ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ຢູເຄຣນ ກ່າວວ່າ ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ຖືກເມືອງ ຄາກີຟ


ລົດຂອງພວກນັກດັບເພີງ ເກີດໄຟໄໝ້ ຫຼັງຈາກເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ໂຈມຕີໃສ່ເຂດທີ່ຢູ່ອາໄສ ໃນເມືອງ ຄາກີຟ ຂອງຢູເຄຣນ ໃນວັນທີ 4 ເມສາ 2024.
ລົດຂອງພວກນັກດັບເພີງ ເກີດໄຟໄໝ້ ຫຼັງຈາກເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ໂຈມຕີໃສ່ເຂດທີ່ຢູ່ອາໄສ ໃນເມືອງ ຄາກີຟ ຂອງຢູເຄຣນ ໃນວັນທີ 4 ເມສາ 2024.

ເຈົ້າ​ໜ້າ​ທີ່​ຢູ​ເຄຣນ ກ່າວ​ໃນ​ວັນ​ພະ​ຫັດ​ມື້​ນີ້​ວ່າ ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງຣັດ​ເຊຍ​ ໃນຊ່ວງຂ້າມຄືນ ໄດ້​ສັງຫານ​ຢ່າງ​ໜ້ອຍ 4 ຄົນ ​ແລະ​ເຮັດໃຫ້ມີຜູ້ໄດ້​ຮັບ​ບາດ​ເຈັບ​ອີກ 10 ຄົນ​ ໃນ​ເມືອງ ຄາກີຟ ທາງ​ພາກ​ຕາ​ເວັນ​ອອກຂອງ​ປະ​ເທດ.

ເຈົ້າເມືອງຄາກີຟ ທ່ານ ອີກໍ ເທເຣຄອຟ (Igor Terekhov) ກ່າວວ່າ ເຮືອບິນບໍ່ມີຄົນຂັບ ໄດ້ໂຈມຕີຕຶກອາຄານຫຼາຍຫຼັງ.

ທ່ານ ໂອເລກ ຊີເນກູບອບວ໌ (Oleg Sinegubov), ຜູ້ປົກຄອງພາກພື້ນ ຄາກີຟ ກ່າວ​ວ່າ ການ​ໂຈມ​ຕີ​ຂອງຣັດ​ເຊຍ ​ຍັງ​ໄດ້​ຖືກ ເມືອງ ໂລໂຊວາ (Lozova) ​ແລະ ເມືອງ ຊູຮຸຍຟ໌ (Chuhuiv) ອີກດ້ວຍ.

ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຕົນ​ໄດ້​ຂັດຂວາງ​ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ຢູ​ເຄຣນ ທີ່​ແນ​ເປົ້າ​ໃສ່​ສອງ​ເຂດ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງຣັດ​ເຊຍ.

ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ກ່າວ​ວ່າ, ການປ້ອງກັນທາງອາກາດ​ຂອງ​ຕົນ​ໄດ້​ຍິງໂດ​ຣນ 3 ລຳ​ຕົກ​ຢູ່​ເມືອງ ແບລໂກຣອດ (Belgorod), ​ເຊິ່ງມີ​ຊາຍ​ແດນ​ຕິດ​ກັບ​ຢູ​ເຄຣນ, ພ້ອມກັບ​ເຮືອບິນບໍ່ມີຄົນຂັບ ອີກ​ສອງ​ລຳ​ຢູ່​ເຂດ ທູລາ (Tula).

ຢູ​ເຄ​ຣນ ແລະ ຟິນ​ແລນ ໄດ້​ລົງ​ນາມ​ໃນ​ຂໍ້ຕົກລົງ​ຄວາມ​ໝັ້ນ​ຄົງ ໄລຍະ​ເວ​ລາ 10 ປີ ໃນ​ວັນ​ພຸດ​ວານນີ້.

ຂໍ້​ຕົກລົງ​ດັ່ງກ່າວ​ເຮັດ​ໃຫ້ຟິນແລນ​ກາຍ​ເປັນ​ສະມາຊິກ ລຳດັບທີ່ 8 ຂອງອົງການເນ​ໂຕ​ ​ໃນ​ປີ​ນີ້ ທີ່​ເຫັນ​ດີ​ໃຫ້ການ​ສະໜັບສະໜູນ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ປ້ອງ​ກັນ​ປະ​ເທດ​ໃນ​ໄລຍະ​ຍາວ​ສຳລັບຢູເຄຣນ ​ໃນ​ການ​ຕໍ່ສູ້​ຕ້ານຜູ້​ຮຸກ​ຮານຣັດ​ເຊຍ.

ປະທານາທິບໍດີ ຟິນແລນ ທ່ານ ອາເລັກຊານເດີ ສຕູບ (Alexander Stubb) ກ່າວ​ວ່າ ປະເທດ​ຂອງ​ທ່ານ​ຍັງ​ຈະ​ສົ່ງ​ເງິນ​ຊ່ວຍ​ເຫລືອ​ດ້ານ​ການ​ທະຫານ​ຕື່ມ​ອີກ 203 ລ້ານ​ໂດ​ລາ​ສະຫະລັດ ​ໃຫ້​ແກ່​ຢູ​ເຄຣນ ຮວມທັງ​ລະບົບ​ປ້ອງ​ກັນ​ໄພທາງອາກາດ ​ແລະ​ລູກ​ປືນໃຫຍ່. ຈຳນວນການຊ່ວຍເຫຼືອທັງໝົດ​ດັ່ງກ່າວ​ເຮັດໃຫ້ການປະກອບສ່ວນທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ໂດຍລວມຂອງ​ຟິນ​ແລນ​ ມີມູນຄ່າເກືອບ 2.2 ຕື້​ໂດ​ລາ​ສະຫະລັດ​ໃນ​ຊ່ວງ​ສົງຄາມ.

ທ່ານ ສຕູບ (Stubb) ກ່າວໃນກອງປະຊຸມຖະແຫຼງຂ່າວຮ່ວມກັບປະທານາທິບໍດີຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ວ່າ "ພວກເຮົາບໍ່ໄດ້ໃຫ້ການສະຫນັບສະຫນຸນທາງທະຫານນີ້ ພຽງແຕ່ຢູເຄຣນ ເພື່ອປ້ອງກັນຕົນເອງເທົ່ານັ້ນ, ພວກເຮົາໃຫ້ການສະຫນັບສະຫນູນທາງທະຫານນີ້ ເພື່ອໃຫ້ຢູເຄຣນຊະນະສົງຄາມຄັ້ງນີ້".

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG