ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ທັບ ຢູ​ເຄ​ຣນ ກ່າວ​ວ່າ ​ເຂົາ​ເຈົ້າ​ຍິງ​ໂດ​ຣນຂອງ ຣັດ​ເຊຍ ຕົກ 14 ລຳ


ພາບ​ທີ່ບໍ່​ໄດ້​ລະ​ບຸ​ວັນ​ທີນີ້​ທີ່​ຖືກ​ເຜີຍ​ແຜ່​ໂດຍ​ກົມ​ສື່​ສານ​ແຜນ​ຍຸດ​ທະ​ສາດ​ຂອງກອ​ງ​ທັບ ຢູ​ເຄ​ຣນ ສະ​ແດງ​ໃຫ້​ເຫັນ ຊາກ​ຂອງ​ສິ່ງ​ທີ່ ກີ​ຢິບ ອະ​ດີ​ບາຍ​ວ່າ​ເປັນ​ໂດ​ຣນ ຊາ​ເຮດ ທີ່​ຖືກ​ຍິງ​ຕົກ​ໃກ້​ກັບ​ເມືອງ ຄູ​ປຽນ​ສ໌, ຢູ​ເຄ​ຣນ.
ພາບ​ທີ່ບໍ່​ໄດ້​ລະ​ບຸ​ວັນ​ທີນີ້​ທີ່​ຖືກ​ເຜີຍ​ແຜ່​ໂດຍ​ກົມ​ສື່​ສານ​ແຜນ​ຍຸດ​ທະ​ສາດ​ຂອງກອ​ງ​ທັບ ຢູ​ເຄ​ຣນ ສະ​ແດງ​ໃຫ້​ເຫັນ ຊາກ​ຂອງ​ສິ່ງ​ທີ່ ກີ​ຢິບ ອະ​ດີ​ບາຍ​ວ່າ​ເປັນ​ໂດ​ຣນ ຊາ​ເຮດ ທີ່​ຖືກ​ຍິງ​ຕົກ​ໃກ້​ກັບ​ເມືອງ ຄູ​ປຽນ​ສ໌, ຢູ​ເຄ​ຣນ.

ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ຣັດ​ເຊຍ ໄດ້​ສົ່ງ​ໂດ​ຣນ 14 ລຳ ແລະ ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ລູກ​ນຶ່ງ ໃນ​ການ​ໂຈມ​ຕີ​ຄັ້ງຫຼ້າ​ສຸດ​ຂອງ​ພວກ​ເຂົາ.

ກອງ​ທັບ​ອາ​ກາດ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ລະ​ບົບ​ປ້ອງ​ກັນ​ໄພ​ທາງອາ​ກາດ​ຂອງ​ເຂົາ​ເຈົ້າ​ໄດ້​ຍິງ​ໂດ​ຣ​ນ​ຕົກ​ທຸກ​ລຳ, ເຊິ່ງ​ຖືກ​ສົ່ງ​ໄປຫຼາຍ​ບ່ອນ​ໃນ​ພາກ​ກາງ, ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ ພາກ​ຕາ​ເວັນ​ຕົກ​ຂອງ ຢູ​ເຄ​ຣນ.

ບໍ່​ມີ​ລາ​ຍງານ​ໃນ​ທັນ​ທີ ກ່ຽວ​ກັບ ຄວາມ​ເສຍ​ຫາຍ​ທີ່​ສຳ​ຄັນ ຫຼື ບາດ​ເຈັບ ແລະ ເສຍ​ຊີ​ວິດ.

ກອງ​ທັບ ຢູ​ເຄ​ຣນ ຍັງ​ໄດ້​ກ່າວ​ວ່າ​ລູກ​ສອນ​ໄຟ X-22 ຂອງ ຣັດ​ເຊຍ ໄດ້​ຕົກ​ລົງ​ໃສ່​ທົ່ງ​ຫຍ້າ ​ໃນ​ພາກ​ພື້ນ ຊາ​ໂປ​ຣິ​ສ​ເຊຍ ໂດຍບໍ່​ໄດ້​ໄປ​ເຖິງ​ເປົ້າ​ໝາຍ.

ຢູ​ເຄ​ຣນ ໄດ້​ລະ​ບຸ​ໂດ​ຣນ​ຂອງ ຣັດ​ເຊຍ ວ່າ​ເປັນ​ໂດ​ຣນ ຊາ​ເຮດ (Shahed) ທີ່​ຖືກ​ຜະ​ລິດ​ໂດຍ ອີ​ຣ່ານ, ແລະ ການ​ໂຈມ​ຕີ​ຄັ້ງຫຼ້າ​ສຸດ​ໄດ້​ເກີດ​ຂຶ້ນ​ລຸນຫຼັງ​ການ​ເຕືອນ​ໂດຍ ສະ​ຫະ​ລັດ ວ່າ ອີ​ຣ່ານ ອາດ​ສະ​ໜອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໃຫ້ ຣັດ​ເຊຍ ເພື່ອ​ໃຊ້​ໃນ​ສົງ​ຄາມ​ຂອງ​ພວກ​ເຂົາ​ກັບ ຢູ​ເຄ​ຣນ.

ໂຄ​ສົກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ ຈອນ ເຄີ​ບີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ວ່າ “ໃນ​ການ​ຕອບ​ແທນ​ສຳ​ລັບ​ການ​ສະ​ໜັບ​ສະ​ໜູນ​ນັ້ນ, ຣັດ​ເຊຍ ໄດ້​ສະ​ເໜີ​ການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ​ແບບບໍ່​ເຄີຍ​ມີ​ມາ​ກ່ອນ, ລວມ​ທັງ ກ່ຽວ​ກັບ ລູກ​ສອນ​ໄຟ, ເຄື່ອງ​ອີ​ເລັກ​ໂທ​ຣ​ນິກ ແລະ ລະ​ບົບ​ປ້ອງ​ກັນ​ອາ​ກາດ.”

ທ່ານ ເຄີ​ບີ ໄດ້​ກ່າວ​ວ່າ​ນອກ​ຈາກ​ໂດ​ຣນ​ແລ້ວ, ອີ​ຣ່ານ ແມ່ນ​ໄດ້​ສະ​ໜອງ​ລະ​ເບີດ​ນຳ​ວິ​ຖີ​ທາງ​ອາ​ກາດ ແລະ ລູກ​ປືນ​ໃຫຍ່ເພື່ອ​ໃຊ້​ໃນ ຢູ​ເຄ​ຣນ.

XS
SM
MD
LG