ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານຢູເຄຣນ ເລີ້ມປະຕິບັດການຝຶກຊ້ອມ ເຮືອບິນລົບ F-16 ໃນລັດແອຣິໂຊນາ 


ແຟ້ມຮູບ-ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ແລະນາຍົກລັດຖະມົນຕີດັສ ທ່ານມາກ ຣູທ໌ ຍ່າງຜ່ານເຮືອບິນລົບ F-16 ໃນເມືອງ ເອັນໂດເວັນ (Eindhoven), ເນເທີແລນ, ວັນທີ 20 ສິງຫາ 2023.
ແຟ້ມຮູບ-ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ແລະນາຍົກລັດຖະມົນຕີດັສ ທ່ານມາກ ຣູທ໌ ຍ່າງຜ່ານເຮືອບິນລົບ F-16 ໃນເມືອງ ເອັນໂດເວັນ (Eindhoven), ເນເທີແລນ, ວັນທີ 20 ສິງຫາ 2023.

ນັກ​ບິນຂອງ​ຢູເຄຣນ ​ໄດ້​ເລີ້ມ​ການ​ຝຶກ​ຂັບເຮືອບິນລົບ F-16 ຢູ່​ລັດອາຣິໂຊນາ ກັບ​ກອງ​ກຳລັງ​ປ້ອງ​ກັນ​ອາກາດແຫ່ງຊາດ ອາຣິໂຊນາ, ​ເຮັດ​ໃຫ້ ກີຢິບ ເຂົ້າ​ໃກ້​ອີກ​ບາດກ້າວ​ໜຶ່ງ​ໃນ​ການ​ໄດ້ຮັບ​ເຮືອບິນ​ສູ້​ຮົບ​ທີ່​ຜະລິດ​ໂດຍ​ສະຫະລັດ ໂດຍຢູ​ເຄຣນ ​ກ່າວ​ວ່າ ມັນຈໍາເປັນຕ້ອງ​ຊ່ວຍ​ປົກ​ປ້ອງ​ຜືນແຜ່ນດິນທີ່ເປັນອະທິປະ​ໄຕ​ຂອງ​ຕົນ ​ແລະ ພົນລະ​ເມືອງຂອງຕົນ ​ຈາກ​ກອງທັບ ຣັດ​ເຊຍ.

​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະຈຳ​ຢູ​ເຄຣນ ທ່ານບຣີດເຈັດ ບຣິງ (Bridget Brink) ​ໄດ້​ປະກາດ​ການ​ຝຶກຊ້ອມຄັ້ງ​ທີ ສິບ (X), ​ໂດຍ​ກ່າວ​ວ່າ “ນີ້​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ​ໃນ​ການ​ສ້າງຕັ້ງກອງ​ກຳລັງ​ປ້ອງ​ກັນ​ອາກາດ​ຂອງ​ຢູ​ເຄຣນ. ສະຫະລັດ ຍິນ​ດີ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ຢູໂຣບ ​ເພື່ອສະໜັບສະໜູນ​ ຢູ​ເຄຣນ ຕໍ່ຕ້ານ​ການ​ຮຸກ​ຮານ​ທີ່​ໂຫດຮ້າຍ​ຂອງ ​ຣັດ​ເຊຍ.”

ໂຄສົກ​ກອງກໍາລັງປ້ອງກັນຊາດ​ກ່າວ​ຕໍ່​ VOA ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ກອງກໍາລັງຝຸງບິນ ທີ 162 ຂອງກອງກໍາລັງປ້ອງກັນອາກາດແຫ່ງຊາດອາຣິໂຊນາ ​ໃນ​ເມືອງ ທູຊອນ (Tucson) ​ໄດ້​ເລີ້ມການ​ຝຶກ​ອົບ​ຮົມ​ນັກ​ບິນ​ຢູ​ເຄຣນຈຳນວນ​ໜ້ອຍນຶ່ງ ໃນ​ອາທິດ​ນີ້ “​ໃນ​ພື້ນຖານຂອງເຮືອບິນລົບ F-16,” ​ໂດຍ​ການ​ຝຶກ​ຊ້ອມ​ຄາດ​ວ່າ​ ຈະ​ແກ່ຍາວ​ເປັນເວລາຫຼາຍ​ເດືອນ.

ໂດຍປົກກະຕິແລ້ວ, ຫຼັກສູດການຝຶກອົບຮົມ F-16 ໃຊ້ເວລາປະມານແປດເດືອນ, ອີງຕາມທໍານຽບຫ້າແຈ.

ມີການ​ຝຶກ​ຊ້ອມ​ຢູ່​ຖານ​ທັບ​ປ້ອງ​ກັນ​ອາກາດແຫ່ງຊາດ ມໍຣິສ (Morris) ​ລຸນຫຼັງການ​ຝຶກ​ອົບຮົມ​ພາສາ​ອັງກິດຢູ່​ຖານ​ທັບ​ອາກາດ ແລັກແລນ (Lackland) ​ຢູ່ ລັດເທັກຊັສ ໃນ​ເດືອນ​ແລ້ວ​ນີ້, ເຊິ່ງຕ້ອງມີທັກສະພາສາອັງກິດໃນການບິນ F-16s.

​ໃນ​ການຖະແຫຼງຂ່າວຢູ່ນະຄອນຫຼວງ ບຣັສເຊີນສ໌ ໃນ​ຕົ້ນ​ເດືອນ​ນີ້, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານລອຍ ອອສຕິນ ກ່າວ​ວ່າ ​ເຮືອບິນ​ລົບ F-16 ອາດ​ຈະ​ໄປ​ຮອດ ​ຢູ​ເຄຣນ ​ໃນ​ລະດູ​ໃບ​ໄມ້​ປົ່ງປີ​ໜ້ານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG