ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ​ ຢູ​ເຄ​ຣນ ເວົ້າ​ວ່າ ​ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ເຮັດ​ໃຫ້​ໂລກ​ຖືກ​ເຜົາ​ໄໝ້, ທຳ​ລາຍ​ຊີ​ວິດ​ຂອງ​ປະ​ຊາ​ຊົນ


​ພາບ​ສະ​ແດງ​ໃຫ້​ເຫັນ ​ຕຶກ​ທີ່​ຢູ່​ອາ​ໄສ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ຍ້ອນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງກອງ​ທັບ ຣັດ​ເຊຍ, ເມືອງ ບາກ​ມຸດ, ຢູ​ເຄ​ຣນ, 18 ທັນ​ວາ 2022.
​ພາບ​ສະ​ແດງ​ໃຫ້​ເຫັນ ​ຕຶກ​ທີ່​ຢູ່​ອາ​ໄສ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ຍ້ອນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງກອງ​ທັບ ຣັດ​ເຊຍ, ເມືອງ ບາກ​ມຸດ, ຢູ​ເຄ​ຣນ, 18 ທັນ​ວາ 2022.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ຍົກ​ຍ້ອງ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ “ຜູ້​ປ້ອງ​ກັນ​ປະ​ເທດ​ທີ່​ກ້າ​ຫານ” ຫຼັງ​ຈາກ​ທ່າ​ນ​ໄດ້​ຢ້ຽມ​ຢາມ​ເມືອງ ບາກ​ມຸດ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ເຂດ​ດັ່ງ​ກ່າວ​ໄດ້​ເປັນ​ນຶ່ງ​ໃນສະ​ຖານ​ທີ່​ການ​ຕໍ່​ສູ້​ທີ່​ດຸ​ເດືອດ​ທີ່​ສຸດ​ໃນ​ສົງ​ຄາມ ຣັດ​ເຊຍ ທີ່​ໄດ້​ເລີ່ມ​ຂຶ້ນ​ 10 ເດືອນຜ່ານ​ມາ.

ໃນ​ກາ​ນ​ກ່າວ​ຄຳ​ປາ​ໄສ​ປະ​ຈຳ​ຄືນ​ຂອງ​ທ່ານ​ໃນ​ວັນ​ອັງ​ຄານ​ວານນີ້, ທ່ານ ເຊ​ເລັນ​ສ​ກີ ໄດ້​ອະ​ທິ​ບາຍ​ຜົນ​ກະ​ທົບ​ຂອງ​ຄວາມ​ຂັດ​ແຍ້ງ, ໂດຍ​ກ່າວ​ວ່າ ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ປ​ະ​ຖິ້ມ​ໄວ້ “ໂລກ​ທີ່ຖືກ​ເຜົາ​ໄໝ້, ຊີ​ວິດ​ທີ່​ຖືກ​ທຳ​ລາຍ, ຄວາມ​ເຈັບ​ປວດ, ຊາກ​ຫັກ​ພັງ ແລະ ຂຸມ​ຝັງ​ສົບ.”

ທ່ານ​ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ “ນີ້​ແມ່ນ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຂັບ​ໄລ່​ອອກ​ຈາກ ຢູ​ເຄ​ຣນ, ນຳ​ເອົາ​ຊີ​ວິດ​ກັບ​ຄືນ​ມາ​ດິນ​ແດນ​ຂອງ​ພວກ​ເຮົາ​ເທື່ອ​ລະ​ກ້າວ, ບ່ອນ​ທີ່​ພວກ​ເຂົ້າ​ມາ​ຍຶດ​ຄອງ​ໄດ້​ເຂົ້າ​ມາ.”

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຈະ​ເຮັດ​ທຸກ​ຢ່າງ​ທີ່​ເປັນ​ໄປ​ໄດ້ ແລະ ເປັນ​ໄປ​ບໍ່​ໄດ້, ຄາດ​ໄດ້ ແລະ ຄາດບໍ່​ໄດ້, ສະ​ນັ້ນ​ວິ​ລະ​ຊົນ​ຂອງ​ພວກ​ເຮົາ​ ຈຶ່ງ​ມີ​ທຸກ​ຢ່າງ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ​ເພື່ອ​ເອົາ​ຊະ​ນະ. ເພື່ອ​ໃຫ້​ໄດ້​ຜົນ​ທີ່​ປະ​ຊາ​ຊົນ ຢູ​ເຄ​ຣນ ທຸກ​ຄົນ​ຄາດ​ຫວັງ. ທຸກ​ຢ່າງ​ທີ່​ເມືອງ​ ແລະ ບ້ານ​ຂອງ​ພວກ​ເຮົາ​ໃນ​ແຖວ​ໜ້າ​ແມ່ນ​ກຳ​ລັງ​ລໍ​ຖ້າ​ຢູ່.”

ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານ​ວານນີ້, ໃນ​ວິ​ດີ​ໂອ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ຫ້ອງ​ການ​ຂອງ​ທ່ານ​ຈາກ​ການ​ຢ້ຽມ​ຢາມ​ເມືອງ ບາກ​ມຸດ ນັ້ນ, ທ່ານ ເຊ​ເລັນ​ສ​ກີ ຖືກມອບທຸງ​ຊາດ ຢູ​ເຄ​ຣນ ໃຫ້ ແລະ ອ້າງວ່າ​ຈະ​ມອບ​ມັນ​ ໃຫ້​ບັນ​ດາ​ຜູ້​ນຳ​ ສະ​ຫະ​ລັດ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ວິ​ດີ​ໂອ​ວ່າ “ທະ​ຫານ​ໄດ້​ມອບ​ທຸງ​ຊາດ​ ຢູ​ເຄ​ຣນ ທີ່​ສວຍ​ງາມ​ຂອງ​ພວກ​ເຮົາ ​ດ້ວຍ​ລາຍ​ເຊັນ​ຂອງ​ເຂົາ​ເຈົ້າ​ໃຫ້​ພວກ​ເຮົາ​ເພື່ອ​ສົ່ງ​ມັນ​ຕໍ່​ໄປ. ພວກ​ເຮົາ​ບໍ່​ໄດ້​ຢູ່​ໃນ​ສະ​ຖາ​ນະ​ການ​ທີ່​ງ່າຍ​ດາຍ. ສັດ​ຕູ​ແມ່ນ​ກຳ​ລັງ​ຂະ​ຫຍາຍກອງ​ທັບ​ຂອງ​ພວກ​ເຂົາ. ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ແມ່ນ​ກ້າ​ຫານກວ່າ ແລະ ຕ້ອງ​ການ​ອາ​ວຸດ​ທີ່​ມີ​ພະ​ລັງ​ກວ່າ. ພວກ​ເຮົາ​ຈະ​ສົ່ງ​ມັນ​ຕໍ່​ຈາກ​ຜູ້​ຊາຍ​ຂອງ​ພວກ​ເຮົາ​ໄປ​ໃຫ້​ລັດ​ຖະ​ສະ​ພາ, ປະ​ທາ​ນາ​ທິ​ບໍ​ດີ​ແຫ່ງ ສະ​ຫະ​ລັດ. ພວກ​ເຮົາ​ຮູ້​ສຶກ​ເປັນ​ໜີ້​ບຸນ​ຄຸນ​ສຳ​ລັບ​ການ​ສະ​ໜັບ​ສະ​ໜູນ​ຂອງ​ພວກ​ເພິ່ນ, ແຕ່ນີ້​ແມ່ນບໍ່ພໍ. ມັນ​ແມ່ນການ​ແຈ້ງບອກ​ຊື່ໆ, ມັນ​ບໍ່ພໍ.”

ທັງ​ທ່ານ ເຊ​ເລັນ​ສ​ກີ ແລະຄູ່​ຮ່ວ​ມ​ຕຳ​ແໜ່ງ ຣັດ​ເຊຍ, ທ່ານ ວ​ລາ​ດິ​ເມຍ ປູ​ຕິນ, ໄດ້​ຍົກ​ຍ້ອງ​ຄວາມ​ກ້າ​ຫານ​ຂອງກອງ​ກຳ​ລັງ​ພວກ​ທ່ານ​ໃນ​ວັນ​ອັງ​ຄານ​ວານນີ້.

ທ່ານ ເຊ​ເລັນ​ສ​ກີ ໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່ກອງ​ທັບ ​ໃນ​ຕຶກ​ທີ່​ມີ​ໄຟ​ໄຕ້​ອ່ອນໆ ແລະ ໄດ້​ຍົກ​ຍ້ອງ “ຄວາມ​ກ້າ​ຫານ, ຄວາມທົນ​ທານ ແລະ ແຂງ​ແກ່ນ” ຂອງກອງ​ກຳ​ລັງ ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ມີ​ສຽງ​ປືນ​ໃຫຍ່ ​ດັງ​ຢູ່​ທາງນອກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG