ດິນແດນນິຍົມຣັດເຊຍ ໄດ້ຍິງເຮືອບິນຂົນສົ່ງທະຫານລຳນຶ່ງຕົກ ຊຶ່ງ
ເຮັດໃຫ້ເຈົ້າໜ້າທີ່ທະຫານ 49 ຄົນ ໃນເຮືອບິນລຳນັ້ນ ເສຍຊີວິດ.
ສຳນັກງານອະທິໄອຍະການກ່າວວ່າ ທະຫານ 40 ຄົນແລະພະນັກ
ງານປະຈຳເຮືອບິນ 9 ຄົນເສຍຊີວິດໃນຕອນເຊົ້າວັນເສົາມື້ນີ້ເວລາ
ພວກກະບົດ ໄດ້ຍິງເຮືອບິນ Ilyushin-76 ຂອງກອງທັບອາກາດຢູ
ເຄຣນຕົກ.
ກະຊວງປ້ອງກັນປະເທດຢູເຄຣນ ກ່າວວ່າ ເຮືອບິນລຳນີ້ ທີ່ບັນທຸກ ທະຫານແລະອຸບປະກອນຕ່າງໆຊຶ່ງພວມຈະລົງຈອດທີ່ສະໜາມບິນເມືອງ Lugansk ນັ້ນໄດ້ ຖືກຍິງໂດຍປືນກົນຂະໜາດໜັກຂອງພວກກະບົດ.
ສຳນັກງານໄອຍະການກ່າວວ່າ ເຈົ້າໜ້າທີ່ພວມເລີ້ມການສືບສວນທາງອາຍາ ພາຍໃຕ້ກົດ ໝາຍຕໍ່ຕ້ານການກໍ່ການຮ້າຍ.
ໃນວັນສຸກວານນີ້ ກະຊວງການຕ່າງປະເທດສະຫະລັດ ໃຫ້ການຢືນຢັນວ່າ ຣັດເຊຍໄດ້ສົ່ງ ລົດຖັງ ແລະອາວຸດໜັກອື່ນໆ ໄປໃຫ້ພວກແບ່ງແຍກດິນແດນ ໃນພາກຕາເວັນອອກຢູເຄຣນ.
ທ່ານນາງ Marie Harf ໂຄສົກກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ລົດຖັງ T-64
3 ຄັນ ເຄື່ອງຍິງຈະຣວດຫຼາຍໆອັນພ້ອມດ້ວຍລົດທະຫານອີກຈຳນວນນຶ່ງໄດ້ຂ້າມຊາຍແດນ ເຂົ້າໄປໃກ້ໆເມືອງ Snizhne ຂອງຢູເຄຣນໃນ ໄລຍະ 3 ມື້ຜ່ານມານີ້. ທ່ານນາງເອີ້ນການ ເຄື່ອນໄຫວນີ້ວ່າເປັນທີ່ຮັບເອົາບໍ່ໄດ້.
ກ່ອນໜ້ານັ້ນໃນມື້ດຽວກັນ ເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານ Fogh Rasmussen ກ່າວວ່າ ຖ້າລາຍງານທີ່ວ່າ ກຸ່ມປະກອບອາວຸດນິຍົມຣັດເຊຍ ໄດ້ຮັບອາວຸດໜັກ ຈາກຣັດເຊຍ ຫາກໄດ້ຮັບການຢືນຢັນແລ້ວມັນຈະເປັນຂີດໝາຍ ຂອງການເພີ້ມທະວີຄວາມເຄັ່ງຕຶງ ຢ່າງ ຮ້າຍແຮງໃນວິກິດການ ຢູ່ໃນພາກຕາເວັນອອກ ຂອງຢູເຄຣນ.
ຣັດເຊຍ ຊຶ່ງໄດ້ປະກາດຮວມເອົາເຂດໄຄຣເມຍຂອງຢູເຄຣນ ເຂົ້າເປັນດິນແດນສ່ວນນຶ່ງ ຂອງ ຕົນໃນເດືອນມີນາຜ່ານມານັ້ນ ໄດ້ກ່າວຊ້ຳແລ້ວຊ້ຳອີກວ່າ ຕົນຈະບໍ່ລ່ວງລ້ຳ ເຂົ້າໄປໃນດິນ ແດນຂອງຢູເຄຣນຕື່ມອີກ.