ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານຢູເຄຣນ 8 ຄົນ ເສຍຊີວິດ ທັງໆທີ່ ຂໍ້ຕົກລົງຢຸດຍິງ ບັນລຸກັນແລ້ວ


Membros da guarda de honra preparam-se para a chegada do primeiro-ministro japonês Shinzo Abe, ao ministério da defesa em Tóquio.
Membros da guarda de honra preparam-se para a chegada do primeiro-ministro japonês Shinzo Abe, ao ministério da defesa em Tóquio.

ບັນດາ​ເຈົ້າ​ໜ້າ​ທີ່ກອງທັບຢູ​ເຄຣນ ກ່າວ​ວ່າ ທະຫານ 8 ຄົນ​ໄດ້
ເສຍ​ຊີວິດ​ແລະ ​34 ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ສູ້​ລົບຢູ່ທາງ
​ພາກຕາ​ເວັນ​ອອກ​ຂອງຢູ​ເຄຣນ​ ໃນຮອບ 24 ຊົ່ວໂມງຜ່ານມາ
​ທັງໆທີ່​ປະ​ເທດ​ດັ່ງກ່າວ ໄດ້​ບັນລຸ​ການ​ຕົກລົງ​ຢຸດ​ຍິງກັນ​ໃນ​ວັນ
​ພະຫັດ​ວານ​ນີ້ ​ແຕ່​ຍັງ​ບໍ່​ທັນມີຜົນບັງຄັບໃຊ້ເທື່ອ.​

ບັນດາ​ເຈົ້າ​ໜ້າ​ທີ່​ກອງທັບຢູເຄຣນ ກ່າວ​ວ່າ ການ​ສູ້​ລົບກັນ ແມ່ນ
ດຸເດືອດເປັນພິເສດ​ ຢູ່​ອ້ອມ​ແອ້ມ ​ເມືອງ Debaltseve ຊຶ່ງເປັນ
ສູນກາງການ​ຂົນ​ສົ່ງສຳຄັນທີ່ໄດ້ກາຍມາເປັນບ່ອນ​ຕໍ່ສູ້ຍາດ​ແຍ່ງ
​ກັນຢ່າງຮ້າຍແຮງ ​ໃນ​ໄລຍະບໍ່​ເທົ່າ​ໃດ​ວັນ​ທີ່​ຜ່ານ​ມານີ້.

Ukraine Refugees Not Ready to Return Home Despite Cease-fire Agreement
please wait

No media source currently available

0:00 0:02:59 0:00

ບັນດາ​ຜູ້ນຳຂອງຢູ​ເຄຣນ ຣັດ​ເຊຍ ​ເຢຍຣະມັນ ​ແລະ ຝຣັ່ງ ​ໄດ້​ເຊັນຂໍ້​ຕົກລົງ​ທີ່​ນະຄອນ
ຫລວງ Minsk ຂອງ ປະ​ເທດ Belarus ຫລັງ​ຈາກ​ໄດ້​ເຈລະຈາກັນ​ເປັນ​ເວລາ 16 ຊົ່ວ​ໂມງ.
ພວກທ່ານ​ໄດ້​ປະກາດກ່ຽວກັບການ​ຖອນ​ກຳລັງສູ້​ລົບ​ອອກຈາກເຂດແນວໜ້າ ໃກ້​ກັບ​ຊາຍ
​ແດນຣັດ​ເຊຍ ແລກປ່ຽນ​ພວກຊະເລີຍ ​ແລະ​ຢຸດ​ຍິງທີ່ກຳນົດ​ຈະ​ເລີ້ມ​ຂຶ້ນໃນ​ວັນ​ອາທິດ​ຈະ​ມາ​ເຖິງ​ນີ້.

​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ໄດ້​ສັນລະ​ເສີນ ການດຳເນີນ
ຄວາມ​ພະຍາ​ຍາມ​ຂອງ​ຜູ້ນຳທັງ​ສີ່​ ​ເພື່ອ​ຍຸດຕິ​ການ​ລຸ​ຮື​ຂື້ນ​ຂອງ ພວກ​ກະບົດ​ແບ່ງ​ແຍກ​ດິນ
ແດນນິຍົມ​ຣັດ​ເຊຍ ຢູ່ໃນ​ພາກ​ຕາ​ເວັນ​ອອກ​ຢູ​ເຄຣນ ໂດຍກ່າວ​ວ່າ ທ່ານ​ຫວັງ​ວ່າ ຂໍ້​ຕົກລົງ​
ຢຸດ​ຍິງນີ້ຈະໄດ້ຮັບການເຄົາລົບຈາກໝົດ ທຸກ​ຝ່າຍກ່ຽວຂ້ອງ.

ປະທານ​ນາ​ທິບໍດີຝຣັ່ງ ທ່ານ Francois Hollande ກ່່າວ​ວ່າ ຂໍ້​ຕົກລົງດັ່ງກ່າວ ຖ້າ​ຫາກ​
ໄດ້ຮັບການເຄົາລົບແລ້ວ ຈະທໍ່ກັນກັບ “ການແກ້​ໄຂທາງການ​ເມືອງຢ່າງ​ຮອບດ້ານ” ​ໃນ
​ຂະນະ​ທີ່ນາຍົກລັດຖະມົນຕີ ທ່ານ​ນາງ Angelena Merkel ກ່າວ​ວ່າ ມັນ​ໄດ້​ໃຫ້ “ວີ່​ແວວ
ແຫ່ງ​ຄວາ​ມຫວັງ.” ທ່ານ​ນາງ​ຍັງ​ກ່າວ​ອີກ​ວ່າ “ພວກ​ເຮົາ​ບໍ່​ໄດ້ຫຼອກຕົນເອງ” ​ແລະ​ນັ້ນຍັງ
ມີວຽກງານອີກຫລາຍຢ່າງທີ່ຍັງຕ້ອງໄດ້ປະ ຕິບັດ ເພື່ອໃຫ້ມີ​ສັນຕິ​ພາບຢ່າງຖາວອນ.

ສະຫະລັດ ​ໄດ້​ປຶກສາ​ຫາລື​ກັບ ບັນດາ​ພັນທະ​ມິດ ​ແຕ່​ບໍ່​ໄດ້​ເຂົ້າ​ຮ່ວມຢູ່​ໃນກອງ​ປະຊຸມ​ສຸດ
​ຍຸດ ທີ່​ນະຄອນ Minsk. ທຳ​ນຽບຂາວ ຮ້ອງ​ຂໍ້​ຕົກລົງ​ນີ້​ວ່າ ອາດ ເປັນ​ບາດກ້າວອັນ​ສຳຄັນ
​ໄປ​ສູ່​ການສີ້​ນສຸດລົງຂອງບັນຫາຂັດແຍ້ງດ້ວຍຄວາມ ສັນຕິ. ​

UKRAINE CNPK
please wait
Embed

No media source currently available

0:00 0:02:25 0:00

XS
SM
MD
LG