ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຍິງຊາວຢູເຄຣນ, ອາຍຸ 98 ປີ, ຫລົບໜີອອກຈາກບ້ານເກີດ ທີ່ຍຶດຄອງໂດຍຣັດເຊຍ ດ້ວຍການຍ່າງຕາມລຳພັງ


ໃນພາບຖ່າຍນີ້ ທີ່ສະໜອງໂດຍຕຳຫຼວດແຫ່ງຊາດຢູເຄຣນ ຂອງຂົງເຂດໂດເນັສ ໃຫ້ເຫັນ, ຍານາງ ລີເລຍ ໂລມີໂຄບສກາ, ອາຍຸ 98 ປີ, iພວມໄດ້ຮັບການຊ່ອຍເຫຼືອຈາກເຈົາໜ້າທີ່ຕຳຫຼວດ ຫຼັງຈາກທີ່ຍານາງໄດ້ຫລົບໜີຈາກດິນແດນທີ່ຖືກຍຶດຄອງໂດຍຣັດເຊຍ, ວັນທີ 26 ເມສາ 2024.
ໃນພາບຖ່າຍນີ້ ທີ່ສະໜອງໂດຍຕຳຫຼວດແຫ່ງຊາດຢູເຄຣນ ຂອງຂົງເຂດໂດເນັສ ໃຫ້ເຫັນ, ຍານາງ ລີເລຍ ໂລມີໂຄບສກາ, ອາຍຸ 98 ປີ, iພວມໄດ້ຮັບການຊ່ອຍເຫຼືອຈາກເຈົາໜ້າທີ່ຕຳຫຼວດ ຫຼັງຈາກທີ່ຍານາງໄດ້ຫລົບໜີຈາກດິນແດນທີ່ຖືກຍຶດຄອງໂດຍຣັດເຊຍ, ວັນທີ 26 ເມສາ 2024.

ແມ່ຍິງຜູ້ນຶ່ງ ອາຍຸ 98 ປີ ໃນຢູເຄຣນ ຜູ້ທີ່ໄດ້ຫລົບໜີອອກຈາກດິນແດນທີ່ຍຶດຄອງໂດຍຣັດເຊຍ ດ້ວຍການຍ່າງພຽງລຳພັງໄກເຖິງ 10 ກິໂລແມັດ ທີ່ໃສ່ເກີບແຕະ ແລະໃຊ້ໄມ້ຄ້ອນເທົ້າຊ່ອຍຄ້ຳໂຕ ໃນທີ່ສຸດກໍໄດ້ມາເຕົ້າໂຮມກັບຄອບຄົວຂອງຍານາງອີກຄັ້ງ ຫຼັງຈາກທີ່ພວກເຂົາເຈົ້າໄດ້ຖືກແຍກຈາກກັນ ໃນຂະນະທີ່ຫລົບໜີໄປຫາສະຖານທີ່ທີ່ປອດໄພ.

ຍານາງ ລີເດຍ ສະເຕັບປານິບນາ ໂລມີໂຄບສກາ ແລະຄອບຄົວຂອງເພິ່ນ ໄດ້ຕັດສິນໃຈໜີໄປຈາກເມືອງ ໂອເຊີເຣທີນ ທີ່ເປັນເຂດແນວໜ້າຂອງສົງຄາມ ໃນພາກພື້ນໂດເນັສທາງພາກຕາເວັນອອກຂອງຢູເຄຣນ, ເມື່ອອາທິດແລ້ວນີ້ ຫຼັງຈາກທີ່ ທະຫານຂອງຣັດເຊຍ ໄດ້ເຂົ້າມາເມືອງດັ່ງກ່າວ ແລະການສູ້ລົບກໍໄດ້ທະວີຂຶ້ນ.

ຣັດເຊຍໄດ້ເຄື່ອນກຳລັງເຂົ້າໄປໃນພື້ນທີ່ດັ່ງກ່າວ ແລ້ວໂຈມຕີກອງກຳລັງຂອງກີຢິບ ທີ່ພວມຂາດແຄນທັງອາວຸດ ແລະລູກປືນສຳລັບປືນໃຫຍ່ ດ້ວຍເຮືອບິນບໍ່ມີຄົນຂັບ ແລະລະເບີດ.

“ຂ້ອຍຕື່ນຂຶ້ນມາທ່າມກາງການຍິງກັນຢູ່ທົ່ວບໍລິເວນ-ເປັນຕາຢ້ານຫຼາຍ” ຍານາງໂລມີໂຄບສກາ ໄດ້ກ່າວໃນວີດີໂອຂອງການໃຫ້ສຳພາດ ທີ່ໄດ້ຖືກເຜີຍແຜ່ໂດຍຕຳຫຼວດແຫ່ງຊາດຂອງຂົງເຂດໂດເນັສ.

ໃນຄວາມວຸ້ນວາຍຂອງການເດີນທາງອອກຈາກຖິ່ນຖານ ຍານາງ ໂລມີໂຄບສກາ ໄດ້ຖືກແຍກຈາກລູກຊາຍ ແລະລູກໄພ້ສອງຄົນ ຂອງເພິ່ນ ຊຶ່ງລວມທັງລຸກໄພ້ຜູ້ນຶ່ງ ຄືນາງ ໂອລາ ໂລມີໂຄບສກາ ທີ່ໄດ້ຮັບບາດເຈັບຍ້ອນສະເກັດລູກປືນ ໃນຫຼາຍມື້ກ່ອນໜ້ານີ້. ສະມາຊິກຂອງຄອບຄົວທີ່ອາຍຸນ້ອຍກວ່າ ໄດ້ໃຊ້ເສັ້ນທາງລັດ ແຕ່ຍານາງ ລີເດຍ ຢາກໃຊ້ເສັ້ນທາງໃຫຍ່.

ໂດຍທີ່ມີໄມ້ຄ້ອນເທົ້າຢູ່ໃນມືຂ້າງນຶ່ງ ແລະຄໍ້າໂຕເອງໄວ້ດ້ວຍງ່າໄມ້ຢູ່ໃນມືອີກຂ້າງນຶ່ງ ຍານາງໄດ້ຍ່າງໝົດມື້ ໂດຍປາສະຈາກອາຫານ ແລະນ້ຳດື່ມ ເພື່ອໃຫ້ໄປເຖິງເຂດແດນຂອງຢູເຄຣນ.

A 98-year-old woman in Ukraine who escaped Russian-occupied territory by walking almost 10 kilometers (6 miles) alone, wearing a pair of slippers and supported by a cane has been reunited with her family days after they were separated while fleeing to safety.

Lidia Stepanivna Lomikovska and her family decided to leave the front-line town of Ocheretyne, in the eastern Donetsk region, last week after Russian troops entered it and fighting intensified.

Russians have been advancing in the area, pounding Kyiv's depleted, ammunition-deprived forces with artillery, drones and bombs.

"I woke up surrounded by shooting all around — so scary," Lomikovska said in a video interview posted by the National Police of Donetsk region.

In the chaos of the departure, Lomikovska became separated from her son and two daughters-in-law, including one, Olha Lomikovska, injured by shrapnel days earlier. The younger family members took to backroads out, but Lydia wanted to stay on the main road.

With a cane in one hand and steadying herself with a splintered piece of wood in the other, she walked all day without food and water to reach Ukrainian lines.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG