ເຈົ້າໜ້າທີ່ຢູເຄຣນກ່າວໃນວັນສຸກມື້ນີ້ວ່າ ເຮືອບິນບໍ່ມີຄົນຂັບລໍານຶ່ງ ຂອງຣັດເຊຍໄດ້ຍິງໂຈມຕີຂົງເຂດການຄ້າຢູ່ໃນທ່າກຳປັ່ນທະເລດຳຂອງປະເທດໃນຕອນກາງຄືນທີ່ຜ່ານມາ ສົ່ງຜົນເຮັດໃຫ້ເກີດໄຟໄໝ້ ແລະເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ.
ກອງທັບກ່າວວ່າ ຣັດເຊຍໄດ້ສົ່ງເຮືອບິນບໍ່ມີຄົນຂັບ 31 ລຳ ເຂົ້າໃສ່ຢູເຄຣນໃນຄືນແລ້ວນີ້ ເຊິ່ງກອງກໍາລັງປ້ອງກັນໄພທາງອາກາດ ໄດ້ທຳລາຍ 23 ລໍາໃນຈໍານວນທັງໝົດລົງໄດ້. ກອງກໍາລັງພາກໃຕ້ກ່າວວ່າ ພວກເຂົາເຈົ້າໄດ້ຂັດຂວາງເຮືອບິນບໍ່ມີຄົນຂັບ 9 ລຳ, ແຕ່ເຮືອບິນບໍ່ມີຄົນຂັບເຫຼົ່ານັ້ນ ຕົກຢູ່ບໍລິເວນໃກ້ກັບທ່າກຳປັ່ນ ອັນໄດ້ສົ່ງຜົນເຮັດໃຫ້ເກີດໄຟໄໝ້.
ຢູ່ທີ່ບໍລິເວນເມືອງດນີໂປຣເປໂຕຣບ, ເຈົ້າຄອງພາກພື້ນດັ່ງກ່າວ ທ່ານເຊີເກ ລີຊັກ (Sergiy Lysak) ກ່າວຜ່ານທາງເທເລກຣາມວ່າ ເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ໄດ້ຕົກໃສ່ຕຶກອາພາດທ໌ເມັນແຫ່ງນຶ່ງ, ສົ່ງຜົນເຮັດໃຫ້ມີຜູ້ບາດເຈັບ 8 ຄົນ. ທ່ານກ່າວວ່າ ເຈົ້າໜ້າທີ່ກູ້ໄພກໍາລັງດໍາເນີນການຊອກຫາຊາກຫັກພັງ ແລະຜູ້ຄົນອື່ນໆທີ່ອາດຈະຍັງຢູ່ໃຕ້ຊາກຫັກພັງຕ່າງໆເຫຼົ່ານັ້ນ.
ການຮຸກຮານ ຢູເຄຣນ ຂອງ ຣັດເຊຍ ເລີ້ມຂຶ້ນໃນວັນທີ 24 ກຸມພາ 2022, ແລະໃນຂະນະທີ່ວັນຄົບຮອບສອງປີໃນມື້ອື່ນນີ້, ບັນດາຜູ້ນຳຂອງກຸ່ມ 7 ປະເທດອຸດສາຫະກຳຊັ້ນນຳ ຈະຈັດກອງປະຊຸມອອນລາຍໃນວັນເສົາມື້ອື່ນ ເພື່ອປຶກສາຫາລືກ່ຽວກັບການສະໜັບສະໜຸນສໍາລັບຢູເຄຣນ.
ຟໍຣັມສະແດງຄວາມຄິດເຫັນ