ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເລຂາທິການໃຫຍ່ ສະຫະປະຊາຊາດ ອາດຈະໄປຢ້ຽມຢາມ ເກົາຫຼີເໜືອ


ເລຂາທິການໃຫຍ່ ສະຫະປະຊາຊາຊາດ ທ່ານ Ban Ki-moon ໄດ້ຮັບລາງວັນ Seoul Peace Prize ຫລືລາງວັນສັນຕິພາບກຸງໂຊລ
ເລຂາທິການໃຫຍ່ ສະຫະປະຊາຊາຊາດ ທ່ານ Ban Ki-moon ໄດ້ຮັບລາງວັນ Seoul Peace Prize ຫລືລາງວັນສັນຕິພາບກຸງໂຊລ
ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ທ່ານ Ban Ki-moon
ກ່າວ​ວ່າ ທ່ານອາດ​ຈະ​ເດີນທາງ​ໄປເກົາຫລີ​ເໜືອ ຊຶ່ງ​ເປັນ​ພາກ
​ສ່ວນນຶ່ງ​ໃນ​ການ​ດຳ​ເນີນ​ຄວາມພະຍາຍາມ ເພື່ອ​ສ້າງສັນ​ຕິ​ພາບ ​
ຢູ່​ໃນ​ແຫລ​ມເກົາຫລີ.

ທ່ານ Ban ຊຶ່ງ​ເປັນ​ຊາວ​ເກົາຫລີໃຕ້ ​ໄດ້​ກ່າວ​ໃນ​ວັນ​ອັງຄານມື້ນີ້​ ​ຂະນະ​ທີ່​ທ່ານຮັບ​ລາງ ວັນສັນຕິພາບ​ຂອງ​ກຸງ​ໂຊ​ລ ປະຈຳປີ 2012.

ທ່ານ Ban ​ເວົ້າວ່າ “ຂ້າພະ​ເຈົ້າຈະ​ບໍ່​ລົດ​ລະກາ​ນດຳ​ເນີນ​ຄວາມພະຍາ ຍາມ ທີ່​ຈະ​ຊ່ວຍ​ເຫລືອ​ໃຫ້​ທັງ​ເກົາຫລີ​ໃຕ້ ​ແລະ​ເກົາຫລີ​ເໜືອ ຫັນ​ໜ້າ​ໄປ​ສູ່​ການ​ທ້ອນໂຮມ​ເຂົ້າເປັນ​ປະ​ເທດ​ນຶ່ງ​ດຽວ​ກັນ​ໃນ​ທີ່​ສຸດ ​ແລະ​ເຮັດໃຫ້ແຫຼມ​ເກົາຫຼີມີຄວາມ​ສະຫງົບ​ສຸກ ແລະ​ປອດຈາກ​ອາວຸດ​ນິວ​ເຄລຍ. ໃນ ນາມ​ເລຂ​າທິການ​ໃຫຍ່ ຂ້າພະ​ເຈົ້າມີ​ຄວາມຕັ້ງ​ໃຈ ທີ່​ຈະ​ປະຕິບັດ​ງານ​ຢ່າງ​ສຸດ​ຂີດ ເ​ພື່ອ​ເອົາບົດບາດ​ໃດໆກໍ​ຕາມ ​ໃນ​ການ​ຊ່ວຍ​ສ້າງ​ຄວາມ​ກ້າວໜ້າ​ໄປ​ສູ່​ການ​ມີສັນຕິ​ພາບ​ໃນ​ແຫລມ​ເກົາຫລີ. ຮວມ​ທັງ​ການເດີນ ທາງ​ໄປຢ້ຽມຢາມ​ເກົາຫລີ​ເໜືອ ພາຍໃຕ້​ບັນຍາ​ກາດ​ອັນ​ເໝາະ​ສົມ.”

ທ່ານ​ຍັງ​ກ່າວ​ອີກ​ວ່າ ທ່ານລໍຄອຍວັນ​ນຶ່ງ​ຂ້າງ​ໜ້າ ​ເວລາ​ເກົາຫລີ​ເໜືອ “​ສະໜອງ​ຕ​ອບ​ໂຕ້​ຕໍ່​ຄໍາ​ຮຽກຮ້ອງ​ຂອງ​ປະຊາ​ຄົມນາໆ​ຊາດ” ​ໂດຍ​ການ​ຍົກ​ເລີກ​ໂຄງການ​ອາວຸດ​ນິວ​ເຄລຍ ​ແລະປັບປຸງ​ຊີວິດການ​ເປັນ​ຢູ່​ຂອງ ປະຊາຊົນ​ຂອງ​ຕົນ​ໃຫ້​ດີ​ຂື້ນ​.

ທ່ານ Ban ​ໄດ້ຖືກ​ຄັດ​ເລືອກ​ໃຫ້​ເປັນ​ຜູ້​ໄດ້​ຮັບລາງວັນສັນຕິພາບ​ຂອງ ​ກຸງ​ໂຊ​ລ ກໍ​ເພາະ​ວ່າ ຄະນະ​ກໍາມະການ​ຄັດ​ເລືອກ​ເວົ້າວ່າ ​ທ່ານໄດ້​ບັນ ບັນລຸ​ຜົນງານ​ທີ່​ດີ​ເດັ່ນ​ໃນ​ການ​ແກ້ໄຂ​ແລະ​ປ້ອງ​ກັນ​ບັນຫາ​ຂັດ​ແຍ້​ງນາໆ​ ຊາດ.” ທ່ານເປັນ​ຄົນເກົາຫລີ ຄົນທໍາ​ອິດທີ່​ໄດ້​ຮັບ​ລາງວັນດັ່ງກ່າວ.

ກ່ຽວຂ້ອງກັນ

XS
SM
MD
LG