ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ມີນາ ໒໐໒໔

ຜູ້​ນຳ ຢູ​ເຄ​ຣນ ເຕືອນ ກ່ຽວ​ກັບ ການ​ດຳ​ເນີນ​ການ​ຂອງ ຣັດ​ເຊຍ ກ່ອນ​ການ​ສະຫຼອງ​ຄົບ​ຮອບ​ວັນ​ເອ​ກະ​ລາດ


ທະ​ຫານ ຢູ​ເຄ​ຣນ ເຕົ້າ​ໂຮມ​ກັນ​ຢູ່​ບ້ານ​ແຫ່ງ​ນຶ່ງ ທີ່​ເຂົາ​ເຈົ້າ​ໄດ້​ອາ​ໄສ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້​ໃນ​ພາກ​ພື້ນ ໂດ​ເນັດ​ສ໌, ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ, 21 ສິງ​ຫາ, 2022.
ທະ​ຫານ ຢູ​ເຄ​ຣນ ເຕົ້າ​ໂຮມ​ກັນ​ຢູ່​ບ້ານ​ແຫ່ງ​ນຶ່ງ ທີ່​ເຂົາ​ເຈົ້າ​ໄດ້​ອາ​ໄສ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້​ໃນ​ພາກ​ພື້ນ ໂດ​ເນັດ​ສ໌, ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ, 21 ສິງ​ຫາ, 2022.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ເຕືອນ ກ່ຽວ​ກັບ ການ​ດຳ​ເນີນ​ການ​ທີ່​ອາ​ດ​ເປັນ​ໄປ​ໄດ້​ຂອງ ຣັດ​ເຊຍ ໃນ​ຂະ​ນະ​ທີ່ ຢູ​ເຄ​ຣນ ກະ​ກຽມ​ທີ່​ຈ​ະ​ສະຫຼອງວັນ​ເອ​ກະລາດ​ຂອງ​ເຂົາ​ເຈົ້າ​ໃນ​ວັນ​ພຸດນີ້.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ລະ​ຫວ່າງ​ຄຳ​ປາ​ໄສ​ປະ​ຈຳ​ທຸກ​ຄືນ​ຂອງ​ທ່ານ ​ເມື່ອ​ວັນ​ອາ​ທິດ​ວານນີ້​ວ່າ ທ່ານ​ໄດ້​ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາກ​ຣົງ ກ່ຽວ​ກັບ “ໄພ​ຂົ່ມ​ຂູ່​ທຸ​ກ​ຢ່າງ” ຈາກ ຣັດ​ເຊຍ, ແລະ ວ່າ​ຂໍ້​ຄວາມ​ທີ່​ຄ້າຍ​ຄື​ກັນ​ ແມ່ນ​ໄດ້​ຖືກ​ສົ່ງ​ໄປ​ໃຫ້​ເລ​ຂາ​ທິ​ການ​ໃຫຍ່ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ແລະ ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ “ຄູ່​ຮ່ວມ​ຂອງ ຢູ​ເຄ​ຣນ ທຸກ​ປະ​ເທດ ​ໄດ້​ຖືກ​ແຈ້ງ​ໃຫ້​ຊາບ ກ່ຽວ​ກັບ ສິ່ງ​ທີ່​ປະ​ເທດ​ກໍ່​ການ​ຮ້າຍ ​ສາ​ມາດ​ກະ​ກຽມ​ສຳ​ລັບ​ອາ​ທິດນີ້.”

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ໄດ້​ເວົ້າ​ເຖິງ​ການ​ດຳ​ເນີນ​ການ​ນຶ່ງ ​ຂອງ ຣັດ​ເຊຍ ​ທີ່ອາດ​ເກີດ​ຂຶ້ນ​ກໍ​ແມ່ນ​ການ​ດຳ​ເນີນ​ຄະ​ດີ​ສຳ​ລັບ​ກຸ່ມ​ຂອງ​ທະ​ຫານ ຢູ​ເຄ​ຣນ ທີ່​ຖືກ​ຈັບ​ໄດ້ ​ໃນ​ລະຫວ່າງ​ການ​ຍຶດ​ເມືອງ ມາ​ຣີ​ອູ​ໂປ​ລ ຂອງ ຢູ​ເຄ​ຣນ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ “ຖ້າ​ການ​ສະ​ແດງ​ການ​ດຳ​ເນີນ​ຄະ​ດີ​ທີ່​ຊົ່ວ​ຮ້າຍນີ້​ດຳ​ເນີນ​ຕໍ່​ໄປ, ນີ້​ຈະ​ເປັນ​ການ​ລ້ຳ​ເສັ້ນ​ເຊິ່ງ​ການ​ເຈ​ລະ​ຈາ​ແມ່ນບໍ່​ມີ​ຄວາມ​ເປັນ​ໄປ​ໄດ້​ອີກ​ຕໍ່​ໄປ. ມັນ​ຈະ​ບໍ່​ມີ​ການ​ເຈ​ລະ​ຈາ​ຕື່ມ​ອີກ. ປະ​ເທດ​ຂອງ​ພວກ​ເຮົາໄດ້​ເວົ້າ​ທຸກ​ຢ່າງແລ້ວ.”

ວັນ​ເອ​ກະ​ລາດ​ຄົບ​ຮອບ 31 ປີ​ຂອງ​ຢູ​ເຄ​ຣນຈາກ​ການ​ປົກ​ຄອງ​ຂອງໂຊ​ຫວຽດ ໃນ​ວັນ​ພຸດນີ້​ຈະ​ສອດ​ຄ່ອງ​ກັບ 6 ເດືອນ​ນັບ​ຕັ້ງ​ແຕ່ ຣັດ​ເຊຍ ໄດ້​ເປີດ​ການ​ບຸກ​ລຸກ ຢູ​ເຄ​ຣນ.

ສົງ​ຄາມ​ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ຢູ່​ໃກ້​ຄຽງ​, ເຊິ່ງ​ກຳ​ລັງ​ດຸ​ເດືອນ ນັບ​ຕັ້ງ​ແຕ່​ການ​ບຸກ​ລຸກ​ເມື່ອ​ວັນ​ທີ 24 ກຸມ​ພາຂອງ ຣັ​ດ​ເຊຍນັ້ນ, ໄດ້​ສັງ​ຫານ​ນັກ​ລົບ ແລະ ພົນ​ລະ​ເຮືອນ ຢູ​ເຄ​ຣນ ຫຼາຍ​ພັນ​ຄົນ, ໃນ​ຂະ​ນະ​ດຽວ​ກັນ​ໄດ້​ບັງ​ຄັບ​ປະ​ຊາ​ຊົນ ຢູ​ເຄ​ຣນ ຫຼາຍ​ລ້ານ​ຄົນ​ໃຫ້ຫຼົບ​ໜີ​ອອກ​ຈາກ​ບ້ານ​ຂອງ​ເຂົາ​ເຈົ້າ​ໄປ​ຫາ​ບ່ອນທີ່​ປອດ​ໄພ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ, ໄກ​ຈາກ​ເຂດ​ແນວໜ້າ​ຂອງ​ການ​ຕໍ່​ສູ້​ໃນ​ພາ​ກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ, ຫຼື ໄປ​ຢູ່​ໃນ​ບັນ​ດາ​ປະ​ເທດ​ເພື່ອນ​ບ້ານ.

ການ​ລະ​ດົມ​ຍິງ​ດ້ວຍ​ປືນ​ໃຫຍ່​ໄດ້​ຕົກ​ຖືກ​ເມືອງ ນິ​ໂກ​ໂປ​ລ ທາງ​ພາກ​ໃຕ້​ຂອງ ຢູ​ເຄ​ຣນ​ເມື່ອ​ຕອນ​ເຊົ້າ​ຂອງວັນ​ອາ​ທິດ​ວານນີ້, ບໍ່​ໄກ​ຈາກ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG