ໂດຣນຂອງ ຣັດເຊຍ ໄດ້ທຳການໂຈມຕີຫຼາຍພາກພື້ນຂອງ ຢູເຄຣນ ເມື່ອຂ້າມຄືນທີ່ຜ່ານມາ ແລະ ໄດ້ເຮັດໃຫ້ຢ່າງໜ້ອຍ 6 ຄົນບາດເຈັບ, ບັນດາເຈົ້າໜ້າທີ່ກ່າວໃນວັນອັງຄານມື້ນີ້, ອີງຕາມລາຍງານຂອງອົງການຂ່າວ ຣອຍເຕີສ.
ໃນພາກພື້ນ ໂອເດຊາ ທາງພາກໃຕ້ຂອງ ຢູເຄຣນ, ຜູ້ປົກຄອງພາກພື້ນ ທ່ານ ໂອເລ ຄີເປີ ໄດ້ກ່າວວ່າ ກອງກຳລັງ ຣັດເຊຍ ໄດ້ທຳການໂຈມຕີເມື່ອຂ້າມຄືນດ້ວຍໂດຣນ ແລະ ລູກສອນໄຟ, ເຮັດໃຫ້ຢ່າງໜ້ອຍ 4 ຄົນບາດເຈັບ.
ຊາກຫັກພັງຂອງໂດຣນທີ່ຖືກທຳລາຍໂດຍກອງກຳລັງປ້ອງກັນອາກາດ ຢູເຄຣນ ໄດ້ສ້າງຄວາມເສຍຫາຍຕໍ່ຕຶກອາພາດເມັ້ນສີ່ຫຼັງ ແລະ ເຮືອນ 5 ຫຼັງ, ພ້ອມກັບສາງເມັດເຂົ້າແຫ່ງນຶ່ງ, ທ່ານ ຄີເປີ ກ່າວໃນສື່ສັງຄົມ Telegram.
ຜູ້ປົກຄອງພາກພື້ນ ຄາກີບ ທ່ານ ໂອເລ ຊີນີຮູບອຟ ໄດ້ກ່າວໃນ Telegram ວ່າຊາກໂດຣນທີ່ຕົກລົງມາໄດ້ເຮັດໃຫ້ຢ່າງໜ້ອຍ 2 ຄົນບາດເຈັບ, ໃນຂະນະດຽວກັນ ໄດ້ທຳລາຍເຮືອນຫຼາຍຫຼັງ ແລະ ອີກຢ່າງໜ້ອຍ 5 ຫຼັງໄດ້ຮັບຄວາມເສຍຫາຍ.
ບັນດາເຈົ້າໜ້າທີ່ໃນພາກພື້ນ ເຊີນີຮີບ ໄດ້ກ່າວວ່າ ການໂຈມຕີໂດຍໂດຣນຂອງ ຣັດເຊຍ ໄດ້ເຮັດໃຫ້ເຮືອນ ແລະ ສິ່ງປຸກສ້າງດ້ານນອກເປ່ເພ, ແຕ່ບໍ່ມີໃຜບາດເຈັບ.
ຜູ້ປົກຄອງພາກພື້ນ ມິໂຄລາອິບ ທ່ານ ວິຕາລີ ຄິມ ໄດ້ກ່າວວ່າ ລະບົບປ້ອງກັນອາກາດໄດ້ທຳລາຍໂດຣນສອງລຳຢູ່ໃນພາກພື້ນຂອງທ່ານ, ໃນຂະນະທີ່ບັນດາເຈົ້າໜ້າທີ່ໃນພາກພື້ນ ຊູມີ ລາຍງານວ່າ ກອງທັບໄດ້ຍິງໂດຣນ 4 ລຳຕົກ.
ກະຊວງປ້ອງກັນປະເທດຂອງ ຣັດເຊຍ ກ່າວໃນວັນອັງຄານມື້ນີ້ວ່າ ພວກເຂົາໄດ້ຍິງໂດຣນຂອງ ຢູເຄຣນ ຕົກ 5 ລຳຢູ່ພາກພື້ນ ສໂມເລັນສ.
ຜູ້ປົກຄອງພາກພື້ນ ສໂມເລັນສ ທ່ານ ວາຊີລີ ອາໂນຄິນ ກ່າວໃນ Telegram ວ່າ ບໍ່ມີລາຍງານ ກ່ຽວກັບ ຄວາມເສຍຫາຍ ຫຼື ຜູ້ເສຍຊີວິດ ແລະ ບາດເຈັບ.
ຜູ້ປົກຄອງພາກພື້ນ ບຣຽນສ໌ ທ່ານ ອາເລັກແຊນເດີ ໂບໂກມາສ ກ່າວວ່າ ລະບົບປ້ອງກັນອາກາດ ຣັດເຊຍ ໄດ້ຍິງໂດຣນລຳນຶ່ງຂອງ ຢູເຄຣນ ຕົກໃນພາກພື້ນຂອງທ່ານ, ພ້ອມກັບບໍ່ມີລາຍງານຄວາມເສຍຫາຍ.
ອ່ານຂ່າວນີ້ເປັນພາສາອັງກິດ
Russian drone attacks overnight hit multiple Ukrainian regions and injured at least six people, officials said Tuesday.
In the Odesa region in southern Ukraine, Governor Oleh Kiper said Russian forces attacked overnight with drones and missiles, injuring at least four people.
Debris from drones destroyed by Ukrainian air defenses damaged four apartment buildings and five houses, as well as a grain warehouse, Kiper said on Telegram.
Kharkiv Governor Oleh Syniehubov said on Telegram that falling drone debris injured at least two people, while destroying several homes and damaging at least five others.
Officials in Chernihiv said Russian drone attacks damaged houses and outbuildings, but did not hurt anyone.
Mykolaiv Governor Vitaliy Kim said air defenses destroyed two drones over his region, while officials in Sumy reported the military shot down four drones.
Russia’s Defense Ministry said Tuesday it shot down five Ukrainian drones over the Smolensk region.
Smolensk Governor Vasily Anokhin said on Telegram there were no reports of damage or casualties.
Bryansk Governor Alexander Bogomaz said Russian air defenses shot down one Ukrainian drone over his region, with no damage reported.
ຟໍຣັມສະແດງຄວາມຄິດເຫັນ