ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກການ​ເມືອງ ຂອງ​ປະ​ທາ​ນາ​ທິ​ບໍ​ດີໃໝ່ ຢູ​ເຄ​ຣນຈະ​ສຳ​ພາດ ​ເອົາຜູ້​ສະ​ໝັກ ໃນ​ການ​ເລືອກ​ຕັ້ງ ທີ່​ຈະ​ຈັດ​ຂຶ້ນ ໃນ​ເດືອນ ກໍ​ລະ​ກົດ​ນີ້


 ທ່ານ ດ​ມິ​ໂຕ​ຣ ຣາ​ຊຸມ​ກັອ​ຟ (ຂາວ) ແລະ​ທ່ານ and ທ່ານ ໂອ​ເລັກ​ແຊນ​ເດີ ຄໍ​ນີ​ເຢັນ​ໂກ, ຜູ້​ນຳ​ຂອງ​ພັກ Servant of the People, ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໃໝ່​ຂອງ​ຢູ​ເຄ​ຣນ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ຢູ່​ນະ​ຄອນ​ຫລວງ​ກຽບ, ວັນ​ທີ 27 ພຶດ​ສະ​ພ, 2019.
ທ່ານ ດ​ມິ​ໂຕ​ຣ ຣາ​ຊຸມ​ກັອ​ຟ (ຂາວ) ແລະ​ທ່ານ and ທ່ານ ໂອ​ເລັກ​ແຊນ​ເດີ ຄໍ​ນີ​ເຢັນ​ໂກ, ຜູ້​ນຳ​ຂອງ​ພັກ Servant of the People, ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໃໝ່​ຂອງ​ຢູ​ເຄ​ຣນ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ຢູ່​ນະ​ຄອນ​ຫລວງ​ກຽບ, ວັນ​ທີ 27 ພຶດ​ສະ​ພ, 2019.

ພັກການ​ເມືອງ​ທີ່​ຫາກໍ່​ຕັ້ງ​ຂຶ້ນ​ໃໝ່ຂອງ​ປະ​ທາ​ນາ​ທິ​ບໍ​ດີໂວ​ໂລ​ດີ​ເມຍ ຊີ​ເລັນ​ຊ໌​ກີ (Volodymyr Zelenskiy) ຂອງ​ຢູ​ເຄ​ຣ​ນ ໄດ້​ແຕ່ງ​ຕັ້ງ​ໃຫ້ທີ່​ປຶກ​ສາ​ດ້ານ​ການ ​ໂຄ​ສະ​ນາ​ຫາ​ສຽງຂອງພັກດັ່ງ​ກ່າວ, ທ່ານ ດ​ມິ​ໂຕ​ຣ ຣາ​ຊຸມ​ກັອ​ຟ (Dmytro Razumkov), ໃຫ້​ເປັນ​ຫົວ​ໜ້າ​ພັກ ແລະ​ຈະ​ສຳ​ພາດ​ຜູ້​ສະ​ໝັກ​ທີ່ຄາດ​ຫວັງໄວ້ ເພື່ອໃຫ້​ມາ​ຮັບຕຳ​ແໜ່ງ​ຕ່າງໆຢູ່ໃນລາຍ​ການ​ຂອງ​ພັກ ກ່ອນ​ການ​ເລືອກ​ຕັ້ງສະ​ພາ ​ທີ່​ຈະ​ຈັດ​ຂຶ້ນ​ຢ່າງ​ວ່ອງ​ໄວ​ໃນ​ເດືອນ​ກໍ​ລະ​ກົດທີ່​ຈະ​ມາ​ເຖິງນີ້, ອີງ​ຕາມບັນ​ດາ​ຜູ້​ຕາງ​ໜ້າ​ຂອງ​ພັກນັ້ນ.

​ທ່ານ ຣາ​ຊຸມກັອ​ຟ (Razumkov) ເປັນ​ຜູ້​ກ່າວຄຳ​ປະ​ກາດ​ດັ່​ງກ່າວ ຊຶ່ງ​ທ່ານ​ໄດ້
ກ່າວ​ຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວໃນ​ວັນ​ຈັນ​ວານນີ້ ໂດຍ​ມີ ທ່ານ ໂອ​ເລັກ​ແຊນ​ເດີ ຄໍ​ນີ​ເຢັນ​ໂກ (Oleksandr Korniyenko), ຫົວ​ໜ້າ​ສຳ​ນັກ​ງານ​ການ​ເລືອກ​ຕັ້ງຂອງ​ພັກ​ຮັບ​ໃຊ້​ປະ​ຊາ​ຊົນ ຫລື Servant of the People party ແລະ ທ່ານ ມີ​ເຄ​ໂລ ເຟ​ໂດ​ຣັອ​ຟ (Mykhaylo Fedorov), ຫົວ​ໜ້າ​ຍຸດ​ທະ​ສາດ​ທາງ​ດີ​ຈິ​ຕອ​ລ​ຂອ​ງ​ພັກ​ດັ່ງ​ກ່າວ ຢູ່​ຄຽງ​ຂ້າງ​ຂອງ​ທ່ານ.

ປະ​ທາ​ນາ​ທິ​ບໍ​ດີໂວ​ໂລ​ດີ​ເມຍ ຊີ​ເລັນ​ຊ໌​ກີ (Volodymyr Zelenskiy) ຂອງ​ຢູ​ເຄ​ຣ​ນ ຢູ່​ໃນ​ພິ​ທີ​ສາ​ບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ​ທ່ານໃນ​ນະ​ຄອນ​ກຽບຂອງຢູ​ເຄ​ຣນ, ວັນ​ທີ 20 ພຶດ​ສະ​ພາ, 2019
ປະ​ທາ​ນາ​ທິ​ບໍ​ດີໂວ​ໂລ​ດີ​ເມຍ ຊີ​ເລັນ​ຊ໌​ກີ (Volodymyr Zelenskiy) ຂອງ​ຢູ​ເຄ​ຣ​ນ ຢູ່​ໃນ​ພິ​ທີ​ສາ​ບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ​ທ່ານໃນ​ນະ​ຄອນ​ກຽບຂອງຢູ​ເຄ​ຣນ, ວັນ​ທີ 20 ພຶດ​ສະ​ພາ, 2019

ທ່ານ ຣາ​ຊຸມກັອ​ຟ (Razumkov) ທີ່​ເປັນ​ອຳ​ນວຍ​ການ ​ຂອງ​ບໍ​ລິ​ສັດ​ທີ່​ປຶກ​ສາ​ທາງ​ການ​ເມືອງ ໄດ້​ເລີ້ມ​ຕົ້ນ​ເຂົ້າ​ໄປ​ຫລິ້ນ​ເມືອງ​ໃນ​ນາມ​ວ່າ​ເປັນສະ​ມາ​ຊິກຂອງ​ອະ​ດີດ ພັກ​ຂົງ​ເຂດ ​ຂອງ​ທ່ານ ວິກ​ຕໍ ຢາ​ນຸ​ໂກວິກ​ສ໌, ຊຶ່ງ​ເປັນ​ປະ​ທານພັກ​ທີ່​ມີ​ສາຍ​ສຳ​ພັນ​ດີ​ກັບ​ມົ​ສ​ກູ, ​ທີ່​ຖືກ​ຜັກ​ດັນ​ໃຫ້​ລົງ​ຈາກ​ຕຳ​ແໜ່ງ​ໂດຍ​ຂະ​ບວນ​ການ​ປະ​ທ້ວງເມ​ແດນ (Maidan) ໃນ​ປີ 2014 ແລະ​ໄດ້ຫລົບ​ໜີ​ໄປ​ຢູ່​ຣັດ​ເຊຍ.

ທ່ານ​ເວົ້າຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ເມື່ອມໍ່ໆ​ມານີ້​ວ່າ ທ່ານ​ໄດ້​ຖືກ​ເລືອກໃຫ້​ມາ​ກຳ​ຕຳ​ແໜ່ງ​ ແທນ​ທ່ານວີ​ວານ ບາ​ກາ​ນັອ​ຟ (Ivan Bakanov), ທີ່​ປຶກ​ສາ​ດ້ານ​ການ​ໂຄ​ສະ​ນາ​ຫາ​ສຽງ ແລະ​ທະ​ນາຍ​ຄວາມ​ຂອງບໍ​ລິ​ສັດ​ບັນ​ເທີງຄວາ​ໂທ​ລ (Kvartal) 95 ຂອງ​ທ່ານ​ຊີ​ເລັນ​ຊ໌​ກີ (Zelenskiy) ຜູ້​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ໃໝ່ແຕ່ງ​ຕັ້ງ​ໃຫ້​ເປັນ​ຮອງ​ຫົວ​ໜ້າ​ຫ້ອງ​ການ​ບໍ​ລິ​ການ​ດ້ານ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ ຢູ​ເຄ​ຣນ ຫລື SBU ໃນ​ວັນ​ທີ 22 ພຶດ​ສະ​ພາ.

​ທ່ານຊີ​ເລັນ​ຊ໌​ກີ (Zelenskiy), ນັກ​ສະ​ແດງ​ຕະ​ຫລົກທີ່ບໍ່​ເຄີຍ​ມີ​ປະ​ສົບ​ການ​ທາງ​ການ​ເມືອງນັ້ນ ໄດ້​ຊະ​ນະ​ຜູ້​ທີ່​ກຳ​ລັງ​ກຳ​ຕຳ​ແໜ່ງ ​ຢູ່​ໃນ​ປັດ​ຈຸ​ບັນ, ທ່ານ ເປ​ໂຕ​ຣ ໂປ​ໂຣເຊັນ​ໂກ (Petro Poroshenko) ໂດຍ​ໄດ້​ຮັບ​ຄະ​ແນນ​ລື່ນ​ຢ່າງ​ຫລວງ​ຫລາຍ​ໃນ​ການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​ຮອບ​ຕັດ​ສິນ ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ເມ​ສາຜ່ານ​ມາ. ນຶ່ງມື້​ຫລັງ​ຈາກ​ພິ​ທີ​ສາ​ບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນ​ວັນ​ທີ 20 ພຶດ​ສະ​ພາ​ຜ່ານ​ມາ, ທ່ານ​ກໍ​ໄດ້​ເຊັນ​ດຳ​ລັດ​ເພື່ອ​ຍຸບ​ສະ​ພາ ແລະ​ກໍ​ານົດ​ໃຫ້​ມີ​ການ​ເລືອກ​ຕັ້ງ​ໃໝ່​ຂຶ້ນ​ໃນ​ວັນ​ທີ 21 ກໍ​ລະ​ກົດ.

ການ​ເລືອກ​ຕັ້ງ​ໃນ​ຂັ້ນ​ຕົ້ນເປັນ​ໂອ​ກາດ​ທີ່​ທ່ານ​ເລັນ​ຊ໌​ກີ (Zelenskiy) ຈະ​ເພີ້ມ​ອິດ​ທິ​ພົນຂອງ​ທ່ານແຕ່​ຫົວ​ທີ ​ໃນ​ການດຳ​ລົງ​ຕຳ​ແໜ່ງ​ສະ​ໄໝ​ນຶ່ງ ​ທີ່​ມີຫ້າ​ປີ​ຂອງ​ທ່ານ ໂດຍ​ການ​ເອົາ​ພວກ​ສະ​ໜັບ​ສະ​ໜຸນ​ທ່ານ ເຂົ້າ​ໄປ​ປະ​ຈຳຢູ່ໃນ​ສະ​ພາ​ນິ​ຕິ​ບັນ​ຍັດ​ຂອງ​ປະ​ເທດ​ທີ່​ມີ 44 ລ້ານ​ຄົນ​ ທີ່​ປະ​ເຊີນ​ໜ້າ​ກັບ​ການ​ກົດ​ດັນ​ຈາກ​ຣັດ​ເຊຍຢູ່​ຕະ​ຫລອດ​ ພ້ອມ​ທັງ​ປະ​ເຊີນບັນ​ຫາ​ທ້າ​ທາຍ​ທາງ​ເສດ​ຖະ​ກິດ ແລະ​ບັນ​ຫາ​ສໍ້​ລາດ​ບັງ​ຫລວງ.

ທ່ານ ຄໍ​ນີ​ເຢັນ​ໂກ (Korniyenko) ເວົ້າ​ວ່າ ໂດຍ​ສອດ​ຄ່ອງ​ກັບ​ການ​ປະ​ຕິ​ບັດ​ໃນ​ເມື່ອ​ກ່ອນ ​ຂອງ​ທ່ານ​ທ່ານ​ຊີ​ເລັນ​ຊ໌​ກີ (Zelenskiy) ​ຜູ້​ທີ່​ມີ​ນະ​ໂຍ​ບາຍທີ່​ຖາມ​ຄຳ​ເຫັນ​ຈາກ​ຊຸມ​ຊົນ ແລະ​ສະ​ມາ​ຊິກ​ທີ່​ອາດ​ຈະ​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນ​ລັດ​ຖະ​ບານ, ພັກ ຮັບ​ໃຊ້​ປະ​ຊາ​ຊົນ ຫລື Servant of the People ຈະ​ຄັດ​ເລືອກເອົາ​ຜູ້​ສະ​ໝັກ ເພື່ອ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ ໂດຍ​ການ​ອ່ານ​ເບິ່ງ​ຄຳ​ຮ້ອງ ​ທີ່​ຍື່ນ​ຜ່ານ​ເວັບ​ໄຊ​ທ໌ ຂອງ​ພັກ. ທ່ານ​ກ່າວ​ເພີ້ມ​ອີກວ່າ ຜູ້​ສະ​ໝັກ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ຈາກນັ້ນ ຈະ ຕ້ອງ​ໄດ້​ຜ່ານ​ການ​ສອບເສັງ​ໃນ​ເລື້ອງ​ຄວາມເຫັນ​ພ້ອມເພື່ອ​ຮັບ​ປະ​ກັນ​ວ່າຄວາມ​ຄິດ​ເຫັນ​ຂອງ​ພວກ​ເຂົາ​ເຈົ້າ ​ສອດ​ຄ່ອງ​ກັບ​ຄວາມ​ຄິດ​ເຫັນ​ ຂອງ​ປະ​ທາ​ນາທິ​ບໍ​ດີ ຫລືບໍ່ ແລະ​ເຂົາ​ເຈົ້າ​ກໍ​ຈະ​ຕ້ອງ​ຜ່ານ​ການ​ສຳ​ພາດ​ໂດຍ​ພວກ​ຜູ້​ນຳ​ຂອງ​ພັກ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG