ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຢູເຄຣນ ເຕືອນປະຊາຊົນ ໃຫ້ຢູ່ໃນເຮືອນ ຍ້ອນການສູ້ລົບ ໃນພາກຕາເວັນອອກ ຂອງປະເທດ (ສະໄລດ໌/ວີດີໂອ)


ຄົນຂັບລົດເມ ໂດຍສານ ຂັບລົດຜ່ານດ່ານກວດ ປ້ອມຍາມ ຂອງ ຜູ້ສະໜັບສະໜູນລັດເຊຍ ທີ່ພາກຕາເວັນອອກຂອງ ຢູເຄຣນ.
ຄົນຂັບລົດເມ ໂດຍສານ ຂັບລົດຜ່ານດ່ານກວດ ປ້ອມຍາມ ຂອງ ຜູ້ສະໜັບສະໜູນລັດເຊຍ ທີ່ພາກຕາເວັນອອກຂອງ ຢູເຄຣນ.
ລັດຖະມົນ​ຕີກະຊວງ​ພາຍ​ໃນ​ຢູ​ເຄຣນ ທ່ານ Arsen Avakov
ກຳ​ລັງຮຽກຮ້ອງ​ໃຫ້ປະຊາຊົນ ທີ່ຢູ່ໃນ​ຂົງ​ເຂດເມືອງ Donetsk
ທາງ​ພາກ​ຕາ​ເວັນ​ອອກ​ຂອງ ຢູ ​ເຄຣນ ຈົ່ງ​ພາກັນ​ຢູ່​ໃນ​ເຮືອນ
ເພາະວ່າ ພວມມີການ​ສູ້​ລົບ​ກັນລະຫວ່າງທະຫານ ລັດຖະບານ
​ແລະກຳລັງແບ່ງ​ແຍກ​ດິນ​ແດນນິຍົມຣັດເຊຍ.

ທ່ານ Avakov ​ຍັງໄດ້ເຕືອນປະຊາຊົນ​ ໃນ​ວັນ​ອັງຄານມື້​ນີ້​ ທີ່ຢູ່​
ໃນ​ເມືອງ Slovyanskພ້ອມທັງ​ເມືອງ​ Kramatorsk ​ແລະ​ເມືອງ
Krasny Liman ທີ່ຕັ້ງຢູ່ໃກ້ຄຽງ.

ຄວາ​ມຮຸນ​ແຮງ​ໃນ​ວັນ​ອັງຄານມື້ນີ້ ​ເກີດ​ຂື້ນ​ນຶ່ງ​ມື້​ ຫລັງ​ຈາກພວກ​
ແບ່ງ​ແຍກ​ດິນ​ແດນທີ່​ຕິດອາວຸດ​ໜັກຫລາຍ​ຮ້ອຍຄົນ ​ໂຈມ​ຕີ​ໂຮງການ​ລັດຖະບານ ​ໃກ້​ກັບ​ຊາຍ​ແດນຣັດ​ເຊຍ ​ຊຶ່ງເຮັດໃຫ້​ມີ​ການ​ສູ້ລົບກັນ​ຕະຫລອດທັງ​ມື້ ​ເຮັດ​ໃຫ້​ເຈັດ​ຄົນເສຍ​ຊີວິດ.

ການ​ສູ້​ລົບ​ໃກ້​ກັບ​ເມືອງ Luhansk ຊຶ່ງ​ເປັນນຶ່ງ​ໃນການ​ສູ້​ລົບ​ທີ່​ໃຫຍ່​ສຸດ​ໃນ​ກໍ່ກະ ບົດຂອງ
​ພວກແບ່ງ​ແຍກ​ດິນ​ແດນເປັນເວລາສອງ​ເດືອນນັ້ນ ​ພາໃຫ້ສະຫະລັດຕຳ ໜິຕິຕຽນ​ບົດ
ບາດຣັດ​ເຊຍຄັ້ງໃໝ່ ​ໃນຄວາມ​ຮຸນ​ແຮງທີ່ເພີ້ມທະວີຂຶ້ນ​ ໃນ​ພາກ​ຕາ​ເວັນ​ອອກ​ຂອງ ຢູ
​ເຄຣນ.
UKRAINE VOSOT
please wait
Embed

No media source currently available

0:00 0:01:52 0:00


ກະ​ຊວງ​ການ​ຕ່າງປະ​ເທດສະຫະລັດ ​ໄດ້​ກ່າວ​ຫາຣັດ​ເຊຍ​ວ່າ ໃຫ້​ຄວາມ ​ສະໜັບສະໜູນ
​ແກ່​ພວກ​ກະບົດ ​ໂດຍ​ສົ່ງນັກ​ລົບຣັດ​ເຊຍພ້ອມ​ດ້ວຍອາວຸດ​ໄປຊ່ວຍ ​ແລະ​ກ່າວ​ວ່າ ມົສກູ
ບໍ່​ໄດ້​ເຮັດ​ຫຍັງ​ໝົດ​ “ເພື່ອ​ຍຸດຕິ" ການ​ສົ່ງ​ອາວຸດແລະນັກລົບຂ້າມ​ຊາຍ​ແດນ​ດັ່ງກ່າວນີ້.​
XS
SM
MD
LG