ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ຢູເຄຣນ ສະເໜີ ໃຫ້ມີການຢຸດຍິງ ລຳພັງ ຝ່າຍ​ດຽວ (ສະໄລດ໌/ວີດີໂອ)


ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko
ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko
ປະທານາທິບໍດີຢູ​ເຄຣນ ທ່ານ Petro Poroshenko ​ໄດ້​ສ​ະ
​ເໜີ​ໃຫ້​ມີ​ການ​ຢຸດ​ຍິງ​ຕາມລຳພັງຢູ່ໃນ​ພາກ​ຕາ​ເວັນ​ອອກ​ຂອງ
ຢູ​ເຄຣນ ອັນ​ເປັນ​ພາກສ່ວນນຶ່ງ ຂອງແຜນການ ສັນຕິພາບ
​ເພື່ອ​ແກ້ໄຂບັນຫາ​ຂັດ​ແຍ້​ງທີ່ມີມາເປັນ​ເວລາ​ຫລາຍ​ເດືອນຢູ່​
ໃນ​ຂົງ​ເຂດດັ່ງກ່າວ.

ອົງການ​ຂ່າວຂອງຣັ​ດ​ເ​ຊຍ ​ໄດ້​ອ້າງ​ຄຳ​ເວົ້າ​ຂອງທ່ານ Poro-
shenko ​ໃນ​ວັນ​ພຸດ​ມື້​ນີ້​ທີ່​ກ່າວ​ວ່າ ການ​ຢຸດ​ຍິງ​ນີ້ ຈະ​ໃຫ້​ໂອ
ກາດ​ແກ່ພວ​ກ​ນັກ​ລົບແບ່ງ​ແຍກ​ດິນ​ແດນ ພາກັນ​ວາງ​ອາວຸດ
​ແລະ​ພວກ​ທີ່​ຕ້ອງການ​ຢາກ​ໜີ​ ອອກ​ຈາກ​ປະ​ເທດນັ້ນ ​ໄດ້​ມີ​
ໂອກາດ​ໜີອອກ​ໄປ.

ຄຳຖະ​ແຫລ​ງຂອງ​ທ່ານ ມີ​ຂື້ນ​ນຶ່ງ​ມື້​ຫລັງ​ຈາກ ທ່ານ​ໄດ້​ສົນທະນາ ທາງ​ໂທລະສັບ ກ່ຽວ
ກັບ​ຢຸດ​ຍິງ​ທີ່​ອາດ​ເປັນໄປ​ໄດ້ ​ກັບປະທານາທິບໍດີ ຣັດ​ເຊຍ ທ່ານ Vladimir Putin.

ການ​ສົນທະນາ​ຂອງ​ພວກທ່ານ ແມ່ນເປັນ​ຄັ້ງ​ທີ​ສອງ ທີ່​ຮູ້​ວ່າ​ມີ​ການ​ຕິດ​ຕໍ່​ກັນ​ໂດຍ​ກົງ​
ລ​ະຫວ່າງ​ຜູ້ນຳຂອງ​ທັງ​ສອງ​ປະ​ເທດ ນັບ​ຕັ້ງ​ແຕ່ຣັດ​ເຊຍ ​ໄດ້​ປະກາດຮວມ ເອົາ​ແຫລມ
Crimea ​ເຂົ້າເປັນສ່ວນນຶ່ງຂອງຕົນໃນ​ເດືອນ​ມີນາຜ່ານມາ. ນັບ​ແຕ່​ນັ້ນ​ມາ ພວກ​ແບ່ງ​
ແຍກ​ດິນ​ແດນນິຍົມຣັດເຊຍ ​ໄດ້​ເລີ້ມທຳການກໍ່ກະບົດຂຶ້ນ ໃນ​ພາກ​ຕາ​ເວັນ​ອອກ​ຂອງ
ຢູ​ເຄຣນ ແລະ ມົສກູໄດ້​ຕັດ​ການສົ່ງແກັສທຳ​ມະ​ຊາດໄປ ​ໃຫ້​ຢູເຄຣນ ຊຶ່ງເປັນ​ເພື່ອນ​ບ້ານ
ທີ່​ຍັງບໍ່​ຈ່າຍ​ຄ່າ​ໜີ້ໃນການຊື້ແກັສນັ້ນ.
CN-Ukraine Protesters Who Ousted President Call for New Parliament
please wait

No media source currently available

0:00 0:02:22 0:00

​ລັດຖະມົນຕີ​ພາຍ​ໃນ​ຂອງ​ຢູ​ເຄຣນ ທ່ານ Arsen Avakov ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ​ແມ່ນ
​ວັດຖຸ​ລະ​ເບີດ​ທີ່​ເປັນສາ​ເຫດ​ເຮັດ​ໃຫ້ ທໍ່​ລຳລຽງ​ແກັສທີ່​ສົ່ງ​ໄປ​ໃຫ້​ເຂດ​ອື່ນໆ​ຂອງ​ຢູ​ໂຣບ
ລະ​ເບີດ​ຂຶ້ນ​ໃນ​ມື້ວານ​ນີ້ ຊຶ່ງ​ນາຍົກລັດຖະມົນຕີ Arseny Yarseniuk ​ເອິ້ນ​ວ່າ ​ເປັນ​ການ​
ກໍ່​ວິນາດສະກຳ ທີ່​ມີ​ເປົ້າ​ໝາຍ​ເພື່ອ​ບ່ອນ​ທຳລາຍ​ຊື່​ສຽງ​ຂອງ​ຢູ​ເຄຣນ ​ໃນ​ຖານະ​ເປັນ​ພາ
ຄີ​ທີ່​ກາງ​ຕໍ່​ໄດ້​ໃນ​ການ​ສົ່ງ​ຕໍ່​ພະລັງງານ​ນັ້ນ.
XS
SM
MD
LG