ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຢູ​ເຄຣນ ທັບມ້າງ ຮູບປັ້ນ ຂອງອະດີດຜູ້ນຳ ໂຊຫວຽດ Vladimir Lenin ລົງ ທີ່ເມືອງ Kharkiv


ພວກນັກເຄື່ອນໄຫວ ທັບມ້າງລົງ ອະນຸສາວະລີ ທີ່ໃຫຍ່ທີ່ສຸດ ຂອງຢູເຄຣນ ແກ່ Lenin ໃນການເດີນຂະບວນ ຂອງຝ່າຍນິຍົມ ຢູເຄຣນ ທີ່ຈະ​ຕຸ​ລັດກາງ​ເມືອ​ງ Kharkiv ທາງພາກຕາເວັນອອກຂອງປະເທດ, ວັນທີ 28 ກັນຍາ 2014.
ພວກນັກເຄື່ອນໄຫວ ທັບມ້າງລົງ ອະນຸສາວະລີ ທີ່ໃຫຍ່ທີ່ສຸດ ຂອງຢູເຄຣນ ແກ່ Lenin ໃນການເດີນຂະບວນ ຂອງຝ່າຍນິຍົມ ຢູເຄຣນ ທີ່ຈະ​ຕຸ​ລັດກາງ​ເມືອ​ງ Kharkiv ທາງພາກຕາເວັນອອກຂອງປະເທດ, ວັນທີ 28 ກັນຍາ 2014.

ຊາວຢູ​ເຄຣນ ​ຢູ່​ເມືອງ Kharkiv ທາງ​ພາກ​ຕາ​ເວັນ​ອອກຂອງ
​ປະ​ເທດ ​ໄດ້​ພາກັນ​ທຳລາຍ​ ສັນຍາ​ລັກ​ອັນ​ນຶ່ງທີ່​ສຳຄັນທີ່​ສຸດ​
ຈາກປະຫວັດ​ສາດ​ຂອງ​ຣັດ​ເ​ຊຍ. ນັ້ນກໍ​ຄື ຮູບ​ປັ້ນຂອງ Vladimir
Lenin ທີ່​ເປັນສັນຍາ​ລັກ​ຂອງ​ອະດີດ​ສະຫະພາບ​ໂຊ​ຫວຽດ.

ພວກ​ຜູ້​ຊາຍຫລາຍໆກຸ່ມໄດ້​ພາກັນປີນຂຶ້ນ​ໄປ​ເທິງ​ອະນຸສາວະລີ
​ໃນ​ຈະ​ຕຸ​ລັດກາງ​ເມືອ​ງ ​ແລະ ​ໄດ້​ແກະ​ສະ​ຫລັກ ຄຳ​ເວົ້າວ່າ “ກຽດ
ຕິ​ສັກ ຂອງ ຢູ​ເຄຣນ”
​ ໃສ່ຮູບ​ປັ້ນນັ້ນ ກ່ອນ​ທີ່​ຈະ​ເລື່ອຍຂາ ​ທັງ
​ສອງ​ເບື້ອງ ​ແລະ ດຶງຮູບ​ປັ້ນລົງ ດ້ວຍ​ເຊືອກເຫລັກ​.

​ພວກ​ປະ​ທ້ວງຫຼາຍພັນຄົນ ພາກັນ​ຮ້ອງເຊຍ ​ແລະ​ແລ່ນ​ຢ່າງໄວວາ
​ເຂົ້າ​ໄປ​ເອົາ​ຊິ້ນສ່ວນ​ຂອງ​ຮູບ​ປັ້ນ ຂອງ​ຜູ້​ທີ່​ພວກ​ເຂົາ​ເຈົ້າ​ເຄີຍບູຊາ​ ທີ່​ຖືກ​ທັບ​ລົງ​ນັ້ນ ​ເພື່ອ​ເກັບ​ໄວ້​ເປັນ​ທີ່​ລະ​ລຶກ.

​ເຈົ້າໜ້າ​ທີ່​ຕຳຫລວດ​ບໍ່​ໄດ້​ເຂົ້າ​ໄປ​ແຊກ​ແຊງເລີຍ.

ພາບຫລ້າສຸດ ຈາກຢູເຄຣນ:



ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຢູ​ເຄຣນ ທ່ານ Arsen Avakov ​ໄດ້​ຂຽນຂໍ້ຄວາມລົງໃນ Facebook ​ເວັບ​ໄຊ້ຂອງ​ທ່ານວ່າ “​ໃຫ້​ລາວ​ລົ້ມລົງ​ຊະ” ແລະໃຫ້​ຂໍ້​ສັງ​ເກດ​ວ່າ ​ເຈົ້າໜ້າ​ທີ່ໃນທ້ອງ​ຖິ່ນ ​ໄດ້​ຕັດສິນ​ໃຈ ທີ່​ຈະ​ນຳ​ເອົາຮູບ​ປັ້ນຂອງ ທ່ານ Lenin ລົງ​ຢູ່​ແລ້ວ.

ອະນຸສາ​ວະລີ​ຂອງ​ທ່ານ Lenin ຫຼາຍກວ່າ 160 ແຫ່ງ ໄດ້​ຖືກ​ທັບ​ລົງ ຢູ່​ໃນ​ຢູ​ເຄຣນ ​ໃນ​ເວລາ​ບໍ່​ຮອດ 1 ປີ​.

UKRAINE VOSOT
please wait
Embed

No media source currently available

0:00 0:01:16 0:00

ພ້ອມ​ກັນນັ້ນ ໃນ​ວັນ​ອາທິດ​ວານ​ນີ້ ປະທານາທິບໍດີສະຫະລັດ ​ບາ​ຣັກ ໂອ​ບາ​ມາ ກ່າວ ​ໃນ​ລາຍການ​ໂທລະພາບ 60 Minutes ຂອງ​ເຄືອ​ຂ່າຍ CBS ​ວ່າ ທ່ານຄິດ​ວ່າມີ​ທາງ​ເປັນ​ໄປ​ໄດ້ທີ່ຣັດ​ເຊຍ​ຈະ​ເຄື່ອນ​ໄຫວ​ເຂົ້າ​ໄປ ​ໃນອັນທີ່​ທ່ານ​ເອີ້ນ​ວ່າ “ທິດ​ທາງ​ທີ່​ດີກ​ວ່າ.”

ທ່ານ ​ໂອ​ບາ​ມາ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ຄວາມ​ກ້າວໜ້າໃນ​ຢູ​ເຄຣນ​ໃນ​ທຳ ນອງນັ້ນ ລວມທັງ​ການ​ຢຸດ​ຍິງກັບ​ພວກ​ແບ່ງ​ແຍກ​ດິນ​ແດນ​ນິຍົມ​ຣັດ​ເຊຍ ຂໍ້ຕົກລົງເລື້ອງ​ແກ໊ສກັບ​ມົສກູ ​ແລະ ການ​ລົງ​ໂທດຕ່າງໆ ທີ່​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ເສດຖະກິດ​ຂອງຣັດ​ເຊຍ ອາດ​ຈະ​ບໍ່ເກີດ​ຂຶ້ນ​ໄດ້​ຖ້າ​ປາດ​ສະ​ຈາກ​ແນວທາງ​ອັນ​ໜັກ​ແໜ້ນ​ຂອງ​ສະຫະລັດ ທີ່​ພ້ອມ​ກັນ​ນັ້ນ ກໍ​ອຳນວຍ​ ໂອກາດ ໃຫ້ຣັດ​ເຊຍເລືອກ​ເອົາເສ້ນ​ທາງ​ອື່ນໄດ້.

ວີດີໂອ YouTube ໂດຍ Maidan Monitoring:

ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້


XS
SM
MD
LG