ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາ​ຍົກ​ຢູ​ເຄ​ຣນ ກ່າວ​ວ່າ ການ​ເລີ້ມ​ຕົ້ນ​ບູ​ລະ​ນະ​ສ້າງ​ສາ​ປະ​ເທດ​ຊາດ ໃນ​ປີ 2023 ແມ່ນ​ມີ​ຄວາມ​ສຳ​ຄັນ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ທ່ານ​ນາງ​ແຈ​ແນັດ ແຢ​ລ​ເລັນ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢູ​ເຄ​ຣນ ທ່ານ​ເດນ​ນິ​ສ ຊີ​ມາຍ​ຮອ​ລ (Denys Shmyhal) ຈັບ​ມື​ຫຼັງ​ການ​ຈາກ​ການ​ຖະ​ແຫຼງ ທີ່​ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ຢູ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 13 ເມ​ສາ 2023.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ທ່ານ​ນາງ​ແຈ​ແນັດ ແຢ​ລ​ເລັນ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢູ​ເຄ​ຣນ ທ່ານ​ເດນ​ນິ​ສ ຊີ​ມາຍ​ຮອ​ລ (Denys Shmyhal) ຈັບ​ມື​ຫຼັງ​ການ​ຈາກ​ການ​ຖະ​ແຫຼງ ທີ່​ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ຢູ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 13 ເມ​ສາ 2023.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢູ​ເຄ​ຣນ ທ່ານ​ເດນ​ນິ​ສ ຊີ​ມາຍ​ຮອ​ລ (Denis Shmyhal) ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ສ​ະ​ແດງ​ຄວາມ​ຊົມ​ເຊີຍ​ໃນ “ການ​ສືບ​ຕໍ່ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ ແບບ​ບໍ່​ມີ​ການ​ປ່ຽນ​ແປງ ແລະ​ບໍ່​ເຄີຍ​ມີ​ມາ​ກ່ອນ” ຂອງ​ສະ​ຫະ​ລັດ ໃນ​ຂະນະທີ່​ປະ​ເທດ​ຂອງ​ທ່ານ ຕໍ່​ສູ້​ຕ້ານ​ຢັນ​ການ​ຮຸກ​ຮານ ​ຂອງ​ຣັດ​ເຊຍ ແລະ​ທ່ານ​ໄດ້​ກ່າວ​ເນັ້ນ​ຢ້ຳ ເຖິງ​ຄວາມ​ໝັ້ນ​ໝາຍ​ຂອງ​ຢູ​ເຄ​ຣນທີ່​ຈະ​ປາບ​ປາມ​ການ​ຄໍ​ ຣັບ​ຊັ່ນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ທ່ານ​ຊິມາຍ​ຮອ​ລ ໃຫ້​ຄວາມ​ເຫັນ ຂະ​ນະ​ທີ່​ຢືນ​ຢູ່​ຄຽງ​ຂ້າງ​ລັ​ດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ທ່ານ​ນາງ​ແຈ​ແນັດ ແຢ​ລ​ເລັນ ໂດຍກ່າວ​ວ່າ ​ມັນ​ມີ​ຄວາມ​ສຳ​ຄັນ​ທີ່​ຢູ​ເຄ​ຣນ​ເລີ້ມ​ການ​ບູ​ລະ​ນະ​ສ້າງ​ສາ​ປະ​ເທດ​ໃນ​ປີນີ້ແລະ​ກີ​ຢິບ​ໄດ້​ລະ​ບຸ​ບູ​ລິ​ມະ​ສິດ​ກ່ຽວ​ກັບ​ເງິນ​ທຶນ​ທີ່​ຍັງ​ຂາດ​ແຄນ 14 ຕື້​ໂດ​ລາ​ທີ່​ຕ້ອງ​ການ​ສຳ​ລັບ​ປີນີ້.

ທ່ານ​ນາງ​ແຢ​ລ​ເລັນ ທີ່​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ກີ​ຢິບ​ແບ​ບ​ບໍ່​ມີ​ການ​ປະ​ກາດ​ໃນ​ເດືອນ​ກຸມ​ພາ ກ່າວ​ຕໍ່​ທ່ານ​ຊິ​ມາຍ​ຮອ​ລ​ວ່າ ທ່ານ​ນາງ​ໄດ້​ເຫັນ “ດ້ວຍ​ຕາ​ໂຕ​ເອງ​ເຖິງ​ຄວາມ​ກ້າ​ຫານ​ແລະ​ຄວາມ​ສາ​ມາດ​ໃນ​ການ​ປັບ​ໂຕ​ຂອງ​ທະ​ຫານ​ແລະ​ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນ” ໂດຍ​ເວົ້າ​ເຖິງ ​ການ​ໄປ​ຢ້ຽມ​ໂຮງ​ຮຽນ​ແຫ່ງ​ນຶ່ງ ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍຈາກ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ບ່ອນ​ທີ່​ສະ​ມາ​ຊິກ​ຂອງ​ປະ​ຊາ​ຄົມ ​ໄດ້​ພາ​ກັນເຮັດ​ທຽນສຳ​ລັບ​ໄຕ້​ຢູ່​ໃນ​ຂຸມ ເພື່ອ​ສົ່ງ​ໄປ​ເຂດ​ແນວ​ໜ້າ.

ທ່ານ​ນາງ​ກ່າວ​ວ່າ ສະ​ຫະ​ລັດ​ແມ່ນ​ຢູ່​ກັບ​ຢູ​ເຄ​ຣນນັບ​ຕັ້ງ​ແຕ່ມື້​ທຳ​ອິດ​ຂອງ​ສົງ​ຄາມ ແລະ​ຈະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ “ດົນ​ເທົ່າ​ທີ່​ເປັນ​ໄປ​ໄດ້.”

ສະ​ຫະ​ລັດ​ ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ທີ່​ສຳ​ຄັນ​ທາງ​ດ້ານ​ເສດ​ຖະ​ກິດ​ ນັ​ບ​ແຕ່​ສົງ​ຄາມ​ເລີ້ມ​ຂຶ້ນ ແລະ​ຈະ​ສືບ​ຕໍ່​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ຕື່ມ​ອີກ ໃນ​ຊຸມ​ເດືອນ​ຕໍ່​ໜ້າ ເພີ້ມ​ໃສ່​ການ​ຊ່ວຍ​ເຫຼືອ​ທາງງ​ດ້ານ​ຄວາມ​ໝັ້ນ​ຄົງ​ແລະ​ມະ​ນຸດ​ສະ​ທຳ ນັ້​ນ​ຄື​ຄຳ​ເວົ້າ​ຂອ​ງ​ທ່ານ​ນາງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG