໃນ​ທຸກໆ​ເຂດ​ຂອງ​ປະ​ເທດດ້ວຍ​ການ​ຊ່ວ​ຍ​ເຫຼືອ​ທີ່​ສຳ​ຄັນ.
ການ​ປະ​ຕິ​ບັດ​ງານ​ບັນ​ເທົາ​ທຸກ​ທີ່​ໃຫຍ່​ທີ່​ສຸດ​ຢູ່ໃນ​ໂລກແລະ​ມີ​ມູນ​ຄ່າ 3 ພັນ​ລ້ານ​ໂດ
​ລາສຳ​ລັບ​ປີ​ນີ້ ອັນ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຮັບ​ແມ່ນ 2 ພັນ​ລ້ານ​ໂດ​ລາ ​ຈາກ​
ບັນ​ດາ​ຜູ້​ບໍ​ລິ​ຈາກ. ທ່ານ​ໂລ​ຄັອກ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ວ່າ ການ​ປະ​ຕິບັດ​
ງານ​ອາດຈະ​ບໍ່​ທົ່ວ​ເຖິງຖ້າຈຳ​ນວນຜູ້ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ຍັງເພີ້ມ​ຂຶ້ນ​ເລື້ອຍໆ.

ອ່າ​ນ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG