ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຳລັງ ​ຢູ​ເຄຣນ ​ແລະ​ພວກ​ ແບ່ງ​ແຍກ​ດິນ​ແດນ ຍັງ​ປະ​ທະ​ກັນ ​ທີ່​ເມືອງ Donetsk (ວີດີໂອ/ສະໄລດ໌)


ກອງ​ກຳລັງ​ຢູ​ເຄຣນ ​ແລະ​ພວກຫົວ​ແບ່ງ​ແຍກ​ດິນ​ແດນທີ່​ນິຍົມ
ຣັດ​ເຊຍ ​ຍັງສືບ​ຕໍ່​ປະ​ທະ​ກັນ ​ໃນ​ເມືອງ Donetsk ທາງ​ພາກ​ຕາ​
ເວັນ​ອອກ​ຂອງ​ປະ​ເທດ ບ່ອນ​ທີ່​ໃນ​ວັນ​ຈັນ​ວານ​ນີ້ ກຳລັງຝ່າຍ​
ລັດຖະບານ ​ໄດ້​ໃຊ້​ການໂຈມຕີທາ​ງອາກາດ ​ເພື່ອຍຶດ​ເອົາ
ສະໜາມ​ບິນຂອງ​ເມືອງກັບ​ຄືນ.​

ພວກ​ທີ່​ເຫັນ​ເຫດການກ່າວ​ວ່າ ​ໄດ້​ຍິນ​ສຽງປືນ​ດັງ​ຂຶ້ນ​ ໃນ​ເຊົ້າ
​ວັນ​ອັງຄານ​ມື້​ນີ້ ​ໃກ້ໆ​ກັບ​ສະໜາມ​ບິນ ນຶ່ງ​ມື້​ຫຼັງ​ຈາກ​ທີ່ພວກ
ຫົວ​ແບ່ງ​ແຍກ​ດິນ​ແດນ ​ໄດ້​ເຂົ້າໂຈມຕີສະໜາມບິນ ແລະ
​ການປະ​ທະ​ກັນຍັງ​ດຳ​ເນີນ​ຕໍ່ມາຈົນຮອດຄືນແລ້ວນີ້.

ນຶ່ງ​ໃນ​ພວກ​ກະບົດ​ ​ໄດ້ກ່າວໃນວັນອັງຄານ​ມື້​ນີ້ວ່າ ນັກລົບ​ຂອງ​ພວກ​ຕົນ 30 ຄົນ​ຖືກ​ສັງຫານ. ຈຳນວນ​ຜູ້​ທີ່ເສຍ​ຊີວິດ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢືນຢັນ​ຈາກ​ແຫ່ງ​ຂ່າວ​ອິດສະ​ລະເທື່ອ.

ທ່ານ Petro Poroshenko ມະຫາ​ເສດ​ຖີ ​ແລະ​ອະດີດ​ນາຍົກລັດຖະມົນຕີຂອງຢູເຄຣນ
ຜູ້​ທີ່​ໄດ້​ຮັບໄຊຊະ​ນະ​ການ​ເລືອກ​ຕັ້ງ​ປະທາ​ນາ​ທິບໍດີຢ່າງ​ຖ້ວມ​ລົ້ນ​ໃນ​ວັນ​ອາທິດ​ແລ້ວ​ນີ້ ​
ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ສັນຕິພາບສາມາດບັນລຸໄດ້ດ້ວຍການເຈລະຈາ ແຕ່ກຳລັງ
ອາວຸດ ຈະມີການນຳໃຊ້ຕໍ່ພວກຫົວ​ແບ່ງ​ແຍກ​ດິນ​ແດນ ທີ່​ທ່ານ​ເອີ້ນ​ວ່າ​ “ພວກ​ກໍ່​ການ​ຮ້າຍ​” ນັ້ນ.
CN-Ukrainians Hopeful New President Will Restore Peace, Order
please wait

No media source currently available

0:00 0:02:28 0:00

ລັດຖະມົນຕີການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov​ ໄດ້ສະ​ແດງ​ຄວາມ
ສະໜັບສະໜຸນ ຕໍ່ການເຈລະຈາເພື່ອຫລຸດຜ່ອນຄວາມເຄັ່ງຕຶງຂອງວິກິດການລົງ ໂດຍກ່າວວ່າ​ ໂອກາດໃນການເຈລະຈາກັບ​ຢູ​ເຄຣນ​ນີ້ ບໍ່ຄວນຖືກປ່ອຍຖິ້ມ​ໄປ​ເສີຍໆ​.
XS
SM
MD
LG