ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, 17 ຕຸລາ 2026

ສປຊ ກ່າວວ່າ ຮ້ອຍພັນຄົນ ບໍ່ມີທີ່ຢູ່ອາໄສ ຍ້ອນການສູ້ລົບ ໃນເຢເມນ

ຄວັນໄຟພຸ່ງຂື້ນ ຈາກຄ້າຍທະຫານ ຫລັງຈາກໄດ້ຖືກໂຈມ
ຕີຈາກທາງອາກາດ ທີ່ພູ Faj Attan ຂອງເມືອງ Sanaa.
ຄວັນໄຟພຸ່ງຂື້ນ ຈາກຄ້າຍທະຫານ ຫລັງຈາກໄດ້ຖືກໂຈມ ຕີຈາກທາງອາກາດ ທີ່ພູ Faj Attan ຂອງເມືອງ Sanaa.

ອົງການ​ແມ່ແລະ​ເດັກ​ຂອງສະຫະ​ປະຊາຊາດ ກ່າວ​ວ່າ ມີປະ
ມານ 100,000 ຄົນ ​ບໍ່​ມີ​ທີ່ຢູ່​ອາ​ໄສຍ້ອນບັນຫາ​ຂັດ​ແຍ້​ງກັນ
ໃນ​ເຢ​ເມນໃນ​ຂະນະ​ທີ່ພວກ​ເດັກນ້ອຍ​ຍັງສືບຕໍ່ຖືກ​ຂ້າຕາຍ ​
ເສຍ​ອົງຄະແລະ​ສ່ຽງ​ຕໍ່​ການຕິດແປດພະຍາດ.

ອົງການ​ແມ່​ແລະ​ເດັກ ສະຫະປະຊາຊາດ ຫລື UNICEF ​ໄດ້​
ອອກ​ຖະ​ແຫລ​ງການສະບັບນຶ່ງກ່າວ​ວ່າ ຢູ່​ທົ່ວ​ເຢ​ເມນ ປະຊາ
ຊົນ​ໄດ້ຫລົບໜີ​ຈາກ​ບ້ານ​ເຮືອນ​ເຂົາ​ເຈົ້າ ​ເພື່ອ​ຊອກ​ຫາ​ບ່ອນ
ຢູ່​ທີ່​ປອດ​ໄພ ​ຊຶ່ງໄດ້ເພີ້​ມຄວາມ​ກົດ​ດັນ ​ຕໍ່​ໂຮງໝໍ​ຕ່າງໆ ​ແລະ​
ການ​ບໍ​ລິ​ການ​ອຶ່ນໆ.

ສປຊ ວ່າ ມີຜູ້ປະສົບ ໄພສົງຄາມ ຫຼາຍກວ່າ 1 ແສນຄົນ ໃນເຢເມນ

Children ride on the back of a pick-up truck with their luggage as they flee Saudi-led airstrikes in Sana'a, April 6, 2015.
1/5 Children ride on the back of a pick-up truck with their luggage as they flee Saudi-led airstrikes in Sana'a, April 6, 2015.
ເບິ່ງຕື່ມອີກ Show less
People gather around the wreckage of a house destroyed by an airstrike that killed three women and three children from one family, in the Bait Rejal village, west Sana'a, April 7, 2015.
2/5 People gather around the wreckage of a house destroyed by an airstrike that killed three women and three children from one family, in the Bait Rejal village, west Sana'a, April 7, 2015.
ເບິ່ງຕື່ມອີກ Show less
Foreign nationals who were evacuated from Yemen arrive at the port of Karachi, in Pakistan, April 7, 2015.
3/5 Foreign nationals who were evacuated from Yemen arrive at the port of Karachi, in Pakistan, April 7, 2015.
ເບິ່ງຕື່ມອີກ Show less
A boy holds a blood-stained garment at the site of an airstrike on a house, in Bait Rejal village, west of Sana'a, April 7, 2015.
4/5 A boy holds a blood-stained garment at the site of an airstrike on a house, in Bait Rejal village, west of Sana'a, April 7, 2015.
ເບິ່ງຕື່ມອີກ Show less
Passengers board the Yemeni-owned Sea Princess II oil tanker, chartered to carry people of various nationalities fleeing Aden, as Houthi fighters advanced, April 1, 2015.
5/5 Passengers board the Yemeni-owned Sea Princess II oil tanker, chartered to carry people of various nationalities fleeing Aden, as Houthi fighters advanced, April 1, 2015.
ເບິ່ງຕື່ມອີກ Show less
Previous slide
Next slide

ຖະແຫລງການ​ກ່າວ​ວ່າ ການອົບພະຍົບຫລົບໄພຢູ່​ພາຍ​ໃນປະເທດ ​ໄດ້​ເຮັດ​ໃຫ້​ສຸຂະ​ພາບ​ເດັກນ້ອຍຕົກຢູ່ໃນຄວາມສ່ຽງ ​ແລະ​ລົບ​ກວນ​ການ​ສຶກສາ​ຂອງ​ເຂົາ​ເຈົ້າ. ອົງການ UNICEF ​ໄດ້​ຮຽກຮ້ອງໃຫ້ເອົາໃຈໃສ່​ເປັນ​ພິ​ເສດແລະໃຫ້ການ​ປົກປ້ອງ ​ແກ່​ບັນດາ​ເດັກ
ນ້ອຍ​ເຫລົ່າ​ນີ້ ​ແລະ​ຄອບຄົວ​ຂອງ​ເຂົາ​ເຈົ້າ ເພື່ອໃຫ້ສອດຄ່ອງກັບ​ກົດໝາຍ​ມະນຸດສະທຳ​
ສາກົນ.

​ໃນ​ວັນ​ຈັນ​ວານ​ນີ້ ໄດ້ເກີດການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ​ ຢູ່​ໃນພາກໃຕ້​ເຢ​ເມນ ລະຫວ່າງ
ພວກ​ກະບົດ Houthi ຂອງຊາວ ​Shi’ite ແລະ​ກຳລັງ​ຈົງ​ຮັກ​ພັກດີ​ຕໍ່ ປະທານາທິບໍດີ​ຂອງ​ປະ​ເທດ ​ໃນ​ຂະນະ​ທີ່​ສະພາກາ​ແດງ ປະ​ເຊີນ​ໜ້າ​ກັບ​ການ​ຊັກຊ້າ​ໃນ​ການຈັດສົ່ງການຊ່ວຍ
ເຫຼືອຕ່າງໆ ທີ່ມີຄວາມ​ຕ້ອງການ​ຢ່າງ​ຮິບ​ດ່ວນນັ້ນ.

Saudis Seek More Help in Yemen
please wait

No media source currently available

0:00 0:01:55 0:00

ພວກ​ກະບົດ Houthi ​ໄດ້​ພະຍາຍາມ​ເສີ້ມກຳລັງໃຫ້ແກ່​ທີ່​ໝັ້ນ​ຂອງ​ເຂົ້​າ​ເຈົ້າຢ່າງ​ເຕັມທີ່ ຢູ່​ເມືອງທ່າ Aden ​ແລະ​ຢູ່​ພາກ​ຕາ​ເວັນ​ຕົກຂອງເມືອງດັ່ງກ່າວ. ບັນດາ​ຜູ້​ເຫັນ​ເຫດການ​ກ່າວ​ວ່າ ເຮືອ​ລົບ​ຕ່າງປະ​ເທດ ​ໄດ້​ຍິງໂຈມຕີ​ເປົ້າໝ​າຍຕ່າງໆ​ ຢູ່​ໃນ ​ແລະ​ອ້ອ​ມ​ແອ້ມເມືອງ Aden ​ແລະກຳລັງ​ປະສົມ ພາຍໃຕ້ການນຳພາຂອງ ຊາ​ອຸ​ດີ ​ກໍໂຈມ​ຕີ​ທາງ​ອາກາດ ​ໃສ່​ຖານ​ທັບ
ແຫ່ງນຶ່ງ​ຢູ່​ທາງ​ພາກ​ເໜືອ​ຂອງ​ເມືອງ Aden ຊຶ່ງໄດ້ບັງ​ຄັບ​ໃຫ້​ພວກ​ນັກ​ລົບ Houthi ແຕກ​
ໜີ​ໄປຈາກ​ເຂດ​ດັ່ງກ່າວ

ບັນ​ດາ​ເຮືອບິນລົບຂອງ​ກຳລັງ​ປະສົມ ຍັງ​ໄດ້ປະຕິບັດ​ງານ​ໂຈມ​ຕີ​ທາງ​ອາກາດ ທີ່​ໃນ​ນະ​ຄອນ​ຫລວງ Sana’a ໂດຍຖືກ​ກອງ​ບັນຊາ​ກາ​ຮັກສາ​ຄວາມ​ປອດ​ໄພແລະ ​ຄ້າຍ​ທະຫານ
ທີ່​ໃຊ້​ໂດຍ​ພວກ​ກະບົດ.​

Yemen
please wait

No media source currently available

0:00 0:01:53 0:00

​
XS
SM
MD
LG