ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ເວົ້າ​ວ່າ "ພວກ​ເຮົາ​ຕ້ອງຟ້າວ​ຝັ່ງ" ສຳ​ລັບອາ​ວຸດ​ຂອງ​ພວກ​ເຮົາ


ພະ​ນັກ​ງານ​ກູ້​ໄພ​ເຮັດ​ວຽກ​ຢູ່​​ຕຶກ​ທີ່​ຢູ່​ອາ​ໄສ ​ທີ່​ໄດ້​ຮັບ​ຄວາມ​ເສ​ຍ​ຫາຍ​ຢ່າງ​ແຮງ​ ຍ້ອນ​ການ​ໂຈມ​ຕີ​ດ້ວ​ຍ​ລູກ​ສອນ​ໄຟ ​ຂອງ ຣັດ​ເຊຍ, ເມືອງ ຄາ​ກີບ, ຢູ​ເຄ​ຣນ, 30 ມັງ​ກອນ 2023.
ພະ​ນັກ​ງານ​ກູ້​ໄພ​ເຮັດ​ວຽກ​ຢູ່​​ຕຶກ​ທີ່​ຢູ່​ອາ​ໄສ ​ທີ່​ໄດ້​ຮັບ​ຄວາມ​ເສ​ຍ​ຫາຍ​ຢ່າງ​ແຮງ​ ຍ້ອນ​ການ​ໂຈມ​ຕີ​ດ້ວ​ຍ​ລູກ​ສອນ​ໄຟ ​ຂອງ ຣັດ​ເຊຍ, ເມືອງ ຄາ​ກີບ, ຢູ​ເຄ​ຣນ, 30 ມັງ​ກອນ 2023.

ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ໃນ​ເມືອງ​ເຄີ​ສັນ ​ທາງ​ພາກ​ໃຕ້​ຂອງ​ຢູ​ເຄ​ຣນ ໄດ້​ສັງ​ຫານ​ສາມ​ຄົນ ແລະ 6 ຄົນ​ບາດ​ເຈັບ​ໃນ​ວັນ​ອາ​ທິດ​ວານນີ້.

ການ​ໂຈມ​ຕີ​ດັ່ງ​ກ່າວ ​ໄດ້​ກໍ່​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ອີກ​ຄັ້ງ​ນຶ່ງ, ສະ​ແດ​ງຄວາມ​ຕ້ອງ​ການ​ໃຫ້​ບັນ​ດາ​ພັນ​ທ​ະ​ມິດ​ເລັ່ງ​ນຳ​ສົ່ງ​ອາ​ວຸດ​ທີ່​ໄດ້​ສັນ​ຍາ​ໄວ້​ໄປ​ໃຫ້.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ປະ​ຈຳ​ວັນ​ຂອງ​ທ່ານ​ວ່າ “ພວກ​ເຮົາ​ຕ້ອງຟ້າວ​ຝັ່ງ​ສຳ​ລັບ​ອາ​ວຸດ​ຂອງ​ພວກ​ເຮົາ. ພວກ​ເຮົາ​ຕ້ອງ​ເລັ່ງ​ສະ​ໜອງ ແລະ ເປີດ​ທາງ​ເລືອກ​ດ້ານ​ອາ​ວຸດ​ທີ່​ຈຳ​ເປັນ​ແບບ​ໃໝ່​ໃຫ້ ຢູ​ເຄ​ຣນ.”

ທ່ານ ເຊ​ເລັ​ນ​ສ​ກີ ຍັງ​ໄດ້​ກ່າວ​ວ່າ​ຕຶກ​ທີ່​ພັກ​ອາ​ໄສ, ໂຮງ​ໝໍ, ໂຮ​ງ​ຮຽນ, ຄິວ​ລົດ​ເມ, ຫ້ອງ​ການ​ໄປ​ສະ​ນີ ແລະ ທະ​ນາ​ຄານ​ກໍ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ການ​ລະ​ດົມ​ຍິງ​ໃນ​ເມືອງ​ເຄີ​ສັນ.

ຣັດ​ເຊຍ ແລະ ຢູ​ເຄ​ຣນ ໄດ້​ທຳ​ການ​ກ່າວ​ອ້າງ​ທີ່​ຂັດ​ແຍ້ງ​ກັນ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ກ່ຽວ​ກັບ​ວ່າ​ແມ່ນ​ໃຜ​ເປັນ​ຜູ້​ຄວບ​ຄຸມ​ເຂດ​ແດນ​ໃກ້​ກັບ​ບ້ານ ບ​ລາ​ໂຮ​ດັດ​ເນ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ພາກ​ພື້ນ ໂດ​ເນັດ​ສ໌.

ກຸ່ມ​ທະ​ຫານ​ຮັບ​ຈ້າງ ແວກ​ເນີ ຂອງ ຣັດ​ເຊຍ ໄດ້​ອ້າງວ່າ​ພວ​ກ​ເຂົາ​ໄດ້​ເຂົ້າ​ຄວບ​ຄຸມ​ບ້ານ​ດັ່ງ​ກ່າວ, ໃນ​ຂະ​ນະ​ທີ່ກອງ​ທັບ​ຂອງ​ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ກອງ​ທະ​ຫານ​ຂອງ​ເຂົາ​ເຈົ້າ​ໄດ້​ຂັບ​ໄລ່​ການ​ໂຈມ​ຕີ.

ເຈົ້າ​ໜ້າ​ທີ່​ຊ່ວຍ​ຜູ້​ບັນ​ຊາ​ການ​ຂອງ​ກອງ​ກຳ​ລັງ​ຕິດ​ອາ​ວຸດຢູ​ເຄ​ຣນ​ໄດ້​ກ່າວ​ໃນ​ລາຍ​ງານ​ປະ​ຈຳ​ທຸກ​ເຊົ້າ​ຂອງ​ເຂົາ​ເຈົ້າ, ໂດຍ​ອ້າງ​ເຖິງ​ການ​ຕໍ່​ສູ້​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ວ່າ “ໜ່ວຍ​ຕ່າງໆ​ຂອງກອງ​ກຳ​ລັງ​ປ້ອງ​ກັນ​ຢູ​ເຄ​ຣນ ໄດ້​ຂັບ​ໄລ່​ການ​ໂຈມ​ຕີ​ຂອງ​ພວກ​ບຸກ​ລຸກ ​ໃນ​ເຂດ​ຕ່າງໆ​ຂອງ​ບ້ານ ບ​ລາ​ໂຮ​ດັດ​ເນ ໃນ​ພາກ​ພື້ນ​ໂດ​ເນັດ​ສ໌.”

ຢູ​ເຄ​ຣນ​ໄດ້​ກ່າວ​ວ່າ​ກອງ​ກຳ​ລັງ​ຂອງ​ເຂົາ​ເຈົ້າ​ຍັງ​ໄດ້​ຂັບ​ໄລ່​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ໃນ​ເຂດ​ຕ່າງໆ​ໃກ້​ກັບ​ສະ​ຖານ​ທີ່​ພັກ​ອາ​ໄສ​ອື່ນໆ 13 ແຫ່ງ​ໃນ​ພາກ​ພື້ນ​ໂດ​ເນັດ​ສ໌.

ແຕ່​ກຸ່ມ ແວ​ກ​ເນີ, ທີ່​ຖືກ​ລະ​ບຸ​ໂດຍ​ສະ​ຫະ​ລັດ​ ໃຫ້​ເປັນ​ອົງ​ການ​ອາ​ຊະ​ຍາ​ກຳ​ຂ້າ​ມ​ຊາດ, ໄດ້​ກ່າວ​ໃນ​ແອັບ​ພ​ລີ​ເຄ​ຊັ້ນ ​ສົ່ງ​ຂໍ້​ຄວາມ Telegram ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ວ່າ ​ໜ່ວຍ​ຂອງ​ພວກ​ເຂົາ​ໄດ້​ເຂົ້າ​ຄວບ​ຄຸມ​ບ້ານ ບ​ລາ​ໂຮ​ດັດ​ເນ.

ອົງ​ການ​ຂ່າວ​ຝ​ຣັ່ງ​ໄດ້​ລາຍ​ງານ​ວ່າ​ມັນ​ບໍ່​ມີ​ການ​ຢືນ​ຢັນ​ໃນ​ທັນ​ທີ​ຈາກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ຣັດ​ເຊຍ.

ດ້ວຍ​ການ​ເຮັດ​ສົງ​ຄາມ​ຮຸນ​ແຮງ​ຂຶ້ນ​ໃນ​ພາກ​ພື້ນ​ໂດ​ເນັດ​ສ໌​ນັ້ນ, ຖັນ​ແຖວ​ການ​ຕໍ່​ສູ້​ທີ່​ແນ່ນອນ​ແມ່ນບໍ່​ໄດ້​ມີ​ຄວາມ​ຊັດ​ເຈນ, ໂດຍ​ສະ​ເພາະ​ຢູ່​ອ້ອມ​ເມືອງ ບາກ​ມຸດ, ບ່ອນ​ທີ່​ການ​ຕໍ່​ສູ້​ແມ່ນ​ໄດ້​ເກີດ​ຂຶ້ນ​ໃນ​ບໍ່​ເທົ່າ​ໃດ​ອາ​ທິດ​ທີ່​ຜ່ານ​ມາ. ກຸ່ມ​ແວກ​ເນີເຄີຍ​ທຳ​ການອ້າງ​ເອົາ​ຄວາມ​ສຳ​ເລັດ​ລ່ວງ​ໜ້​າມາ​ກ່ອນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG