ເຈົ້າໜ້າທີ່ຢູເຄຣນກ່າວໃນວັນອັງຄານມື້ນີ້ວ່າ ການໂຈມຕີດ້ວຍໂດຣນຂອງ ຣັດເຊຍ ໃສ່ຂົງເຂດທາງພາກກາງ ແລະພາກໃຕ້ຂອງຢູເຄຣນ ສົ່ງຜົນເຮັດໃຫ້ຕຶກອາຄານທີ່ຢູ່ອາໄສໃນຫຼາຍແຫ່ງໄດ້ຮັບຄວາມເສຍຫາຍ.
ການໂຈມຕີດັ່ງກ່າວ ເປັນສ່ວນນຶ່ງຂອງການໂຈມຕີທີ່ກອງທັບຢູເຄຣນກ່າວວ່າ ມີການໂຈມຕີດ້ວຍໂດຣນຂອງຣັດເຊຍຈໍານວນ 131 ລຳ ພ້ອມດ້ວຍລູກສອນໄຟຂີປະນາວຸດອີກ 4 ລູກ.
ກອງທັບອາກາດກ່າວວ່າ ກອງກຳລັງປ້ອງກັນທາງອາກາດຂອງຢູເຄຣນ ໄດ້ຍິງໂດຣນຕົກຈໍານວນ 72 ລຳ.
ຜູ້ປົກຄອງຂົງເຂດ ດນີໂປຣເປໂຕຣບຄ໌, ທ່ານ ເຊີຮີລ ລີຊາສຄ໌ (Serhiy Lysask) ກ່າວທາງ Telegram ວ່າ ການໂຈມຕີຂອງ ຣັດເຊຍ ໄດ້ທຳລາຍບ້ານເຮືອນ ແລະສາງເກັບເຄື່ອງຫຼາຍແຫ່ງ, ໃນນັ້ນ ມີຜູ້ໄດ້ຮັບບາດເຈັບ 1 ຄົນ.
ຜູ້ປົກຄອງຂົງເຂດ ເຊີກາຊີ, ທ່ານ ອີຮໍ ຕາບູເຣັທສ໌ (Ihor Taburets) ລາຍງານໃນວັນອັງຄານມື້ນີ້ວ່າ ເສດຊາກຂອງໂດຣນທີ່ຕົກລົງມາ ໄດ້ທຳລາຍອາຄານທີ່ຢູ່ອາໄສຂອງປະຊາຊົນ 4 ແຫ່ງ, ໂຮງຮຽນນຶ່ງແຫ່ງ, ຮ້ານຄ້ານຶ່ງແຫ່ງ ແລະສາຍໄຟຟ້າອີກຈໍານວນນຶ່ງ.
ຜູ້ປົກຄອງຂົງເຂດ ໂພລຕາວາ (Poltava), ທ່ານ ຟີລິບ ໂປຣນິນ (Filip Pronin) ກ່າວໃນ Telegram ວ່າ ໂດຣນໄດ້ຕົກໃສ່ເຮືອນຫຼັງນຶ່ງໃນພາກພື້ນຂອງລາວ ແລະສົ່ງຜົນເຮັດໃຫ້ເກີດໄຟໄໝ້ໃນທັນທີ, ໃນຂະນະທີ່ເສດຊາກຕ່າງໆຂອງໂດຣນທີ່ຖືກທຳລາຍ ໄດ້ທຳລາຍອາຄານທີ່ຢູ່ອາໄສທັງໝົດ 6 ຫຼັງ.
ກະຊວງປ້ອງກັນປະເທດຣັດເຊຍກ່າວໃນວັນອັງຄານມື້ນີ້ວ່າ ຕົນໄດ້ທຳລາຍໂດຣນທາງອາກາດຂອງຢູເຄຣນຈໍານວນ 55 ລຳ, ເຊິ່ງສ່ວນຫຼາຍແມ່ນຢູ່ຕາມບໍລິເວນຂົງເຂດຊາຍແດນລະຫວ່າງ ຣັດເຊຍ ແລະ ຢູເຄຣນ.
ກະຊວງປ້ອງກັນປະເທດຣັດເຊຍ ໄດ້ຍິງທຳລາຍເຮືອບິນບໍ່ມີຄົນຂັບຈໍານວນ 22 ລຳຢູ່ເໜືອເຂດ ບຣີອານສຄ໌ (Bryansk), 12 ລຳຢູ່ເໜືອເຂດ ໂຣສໂຕບ ແລະ 10 ລຳຢູ່ເໜືອເຂດ ສໂມເລັນສຄ໌ (Smolensk).
ນອກນັ້ນ ຍັງມີການຂັດຂວາງຢູ່ບໍລິເວນອື່ນໆອີກເຊັ່ນ ຂົງເຂດ ໂວໂຣເນັສຄ໌ (Voronezh), ຊາຣາໂຕບວ໌ (Saratov) ແລະ ເຄີສຄ໌.
ຜູ້ປົກຄອງຂົງເຂດ ສໂມເລັນສຄ໌, ທ່ານ ວາຊີລີ ອນົກຮິນ (Vasily Anokhin) ກ່າວໃນ Telegram ວ່າ ເສດຊາກຫັກພັງຂອງໂດຣນ ໄດ້ທໍາລາຍອາຄານທີ່ຢູ່ອາໄສຫຼາຍແຫ່ງ, ໃນຂະນະທີ່ຜູ້ປົກຄອງຂົງເຂດ ເບລໂກຣອດ ທ່ານ ວີຢາເຊສລາບ ກລາດກອບ (Vyacheslav Gladkov) ກ່າວວ່າ ການໂຈມຕີຈາກໂດຣນໃສ່ລົດ ສົ່ງຜົນເຮັດໃຫ້ມີຜູ້ໄດ້ຮັບບາດເຈັບສອງຄົນ.
ຟໍຣັມສະແດງຄວາມຄິດເຫັນ