ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ທະຫານຢູເຄຣນ 9 ຄົນ ເສຍຊີວິດ ໃນການສູ້ລົບ ຢູ່ພາກ ຕາເວັນອອກ ຂອງປະເທດ


ຊາວບ້ານທ້ອງຖິ່ນ ໄດ້ຮັບການຊ່ວຍເຫລືອດ້ານມະນຸດສະທຳ
ຫລັງຈາກການໂຈມຕີ ໃນວັນເສົາທີ່ຜ່ານມາ.
ຊາວບ້ານທ້ອງຖິ່ນ ໄດ້ຮັບການຊ່ວຍເຫລືອດ້ານມະນຸດສະທຳ ຫລັງຈາກການໂຈມຕີ ໃນວັນເສົາທີ່ຜ່ານມາ.

ໂຄສົກ​ກອງ​ທັບ ຢູ​ເຄຣນ ກ່າວ​ວ່າ ທະຫານ​ 9 ຄົນ​ໄດ້​ເສຍ​ຊີວິດ
​ແລະ 29 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ການ​ສູ້​ລົບ​ກັນ​ທີ່ຍັງດຳເນີີນ
ຕໍ່ມາ ໃນພາກ​ຕາ​ເວັນ​ອອກ​ຂອງຢູເຄຣນ​ ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​
ຂະນະ​ທີ່ ຫົວໜ້າ​ການ​ເມືອງສະຫະ​ປະຊາ​ຊາດ ​ໄດ້​ສ​ະ​ແດງ​
ຄວາມ​ເປັນ​ຫ່ວງ​ວ່າ ການ​ເພີ້ມ​ທະວີຂຶ້ນ ຂອງບັນຫາຂັດ​ແຍ້​ງ
ໄດ້ລະມີດ​ຕໍ່​ກົດໝາຍ​ມະນຸດສະ​ທຳ.

​ໂຄສົກ​ກອງທັບ ທ່ານ Vladislav Seleznyov ກ່າວ​ວ່າ ການ
​ສູ້​ລົບ​ໄດ້ດຳ ເນີນໄປຢ່າງດຸເດືອດ​ທີ່​ສຸດ ​ໃກ້​ກັບ​ເມືອງ​ຍຸດ​ທະ​
ສາດ Debaltseve ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ ຂອງ​
ເມືອງ Donetsk ທີ່ຄວບຄຸມໂດຍພວກກະບົດ.

​ຮອງເລຂາທິການ​ດ້ານ​ການ​ເມືອງ ສະຫະ​ປະຊາ​ຊາດ ທ່ານ Jeffrey Feltman ກ່າວ​ຕໍ່​
ກອງ​ປະຊຸມ​ສຸກ​ເສີນ ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ການ​
ຍິງປືນໃຫຍ່ຖະຫລົ່ມໃນ​ວັນ​ເສົາ​ທີ່​ຜ່າ​ນມາ ​ໃສ່​ທີ່​ໝັ້ນລັດຖະບານ ​ໃນເມືອງ​ທ່າ Mariupol
​ແມ່ນ​ມາ​ຈາກ​ເຂດ​ທີ່​ໝັ້ນ​ຂອງພວກ​ກະບົດ ​ແລະ​ຮູ້​ດີ​ວ່າ​ເຂດທີ່ແນເປົ້າ​ໝາຍໃສ່ນັ້ນ ເປັນ
ບ່ອນຢູ່ຂອງພົນລະ​ເຮື​ອນ.

ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້ ຣັດ​ເຊ​ຍ ​ໃຊ້ອິດທິພົນຂອງ​ຕົນຕໍ່​ພວກ​ກະບົດ​ແບ່ງ​ແຍກ​ດິນ​ແດນ
​ເພື່ອໃຫ້​ຢຸດ​ເຊົາການເປັນປໍລະປັກ.

ເອກ​ອັກຄະ​ລັດຖະທູດ ສະຫະລັດ ປະ​ຈຳ ສະຫະ​ປະຊາ​ຊາດ ທ່ານ​ນາງ Samantha
Po​wer ​ໄດ້​ກ່າວ​ຫາ ຣັດ​ເຊຍວ່າ ພະຍາຍາມ​ຍຶດ​ເອົາ​ດິນແດນ ​ຕື່ມຂື້ນ ​ແລະ​ກ່າວ​ວ່າ ຣັດ​
ເຊຍກຳລັງ​ພະຍາຍາມ “ຫລີ້ນ​ຕົບ​ຕາ​ປະຊາ​ຄົມນາໆ​ຊາດ” ​ໂດຍ​ຖິ້ມໂທດ​ການ​ເພີ້​ມທະວີ
ຂຶ້ນຂອງ​ຄວາມ​ຮຸນ​ແຮງ ​ໃສ່ລັດຖະບານ ຢູ​ເຄຣນ.

​ໃນເຊົ້າວັນຈັນວານນີ້ ​ເລຂາ​ທິການໃຫຍ່ອົງການ NATO ທ່ານ Jens Stolleberg ​ໄດ້
​ປະນາມ​ໃນອັນ​ທີ່​ທ່ານ​ຮ້ອງ​ວ່າ “ການ​ເພີ້​ມທະວີ​ຄວາມ​ຮຸນ​ແຮງ​ຂຶ້ນ” ​ໂດຍພວກ​ແບ່ງ​ແຍກ​
ດິນ​ແດນທີ່ໄດ້ຮັບການໜຸນຫລັງຈາກຣັດເຊຍ ໃນ​ພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ ​ແລະ​
ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການກ່າວອ້າງຂອງປະ ທານາທິບໍດີຣັດ​ເຊຍ ທ່ານ Vladimir
Putin ທີ່ເວົ້າ​ວ່າ ທະຫານຢູ​ເຄຣນ ​“​ເປັນ​ກອງ​ທະ​ການອົງການ NATO.”

US Warns of More Sanctions Against Russia; Ukraine Waiting for ‘Lethal’ Aid
please wait

No media source currently available

0:00 0:02:14 0:00

XS
SM
MD
LG