ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄຣນ ປ່ອນບັດ​ເອົາ​ ສະ​ມາ​ຊິກ​ສະພາຊຸດ​ໃໝ່


ຜູ້ຍິງຄົນນຶ່ງ ກຳລັງປ່ອນບັດ ຢູ່ທີ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນການເລືອກຕັ້ງສະມາຊິກສະພາ ໃນນະຄອນຫລວງກີແອຟ ປະເທດຢູເຄຣນ ໃນວັນທີ 26 ຕຸລາ 2014.
ຜູ້ຍິງຄົນນຶ່ງ ກຳລັງປ່ອນບັດ ຢູ່ທີ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນການເລືອກຕັ້ງສະມາຊິກສະພາ ໃນນະຄອນຫລວງກີແອຟ ປະເທດຢູເຄຣນ ໃນວັນທີ 26 ຕຸລາ 2014.

ຢູ​ເຄຣນກຳ​ລັງເລືອກ​ຕັ້ງເອົາ​ ສະ​ມາ​ຊິກ​ສະພາ​ຊຸດ​ໃໝ່.

ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ມື້​ນີ້ ​ແມ່ນ​ຄັ້ງທຳ​ອິດ ນັບ​ຕັ້ງ​ແຕ່
ການ​ປະ​ທ້ວງ​ຕາມ​ທ້ອງ​ຖະໜົນ ​ຢູ່​ນະຄອນຫລວງ​ກີ​ແອ​ຟ ​ໄດ້
​ກົດ​ດັນໃຫ້ປະທານາທິບໍດີ Viktor Yanukovich ຜູ້ນຳທີ່ມົສກູ
ສະໜັບສະໜຸນ ​ຕ້ອງຫລົບໜີ​ອອກຈາກ​ປະ​ເທດ​ ໃນ​ເດືອນກຸມ
ພາ​ຕົ້ນປີນີ້ ​ແລະ​ໄດ້​ນຳ​ມາຊຶ່ງ​ການນຳທີ່​ນິຍົມ​ຢູ​ໂຣບ ພາຍ​ໃຕ້
​ປະທານາທິບໍດີ Petro Poroshenko.

ບັນດາ​ນັກວິ​ເຄາະ ກ່າວ​ວ່າ ຄາດ​ວ່າພັກ​ຂອງທ່ານ Poroshenko ​ ​ຈະ​ໄດ້​ຮັບ​ສຽງ​ສ່ວນ​ຫລາຍ​ ໃນ​ການ​ເລືອກ​ຕັ້ງວັນ​ອາທິດ​ມື້​ນີ້ ​ແຕ່​ຍັງບໍ່​ຈະ​ແຈ້ງ​ເທື່ອວ່າ ພັກ​ຂອງ​ທ່ານ​ຈະ​ສາມາດ​ຈັດຕັ້ງລັດຖະບານ ​ໂດຍ​ທີ່​ບໍ່​ຕ້ອງ​ເຕົ້າ​ໂຮມ​ບັນດາ​ພັກ​ອື່ນໆ​ນັ້ນ ໄດ້ຫຼືບໍ່?

ເຖິງ​ຢ່າງ​ໃດ​ກໍ​ຕາມ ບັນດາ​ຜູ້​ມີ​ສິດ​ອອກສຽງ ຈະ​ບໍ່​ສາມາດ​ປ່ອນ​ບັດ​ເລືອກ​ຕັ້ງຂອງເຂົາ​ເຈົ້າ
ໄດ້ ຢູ່​ແຫຼມໄຄຣ​ເມຍ ທີ່​ໄດ້​ຖືກຣັດ​ເຊຍເຂົ້າ​ຢຶດເອົາ ​ແລະ​ຢູ່ບາງເຂດທາງ​ທິດຕາ​ເວັນ​ອອກ​ຂອງຢູ​ເຄຣນ ບ່ອນ​ທີ່​ພວກ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ​ ​ຄວບ​ຄຸມຢູ່.

Ukrainians Vote Sunday in Key Election
please wait

No media source currently available

0:00 0:02:59 0:00

ການຢັ່ງ​ຫາງ​ສຽງ ສະ​ແດງ​ໃຫ້​ເຫັນ​ວ່າ ຊາວ​ຢູ​ເຄຣນສ່ວນ​ໃຫຍ່ ​ແມ່ນ​ສະໜັບ​ສະ​ໜຸນການ
ປະຕິ​ຮູບທາງ​ເສດຖະກິດ ​ແລະປະຊາທິປະ​ໄຕ ​ໂດຍ​ສະ​ເພາະ ປາບປາມການ​ສໍ້​ລາດ​ບັງ
ຫລວງ ທີ່​ຈະ​ນຳ​ໄປ​ສູ່​ການ​ເປັນ​ສະມາຊິກ​ໃນສະຫະພາບ​ຢູ​ໂຣບ ​ໃນ​ທີ່​ສຸດ.

ສະພາ​ທີ່​ສະໜັບສະໜຸນ​ ປະທານາທິບໍດີ ທ່ານ Petro Poroshenko ນັ້ນ ​ແມ່ນ​ແນ່ນອນ​ວ່າ ຈະ​ສ້າງ​ຄວາມ​ເຄັ່ງ​ຕຶ່ງ​ຕື່ມ​ອີກ​ ໃຫ້ແກ່ສາຍ​ພົວພັນກັບ​ມົສກູ.

ກີ​ແອ​ຟ​ຖິ້ມ​ໂທດ ​ໃສ່​ມົສກູ​ ສຳ​ຫລັບການ​ສະໜັບ​ສະ​ໜຸນພວກ​ກະບົດ​ນິຍົມຣັດ​ເຊຍ ຢູ່ພາກ​ຕາ​ເວັນ​ອອກ ບ່ອນ​ມີ​ການ​ຂັດ​ແຍ້​ງກັນ ທີ່​ໄດ້​ເຮັດ​ໃຫ້ ຫຼາຍກວ່າ 3,700 ຄົນ​ເສຍ​ຊີວິດ​ໄປ​ແລ້ວ ​ແລະເຮັດ​ໃຫ້ບັນຫາ​ເສດຖະກິດ​ຕ່າງໆຂອງ​ຢູ​ເຄຣນ ຮຸນ​ແຮງ​ຂຶ້ນອີກ.

UKRAINE VOSOTVO
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG