ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳຢູເຄຣນສະແດງຄວາມໝັ້ນໃຈ ອອກມາ ຫລັງຈາກຣັດເຊຍ ບຸກລຸກປະເທດເຂົາເຈົ້າ ມາ​ໄດ້ 1 ອາທິດແລ້ວ


ແມ່​ຍິງ​ຜູ້​ນຶ່ງ​ຮູ້​ສຶກ​ໂສກ​ເສົ້າ​ຫລາຍ​ຂະ​ນະ​ທີ່​ໄປ​ຢູ່​ຫລັງບ້ານ​ເມື່ອ ເຮືອນ​ຖືກລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ​ທຳ​ລາຍຢູ່​ໃນ​ເມືອງ Gorenka, ຊຶ່ງ​ເປັນເຂດ​ຊານ​ເມືອງຂອງ​ນະ​ຄອນ​ຫລວງ​ກີ​ຢິບ ໃນ​ຢູ​ເຄ​ຣນ, ວັນ​ທີ 2 ມີ​ນາ, 2022.
ແມ່​ຍິງ​ຜູ້​ນຶ່ງ​ຮູ້​ສຶກ​ໂສກ​ເສົ້າ​ຫລາຍ​ຂະ​ນະ​ທີ່​ໄປ​ຢູ່​ຫລັງບ້ານ​ເມື່ອ ເຮືອນ​ຖືກລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ​ທຳ​ລາຍຢູ່​ໃນ​ເມືອງ Gorenka, ຊຶ່ງ​ເປັນເຂດ​ຊານ​ເມືອງຂອງ​ນະ​ຄອນ​ຫລວງ​ກີ​ຢິບ ໃນ​ຢູ​ເຄ​ຣນ, ວັນ​ທີ 2 ມີ​ນາ, 2022.

ຢູ​ເຄ​ຣນໄດ້ຂີດ​ໝາຍວ່າ​ມັນເປັນ​ເວ​ລາ​ນຶ່ງ​ອາ​ທິດແລ້ວ ​ນັບ​ຕັ້ງ​ແຕ່​ຣັດ​ເຊຍ​ບຸກ​ລຸກເຂົ້າໄປ​ປະ​ເທດດັ່ງ​ກ່າວ​ໃນ​ວັນ​ພະ​ຫັດ​ແລ້ວນີ້ ຂະ​ນະ​ທີ່​ກອງ​ກຳ​ລັງ​ທະ​ຫານຣັດ​ເຊຍ​ໄດ້​ບຸກ​ໂຈມ​ຕີຕົວ​ເມືອງ​ໃຫຍ່ຕ່າງໆ ແລະ​ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ທີ່​ໄດ້​ໜີ​ອອກ​ຈາກ​ຢູ​ເຄ​ຣນເພີ້ມ​ຂຶ້ນ​ກາຍ​ 1 ລ້ານ​ຄົນແລ້ວ.

ຜູ້​ຄົນ​ທີ່​ຫລົບ​ໜີ​ຈາກ​ຢູ​ເຄ​ຣນ​ຍື່ນ​ປັ​ສ​ປອດໃຫ້​ເຈົ້າ​ໜ້າ​ທີ່​ເບິ່ງ​ ເມື່ອ​ເຂົາ​ເຈົ້າ​ໄປ​ລົງ​ທະ​ບຽນ​ຊື້​ປີ້​ລົດ​ເມເພື່ອ​ເດີນ​ທາງໄປ​ຫາ​ເຢຍ​ຣະ​ມັນ​ ຢູ່​ສະ​ຖາ​ນີ​ລົດ​ໄຟ Przemysl, ໃນ​ໂປ​ແລນ, ວັນ​ທີ 3 ມີ​ນາ, 2022.
ຜູ້​ຄົນ​ທີ່​ຫລົບ​ໜີ​ຈາກ​ຢູ​ເຄ​ຣນ​ຍື່ນ​ປັ​ສ​ປອດໃຫ້​ເຈົ້າ​ໜ້າ​ທີ່​ເບິ່ງ​ ເມື່ອ​ເຂົາ​ເຈົ້າ​ໄປ​ລົງ​ທະ​ບຽນ​ຊື້​ປີ້​ລົດ​ເມເພື່ອ​ເດີນ​ທາງໄປ​ຫາ​ເຢຍ​ຣະ​ມັນ​ ຢູ່​ສະ​ຖາ​ນີ​ລົດ​ໄຟ Przemysl, ໃນ​ໂປ​ແລນ, ວັນ​ທີ 3 ມີ​ນາ, 2022.

ເຖິງວ່າຈະມີການໂຈມຕີຂອງຣັດເຊຍ ຕໍ່ເມືອງຄາ​ກີບ, ເຊີ​ນີ​ຮິຟ (Chernihiv) ແລະມາ​ຣີ​ວ​ໂພ​ລ (Mariupol) ກໍ​ຕາມ ກະຊວງປ້ອງກັນປະເທດຂອງອັງກິດກ່າວໃນວັນພະຫັດມື້ນີ້ວ່າ ແຕ່​ວ່າ ຕົວ​ເມືອງ​ທັງຫມົດນັ້ນຍັງຄົງຢູ່ໃນກຳມືຂອງຢູ​ເຄ​ຣນ​ຢູ່. ສະຖານະ​ການ​ຂອງ​ເມືອງເຄີ​ຊັນ (Kherson) ແມ່ນ​ຍັງບໍ່​ເປັນ​ທີ່​ຈະ​ແຈ້ງເທື່ອ, ​ໂດຍ​ມີ​ທະຫານຣັດ​ເຊຍ​ເຂົ້າ ​ໄປຢູ່​ໃນ​ເມືອງ​ດັ່ງກ່າວ ທ່າມກາງ​ການ​ກ່າວ​ອ້າງ​ ທີ່​ມີ​ການ​ຖົກ​ຖຽງ​ກັນຢູ່​ວ່າ ​ໃຜ​ເປັນ​ຜູ້​ຄວບ​ຄຸມ.

ປະທານາທິບໍດີ​ຢູ​ເຄຣນ, ທ່ານໂວ​ໂລ​ດິ​ເມຍ ເຊ​ເລນ​ສ​ກີ ກ່າວ​ໃນ​ຄຳ​ປາ​ໄສຜ່ານ​ທາງ​ວີ​ດີ​ໂອ​ໃນ​ຕອນ​ເຊົ້າ​ວັນ​ພະຫັດ​ວານ​ນີ້​ວ່າ “ພວກ​ເຮົາປະ​ຊາ​ຊົນ​ເປັນ​ຄົນ​ທີ່​ໄດ້​ທຳລາຍ​ແຜນການ​ຂອງ​ສັດຕູ​ໄດ້ພາຍໃນ​ນຶ່ງ​ອາທິດ. “ພວກເຂົາຈະບໍ່ມີຄວາມສະ ຫງົບໄດ້ຢູ່ທີ່ນີ້. ພວກເຂົາຈະບໍ່ມີອາຫານ. ເຂົາເຈົ້າຈະຢູ່ທີ່ນີ້ໂດຍ​ທີ່ບໍ່ມີ​ຕອນ​ໃດ​ທີ່​ຈະ​ໄດ້​ຢູ່​ຢ່າງງຽບສະ​ຫງົບ​ເລີຍ.”

ລັດຖະມົນຕີປ້ອງກັນປະເທດຂອງຢູເຄຣນ, ທ່ານ​ໂອ​ເລັກ​ຊີ ເຣ​ສນີຄອ​ຟ (Oleksii Reznikov) ໄດ້ກ່າວເຖິງຄວາມຄາດຫວັງໄວ້ກ່ອນການບຸກ​ລຸກ ວ່າ ຣັດເຊຍຈະຢຶດເອົາຊະນະຢູເຄຣນໂດຍໄວ, ໂດຍໄດ້ຂຽນລົງໃນເຟສບຸກວ່າ "ບໍ່ ມີໃຜດອກ, ທັງຢູ່ໃນຣັດ​ເຊຍ ແລະໃນປະ​ເທດຕາເວັນຕົກ ທີ່ເຊື່ອວ່າ ພວກເຮົາ ຈະຢູ່​ລອດ​ໄດ້ຮອດນຶ່ງອາທິດ." ທ່ານກ່າວຕື່ມວ່າເຖິງ​ຈະທີ່ມີສິ່ງທ້າທາຍຢູ່ຂ້າງ ຫນ້າກໍ​ຕາມ ຢູເຄຣນມີ "ເຫດຜົນທຸກ​ຢ່າງ ທີ່ຈະມີຄວາມຫມັ້ນໃຈໄດ້."

ວັນພະຫັດມື້ນີ້ຍັງໄດ້ນໍາເອົາຄວາມຄາດຫວັງຂອງການເຈລະຈາສັນຕິພາບຮອບ ທີສອງລະຫວ່າງສອງຝ່າຍ, ເຖິງແມ່ນວ່າຈະມີສັນຍານບົ່ງ​ບອກ ​ພຽງເລັກນ້ອຍ ວ່າ ​ອາດຈະ​ຕົກ​ລົງ​ກັນ​ໄດ້ກໍ​ຕາມ. ການ​ພົບ​ປະ​ຄັ້ງ​ທຳ​ອິດ​ໃນ​ວັນ​ຈັນ​ຜ່ານ​ມາ ​ໄດ້​ບັນ​ລຸ​ພຽງ​ແຕ່​ແຜນການ​ທີ່​ຈະ​ເຈລະຈາ​ກັນ​ຕື່ມ​ອີກ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ, ທ່ານແອນ​ໂທ​ນີ ບ​ລິງ​ເຄັນກ່າວ​ວ່າ ສະ​ຫະ​ລັດຍັງ​ເປີດຊ່ອງ​ທາງ​ໃນ​ການ​ຊອກ​ຫາ​ວິ​ທີ​ແກ້​ໄຂ​ຜ່ານ​ທາງ​ການ​ທູດ​ຕໍ່​ສະ​ພາບ​ການດັ່ງ​ກ່າວ​ຢູ່, ແຕ່​ວ່າຣັດ​ເຊຍຕ້ອງ​ຜ່ອນ​ຄາຍ​ຄວາມ​ເຄັ່ງ​ຕຶງ​ກ່ອນ.

ທ່ານ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ “ມັນ​ເປັນ​ການ​ຍາກ​ຂຶ້ນ​ທີ່​ຈະ​ເຮັດ​ໃຫ້​ວິ​ທີທາງ​ການ​ທູດ​ປະສົບ​ຜົນ​ສຳ​ເລັດ​ໄດ້​ ໃນ​ເວ​ລາ​ທີ່​ມີ​ການ​ຍິງ​ປືນ ​ແລະ​ລົດ​ຖັງຍັງແລ່ນ​ໄປ​ຢູ່.”

​ທ່ານບ​ລິງ​ເຄັນ ກໍາລັງເດີນທາງໄປຢູ​ໂຣບໃນວັນພະຫັດມື້ນີ້ ເພື່ອ​ເຂົ້າ​ຮ່ວມກອງ ປະຊຸມຫຼາຍອັນ ກັບອົງການເນ​ໂຕ້ແລະພັນທະມິດອື່ນໆກ່ຽວກັບການ ຕອບໂຕ້ ຂອງພວກເຂົາເຈົ້າຕໍ່ການຮຸກຮານຂອງຣັດ​ເຊຍ. ບັນດາລັດຖະມົນຕີ ການຕ່າງ ປະເທດຂອງສະ​ມາ​ຊິກເນໂຕ້ ກໍາລັງຈັດກອງປະຊຸມວິສາມັນໃນວັນສຸກມື້​ອື່ນ​ໃນ​ນະ​ຄອນ​ຫລວງບ​ຣັ​ສ​ເຊີ​ລ​ສ໌ ແລະໃນວັນເສົາທ່ານບ​ລິງ​ເຄັນ ກໍ​ຈະເດີນທາງໄປ ຍັງໂປແລນເພື່ອປຶກສາຫາລືກ່ຽວກັບຄວາມປອດແລະການຊ່ວຍເຫຼືອດ້ານມະນຸດ ສະທໍາຕື່ມອີກ ເພື່ອຊ່ວຍຊາວອົບພະຍົບທີ່ຫຼົບໜີອອກຈາກຢູເຄຣນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

One Week Into Russia’s Invasion, War Rages in Ukraine
please wait

No media source currently available

0:00 0:02:31 0:00
XS
SM
MD
LG