ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ເວົ້າ​ວ່າ​ ຈະ​ບໍ່​ສົ່ງ​ເຮືອ​ບິນ​ລົບ F-16 ໄປ​ໃຫ້ ຢູ​ເຄ​ຣນ


ພາບ​ໃນ​ແຟ້ມ​ວັນ​ທີ 24 ກຸມ​ພາ 2019 ນີ້ ສະ​ແດງ​ໃຫ້​ເຫັນ​ເຮືອ​ບິນ​ລົບ ສະ​ຫະ​ລັດ F-16 ສະ​ແດງ​ການ​ບິນ​ໃນ​ວັນ​ສຸດ​ທ້າຍ​ຂອງ​ງານ​ວາງ​ສະ​ແດງ​ເຮືອ​ບິນ Aero India 2019 ຢູ່​ຖານ​ທັບ ເຢ​ລາ​ຮານ​ກາ, ເມືອງ ບັງ​ກາ​ລໍ, ອິນ​ເດຍ.
ພາບ​ໃນ​ແຟ້ມ​ວັນ​ທີ 24 ກຸມ​ພາ 2019 ນີ້ ສະ​ແດງ​ໃຫ້​ເຫັນ​ເຮືອ​ບິນ​ລົບ ສະ​ຫະ​ລັດ F-16 ສະ​ແດງ​ການ​ບິນ​ໃນ​ວັນ​ສຸດ​ທ້າຍ​ຂອງ​ງານ​ວາງ​ສະ​ແດງ​ເຮືອ​ບິນ Aero India 2019 ຢູ່​ຖານ​ທັບ ເຢ​ລາ​ຮານ​ກາ, ເມືອງ ບັງ​ກາ​ລໍ, ອິນ​ເດຍ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ຈະ​ບໍ່​ສະ​ໜອງ​ເຮືອ​ບິນ​ລົບ F-16 ໃຫ້​ຢູ​ເຄ​ຣນ, ໃນ​ຂະ​ນະ​ທີ່ ກີ​ຢິບ ຮຽກ​ຮ້ອງ​ອາ​ວຸດ ​ທີ່​ທັນ​ສະ​ໄໝ​ກວ່າ​ເກົ່າ ​ເພື່ອ​ຕໍ່​ສູ້​ຕ້ານ​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ.

ໃນ​ຂະ​ນະ​ທີ່​ເດີນ​ທາງ​ຮອດ​ທຳ​ນຽບ​ຂາວ​ເມື່ອວັນ​ຈັນ​ວານນີ້, ບັນ​ດາ​ນັກ​ຂ່າວ​ໄດ້​ຖາມ​ວ່າ​ທ່ານ ໄບ​ເດັນ ຈະ​ສະ​ໜອງ​ເຮືອ​ບິນ​ລົບ​ໃຫ້​ຢູ​ເຄ​ຣນບໍ່. ທ່ານ ໄບ​ເດັນ ໄດ້​ຕອບ​ວ່າ “ບໍ່.”

ທີ່​ປຶກ​ສາ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ ຢູ​ເຄ​ຣນ, ທ່ານ ຢູ​ຣີ ສັກ, ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ ຣອຍ​ເຕີ ເມື່​ອ​ອາ​ທິດ​ທີ່​ຜ່ານ​ມາ​ວ່າ ຢູ​ເຄ​ຣນ ມີ​ແຜນ​ທີ່​ຈະ​ທຳ​ການ​ຜັກ​ດັນ​ ສຳ​ລັບ​ເຮືອ​ບິນ​ລົບ​ເຊັ່ນ F-16 ຫຼັງ​ຈາກ​ໄດ້​ຮັບ​ລົດ​ຖັງ​ຕໍ່​ສູ້.

ຢູ​ເຄ​ຣນ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ ເວ​ລາ​ທີ່ ສະ​ຫະ​ລັດ ແລະ ເຢຍ​ຣະ​ມັນ ໄດ້​ສັນ​ຍາ​ທີ່​ຈະ​ສົ່ງ​ລົດ​ຖັງ​ໄປ​ໃຫ້ ຢູ​ເຄ​ຣນ, ຫຼັງ​ຈາກ ເຢຍ​ຣະ​ມັນ ໄດ້​ລັງ​ເລ​ໃຈ​ເປັນ​ເວ​ລາຫຼາຍ​ອາ​ທິດ ກ່ຽວ​ກັບ ການ​ສົ່ງ​ລົດ​ຖັງ ລຽວ​ປາດ 2 ຂອງ​ເຂົາ​ເຈົ້າ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ແລນ ທ່ານ ມາ​ເຕ​ອຸ​ສ ໂມ​ຣາ​ວີ​ເອັດ​ຈ​ກີ (Mateusz Morawiecki) ໄດ້​ແນະ​ນຳ​ເມື່ອ​ວັນ​ຈັນ​ວານນີ້​ ກ່ຽວ​ກັບ ຄວາມ​ຄາດ​ຫວັງ​ສຳ​ລັບ​ຄຳ​ສັນ​ຍານ​ການ​ສະ​ໜັບ​ສະ​ໜູນ​ທາງ​ທະ​ຫານ​ສຳ​ລັບ ຢູ​ເຄ​ຣນ ທີ່​ຈະ​ມາ​ເຖິງນີ້​ວ່າ “ທຸກໆ​ກິດ​ຈະ​ການ​ທີ່​ເພັ່ງ​ເລັງ​ໃສ່​ການ​ເສີມ​ຂະ​ຫຍາຍ​ອຳ​ນາດ​ການ​ປ້ອງ​ກັນ​ຂອງ ຢູ​ເຄ​ຣນ ແມ່ນ​ຢູ່​ພາຍ​ໃຕ້​ການ​ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ຄູ່​ຮ່ວມ​ອົງ​ການ NATO ຂອງ​ພວກ​ເຮົາ.”

ແນວ​ໃດ​ກໍ່​ຕາມ, ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ຣະ​ມັນ ທ່ານ ໂອ​ລາ​ຟ ໂຊ​ລ​ສ໌ ກໍ​ປາ​ກົດ​ວ່າ ​ໄດ້​ຄັດ​ຄ້ານ​ທີ່​ຈະ​ສົ່ງ​ເຮືອ​ບິນ​ລົບ​ໄປໃຫ້.

ທ່ານ ໂຊ​ລ​ສ໌ ຜູ້​ທີ່​ປັດ​ຈຸ​ບັນ​ນີ້​ກຳ​ລັງ​ເດີນ​ທາງ​ໄປ​ປະ​ເທດ ອາ​ຟ​ຣິ​ກາ​ໃຕ້, ໄດ້​ກ່າວ​ວ່າ ທ່ານ​ເສຍ​ໃຈທີ່​ມີ​ການ​ເວົ້າ​ເຖິງ​ເຮື​ອ​ບິນ​ຂຶ້ນ​ມາ.

ທ່ານ​ໄດ້​ກ່າວ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ ໃນ​ລະ​ຫວ່າງ​ການ​ຢຸດ​ແວ່​ໃນ​ປະ​ເທດ ຊີ​ເລ ວ່າ​ການ​ພິ​ຈາ​ລະ​ນາ​ທີ່​ຈິງ​ຈັງ​ແມ່ນ​ມີ​ຄວາມ​ຈຳ​ເປັນ ແລະ ບໍ່​ແມ່ນ “ການ​ແຂ່ງ​ຂັນ​ເພື່ອ​ເອົາ​ຊະ​ນະ​ກັນ​ແລະ​ກັນ. ເຊິ່ງ​ບາງ​ເທື່ອ​ແຮງ​ຈູງ​ທາງ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ແມ່ນ​ສຳ​ຄັນ​ກວ່າ​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ ຢູ​ເຄ​ຣນ.”

ເມື່ອ​ຖືກ​ຖາມ​ໂດຍ​ບັນ​ດາ​ນັກ​ຂ່າວ​ວ່າ ຝ​ຣັ່ງ ຈະ​ພິ​ຈາ​ລະ​ນາ​ສົ່ງ​ເຮືອ​ບິນ​ລົບ​ໄປ​ໃຫ້​ຢູ​ເຄ​ຣນບໍ່​ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາກ​ຣົງ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ “ບໍ່​ມີ​ຫຍັງ​ຖືກ​ຕັດ​ອອກ​ໄປ” ແຕ່​ໄດ້​ວາງຫຼາຍ​ເງື່ອນ​ໄຂ​ກ່ອນ​ການ​ເອົາ​ບາດ​ກ້າວ​ດັ່ງ​ກ່າວ​ຈະ​ຖືກ​ປະ​ຕິ​ບັດ. ເງື່ອນ​ໄຂ​ທີ່​ວ່າ​ນັ້ນ​ລວມ​ມີ​ອຸ​ປະ​ກອ​ນ​ດັ່ງ​ກ່າວ​ຈະ​ບໍ່​ໄປ​ແຕະ​ຕ້ອງ​ດິນ​ແດນ​ຂອງ ຣັດ​ເຊຍ, ຈະ​ບໍ່​ນຳ​ໄປ​ສູ່​ການ​ຂະ​ຫຍາຍ​ຄວາມ​ເຄັ່ງ​ຕຶງ ແລະ ຈະ​ບໍ່ “ເຮັດ​ໃຫ້​ຄວາມ​ສາ​ມາດ​ຂອງກອງ​ທັບ​ບົກ ຝ​ຣັ່ງ​ ອ່ອນ​ແອ​ລົງ.”

ອ່ານ​ຂ່າວນີ້​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG