ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໑ ເມສາ ໒໐໒໕

ເຈົ້າໜ້າທີ່ຢູເຄຣນກ່າວວ່າ ການໂຈມຕີດ້ວຍໂດຣນໃສ່ນະຄອນຫຼວງກີຢິບ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ


ຮູບພາບທີ່ຖືກຖ່າຍ ແລະເຜີຍແຜ່ໂດຍໜ່ວຍງານສຸກເສີນຂອງຢູເຄຣນໃນວັນທີ 26 ກຸມພາ 2025 ພະນັກງານຊ່ວຍເຫຼືອ ກໍາລັງຄວບຄຸມໄຟໄໝ້ໃນອາຄານ ລຸນຫຼັງການໂຈມຕີຂອງ ຣັດເຊຍ ໃສ່ພາກພື້ນ ຄຣຽກກີບຊີນາ (Kriukivshchyna), ແລະ ກີຢິບ.
ຮູບພາບທີ່ຖືກຖ່າຍ ແລະເຜີຍແຜ່ໂດຍໜ່ວຍງານສຸກເສີນຂອງຢູເຄຣນໃນວັນທີ 26 ກຸມພາ 2025 ພະນັກງານຊ່ວຍເຫຼືອ ກໍາລັງຄວບຄຸມໄຟໄໝ້ໃນອາຄານ ລຸນຫຼັງການໂຈມຕີຂອງ ຣັດເຊຍ ໃສ່ພາກພື້ນ ຄຣຽກກີບຊີນາ (Kriukivshchyna), ແລະ ກີຢິບ.

ບັນດາ​ເຈົ້າ​ໜ້າ​ທີ່​ຢູ​ເຄຣນກ່າວ​ໃນ​ວັນ​ພຸດມື້​ນີ້​ວ່າ ການ​ໂຈມ​ຕີ​ດ້ວຍໂດຣນຂອງ ຣັດ​ເຊຍ ​ໃສ່ຂົງເຂດ ກີຢິບ ເຮັດໃຫ້ມີຜູ້ເສຍຊີວິດຢ່າງ​ໜ້ອຍ​ນຶ່ງ​ຄົນ ​ແລະ​ອີກ​ສອງ​ຄົນໄດ້ຮັບບາດເຈັບ​.

ຜູ້ປົກຄອງນະຄອນຫຼວງກີຢິບ ທ່ານ ມີໂຄລາ ຄາລາສນິກ (Mykola Kalashnyk) ກ່າວຜ່ານທາງ Telegram ວ່າ ການໂຈມຕີຍັງໄດ້ທຳລາຍເຮືອນ 5 ຫຼັງ ແລະ ຕຶກອາຄານທີ່ຢູ່ອາໄສຫຼາຍຊັ້ນ 4 ຫຼັງ.

ເສດຊິ້ນສ່ວນຈາກໂດຣນທີ່ຖືກທໍາລາຍຕົກລົງມານັ້ນ ສົ່ງຜົນເຮັດໃຫ້ອາຄານອາພາດທ໌ເມັນ, ອາຄານມະຫາວິທະຍາໄລ, ແລະໂຮງລະຄອນຢູ່ໃນພູມິພາກພາກ ຄາກີບ ຕັ້ງຢູ່ໃນພາກຕາເວັນອອກຂອງຢູເຄຣນ ໄດ້ຮັບຄວາມເສຍຫາຍ, ອີງຕາມການກ່າວໃນວັນພຸດມື້ນີ້ ຂອງຜູ້ປົກຄອງພາກພື້ນ.

ກອງທັບ​ຢູ​ເຄຣນກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ຕົນ​ໄດ້​ຍິງ​ໂດຣນ 110 ລຳ​ໃນ​ຈຳນວນ 177 ລຳ ທີ່​ກອງກຳລັງ​ຂອງ ຣັດ​ເຊຍ ​ໃຊ້ໂຈມ​ຕີ​ໃນ​ຕອນຂ້າມຄືນ​ຫຼ້າສຸດຂອງ​ພວກ​ເຂົາ​ເຈົ້າ.

ກະຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ກ່າວ​ໃນ​ວັນ​ພຸດມື້​ນີ້​ວ່າ ​ກອງກໍາລັງປ້ອງກັນທາງອາກາດຂອງຕົນ ໄດ້ທໍາລາຍໂດຣນ​ຂອງ​ຢູ​ເຄຣນ 130 ລຳ, ​ເຊິ່ງ​ຫຼາຍກວ່າ​ເຄິ່ງນຶ່ງ​ໄດ້​ຖືກ​ຍິງ​ຕົກ​ຢູ່ຂົງ​ເຂດ ຄຣາສໂນດາຣ໌ (Krasnodar) ທີ່​ຕັ້ງ​ຢູ່​ແຄມ​ທະ​ເລ​ດຳ.

ຜູ້ປົກຄອງພູມິພາກ ຄຣາສໂນດາ, ທ່ານ ວິເນຍມິນ ຄອນດຣາຢຽບ ກ່າວຜ່ານທາງ Telegram ວ່າ ການໂຈມຕີໄດ້ທຳລາຍເຮືອນຫຼາຍຫຼັງໃນສາມຂົງເຂດ ແຕ່ບໍ່ຜູ້ໃດ ໄດ້ຮັບບາດເຈັບ.

ກະຊວງປ້ອງກັນປະເທດກ່າວວ່າ ກອງ​ປ້ອງ​ກັນ​ທາງອາກາດຂອງຣັດ​ເຊຍ​ ​ຍັງ​ໄດ້ຍິງໂດຣນຫຼາຍລໍາຕົກ​ເໜືອແຫຼມ ໄຄຣເມຍ, ​ບໍລິເວນ​ທະ​ເລ ອາຊອບວ໌ (Azov) , ທະ​ເລ​ດຳ ​ຂົງ​ເຂດ ບຣີອານສຄ໌ (Bryansk) ​ແລະຂົງເຂດ ເຄີສຄ໌ ຂອງ ຣັດ​ເຊຍ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

Ukrainian officials said Wednesday a Russian drone attack killed at least one person and injured two others in the Kyiv region.

Kyiv Governor Mykola Kalashnyk said on Telegram that the attack also damaged five houses and four multi-story residential buildings.

Fragments from destroyed drones damaged apartment buildings, a university building, and a theater in the Kharkiv region in eastern Ukraine, the regional governor said Wednesday.

Ukraine’s military said Wednesday it shot down 110 of the 177 drones that Russian forces used in their latest overnight attacks.

Russia’s Defense Ministry said Wednesday its air defenses destroyed 130 Ukrainian drones, more than half of which were shot down over the Krasnodar region located along the Black Sea.

Krasnodar Governor Veniamin Kondratyev said on Telegram that the attacks damaged homes in three districts but did not hurt anyone.

Russian air defenses also shot down drones over Russia-occupied Crimea, the Sea of Azov, the Black Sea and Russia’s Bryansk and Kursk regions, the Defense Ministry said.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG