ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີຢູເຄຣນ ກ່າວ​ວ່າ ການໂຈມຕີຕອບ​ໂຕ້​ຄືນ ຈະບໍ່ແນ​ໃສ່ ​ໂຈມ​ຕີ​ດິນ​ແດນ​ຂອງຣັດ​ເຊຍ


ປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລນສ໌ກີ ກ່າວຄຳ​ປາ​ໄສ​ພາຍ​ຫລັງ​ທີ່​ທ່ານ​ໄດ້​ຮັບລາງວັນ Charlemagne ສຳ​ລັບ​ການ​ຮັບ​ໃຊ້​​ເພື່ອ​ຄວາມ​ສາ​ມັກ​ຄີ​ຂອງ​ຢູ​ໂຣບ (European Unity) ໃນ​ນະ​ຄອນ Aachen ຂອງ​ເຢຍ​ຣະ​ມັນ, ວັນ​ທີ 14 ພຶດ​ສະ​ພາ, 2023
ປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລນສ໌ກີ ກ່າວຄຳ​ປາ​ໄສ​ພາຍ​ຫລັງ​ທີ່​ທ່ານ​ໄດ້​ຮັບລາງວັນ Charlemagne ສຳ​ລັບ​ການ​ຮັບ​ໃຊ້​​ເພື່ອ​ຄວາມ​ສາ​ມັກ​ຄີ​ຂອງ​ຢູ​ໂຣບ (European Unity) ໃນ​ນະ​ຄອນ Aachen ຂອງ​ເຢຍ​ຣະ​ມັນ, ວັນ​ທີ 14 ພຶດ​ສະ​ພາ, 2023

ປະທານາທິບໍດີ​ຢູ​ເຄຣນ, ທ່ານໂວ​ໂລ​ດິ​ເມຍ ​ເຊ​ເລນ​ສ໌​ກີ ກ່າວ​ວ່າ ການ​ໂຈມ​ຕີ​ທີ່​ໄດ້​ວາງ​ແຜນ​ໄວ້ ​ໃນ​ປະ​ເທດ​ຂອງ​ທ່ານ​ ແມ່ນ​ອອກ​ແບບມາ​ເພື່ອ​ປົດ​ປ່ອຍ​ເຂດ​ທີ່​ຍຶດຄອງ​ໂດຍຣັດ​ເຊຍ ບໍ່​ແມ່ນ​ເພື່ອ​ໂຈມ​ຕີ​ດິນ​ແດນ​ຂອງຣັດ​ເຊຍ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ໃນການກ່າວ​ຄຳ​ເຫັນຢູ່​ທີ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ ໃນ​ວັນ​ອາ​ທິດວານນີ້ ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ຣະ​ມັນ, ທ່ານ​ໂອ​ລາ​ຟ ​ໂຊ​ລ​ສ໌ (Scholz) ນັ້ນ ທ່ານ​ເຊ​ເລນ​ສ໌​ກີ ກ່າວ​ວ່າເປົ້າ​ໝາຍ​ຂອງ​ຢູ​ເຄ​ຣນ ແມ່ນ​ການ​ປົດ​ປ່ອຍ​ອາ​ນາ​ເຂດ​ຢູ່​ພາຍໃນ​ເຂດ​ຊາຍ​ແດນຂອງ​ປະ​ເທດ ​ທີ່​ໄດ້​ຮັບ​ການ​ຍອມ​ຮັບ​ຈາກ​ສາ​ກົນ. ​

ທ່ານເຊ​ເລນ​ສ໌​ກີ ໄດ້ຮັບການຕ້ອນຮັບດ້ວຍກອງກຽດຕິຍົດ ທາງທະຫານຈາກ​ທ່ານ ​ໂຊລ​ສ໌ (Scholz) ໃນການຢ້ຽມຢາມເຢຍຣະມັນຄັ້ງທໍາອິດຂອງ​ທ່ານ ນັບຕັ້ງແຕ່ຣັດເຊຍບຸກລຸກຢູເຄຣນ. ທ່ານ​ເຊ​ເລນ​ສ໌​ກີ ກໍາລັງເຈລະຈາກັບຜູ້ນໍາຂອງເຢຍຣະມັນກ່ຽວກັບການຈັດສົ່ງອາວຸດໄປເພີ້ມອີກ ເພື່ອຊ່ວຍປະເທດຂອງທ່ານ​ໃນ​ການປ້ອງກັນການຮຸກຮານຂອງຣັດເຊຍ ແລະສ້າງສິ່ງທີ່ຖືກທໍາລາຍ ໂດຍຄວາມຂັດແຍ້ງທີ່ຮ້າຍກາດ ທີ່​ແກ່​ຍາວ​ມາ​ໄດ້​ນາ​ນກວ່ານຶ່ງປີນັ້ນ ​ຄືນ​ໃໝ່. ທ່ານ ໂຊ​ລ​ສ໌ (Scholz), ບອກທ່ານ​ເຊ​ເລນ​ສ໌​ກີວ່າ ເຢຍຣະມັນຈະສະຫນັບສະຫນູນຢູເຄຣນ "ຕາບໃດຫາຍັງມີຄວາມຈໍາເປັນຢູ່."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG