ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ທະຫານຢູເຄຣນ ຖືກກ່າວຫາວ່າໂຈມຕີທໍ່ສົ່ງອາຍແກັສ Nord Stream

ແຟ້ມພາບ - ຟອງແກັສຈາກການຮົ່ວໄຫຼຂອງ Nord Stream 2 ກຳລັງຂຶ້ນຮອດດ້ານເທິງທະເລບາລຕິກ ໃນເຂດດັ່ງກ່າວ ທີ່ສະແດງໃຫ້ເຫັນເຖິງການລົບກວນທີ່ມີເສັ້ນຜ່າສູນກາງຫຼາຍກວ່າ ນຶງກິໂລແມັດ ໃກ້ເກາະບອນໂຮມ ຂອງເດັນມາກ, ວັນທີ 27 ກັນຍາ 2022. ຄຳສັ່ງ/ເອກະສານແຈກດ້ານປ້ອງກັນປະເທດ ຂອງເດັນມາກ ຜ່ານ ອົງການຂ່າວຣອຍເຕີສ໌.

ເຈົ້າ​ໜ້າ​ທີ່​ທະ​ຫານ​ຢູ​ເຄ​ຣນ​ຄົນ​ນຶ່ງ​ຖືກ​ກ່າວ​ຫາ​ວ່າ ໄດ້​ປະ​ສານ​ງານການ​ໂຈມ​ຕີ​ທໍ່​ສົ່ງ​ອາຍ​ແກັ​ສ​ທຳ​ມະ​ຊາດ Nord Stream ໃນ​ປີ​ກາຍ​ນີ້, ຕາມລາຍງານຂອງ​ໜັງ​ສື​ພິມ Washington Post ໂດຍ​ອ້າງ​ເຖິງ​ແຫຼ່ງ​ຂ່າວ ​ທີ່​ບໍ່​ເປີດ​ເຜີຍໂຕ ຢູ່​ໃນ​ຢູເຄຣນ ແລະ ຢູ​ໂຣບ.

ບໍ່ມີໃຜໄດ້ຮັບຜິດຊອບຕໍ່ການລະເບີດໃນເດືອນກັນຍາ ປີ 2022, ຢູ່ນອກເກາະບອນໂຮມ (Bornholm) ຂອງເດັນມາກ, ທີ່ເຮັດໃຫ້ທໍ່ສົ່ງອາຍແກັສທໍາມະຊາດນອກຊາຍຝັ່ງທະເລ ສາມໃນສີ່ແຫ່ງ ທີ່ຢູ່ໃຕ້ທະເລບາລຕິກ (Baltic) ແລະສົ່ງອາຍແກັສຣັດເຊຍໄປຢູໂຣບ ເສຍຫາຍ.

ສະຫະລັດ ແລະ ອົງການສົນທິສັນຍາມະຫາສະໝຸດແອັດແລນຕິກເໜືອ ຫຼື NATO ໄດ້ເອີ້ນການກະທຳດັ່ງກ່າວວ່າ ເປັນການກໍວິນາດສະກຳ ໃນຂະນະທີ່ມົສກູ ກ່າວວ່າ ມັນເປັນການກໍ່ການຮ້າຍລະຫວ່າງປະເທດ.

​ເຢຍຣະ​ມັນ, ​ເດັນ​ມາກ ​ແລະ​ສະ​ວີ​ເດັນ ​ໄດ້ດຳເນີນ​ການ​ສືບສວນ ​ກ່ຽວ​ກັບ​ເຫດ​ລະ​ເບີດ Nord Stream ​ເຊິ່ງໄດ້ສົ່ງແກັ​ສ​ມີ​ເທນ​ຂຶ້ນ​ສູ່ບັນຍາກາດ ​ໃນ​ການ​ຮົ່ວ​ໄຫຼ​ທີ່​ແກ່ຍາວ​ເປັນ​ເວລາ​ຫຼາຍ​ມື້.

ທ່ານ ໂຣມັນ ເຊີວິນສກີ (Roman Chervinsky), ພັນ​ເອກ ທີ່ໄດ້ຮັບການຍົກຍ້ອງ ອາຍຸ 48 ປີ ທີ່ຮັບໃຊ້ຢູ່ໃນກອງກໍາລັງປະຕິບັດງານພິເສດຂອງຢູເຄຣນ, ເປັນ "ຜູ້ປະສານງານ" ໃນການປະຕິບັດການ Nord Stream, ອີງຕາມການລາຍງານຂອງບຸກຄົນທີ່ຄຸ້ນເຄີຍກັບບົດບາດຂອງລາວ, ໜັງສືພິມ Washington Post ລາຍງານໃນວັນເສົາທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG