ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ​ສືບ​ລັບ ຢູ​ເຄ​ຣນ ເວົ້າ​ວ່າ ​ເຂົາ​ເຈົ້າ​ໄດ້​ລໍ້​ໃຫ້​ຄົນ​ຂັບ​ເຮືອ​ບິນເຮ​ລິ​ຄັອ​ບ​ເຕີ ຣັດ​ເຊຍ ລົງ​ຈອດ​ ໃນ ຢູ​ເຄ​ຣນ


ເຮືອ​ບິນ​ເຮ​ລິ​ຄັອບ​ເຕີ Mi-8 ຂອງ ຣັດ​ເຊຍ ທຳ​ການ​ທົດ​ສອບ​ໂດຍກອງ​ທັບ​ອາ​ກາດ ຣັດ​ເຊຍ ໃນ​ພາກ​ພື້ນ ຣອ​ສ​ຕອ​ຟ, ຣັດ​ເຊຍ, 19 ມັງ​ກອນ 2022.
ເຮືອ​ບິນ​ເຮ​ລິ​ຄັອບ​ເຕີ Mi-8 ຂອງ ຣັດ​ເຊຍ ທຳ​ການ​ທົດ​ສອບ​ໂດຍກອງ​ທັບ​ອາ​ກາດ ຣັດ​ເຊຍ ໃນ​ພາກ​ພື້ນ ຣອ​ສ​ຕອ​ຟ, ຣັດ​ເຊຍ, 19 ມັງ​ກອນ 2022.

ອົງ​ການ​ສືບ​ລັບ​ທາງ​ທະ​ຫານ GUR ຂອງ​ຢູ​ເຄ​ຣນ ໄດ້​ຕັ້ງ​ໃຈ​ລໍ້​ໃຫ້​ຄົນ​ຂັບ​ເຮືອ​ບິນ​ທະ​ຫານ ຣັດ​ເຊຍ ລົງ​ຈອດເຮືອ​ບິນ​ເຮ​ລິ​ຄັອບ​ເຕີ​ Mi-8 ຂອງ​ລາວ​ຢູ່​ເດີ່ນ​ບິນ ຢູ​ເຄ​ຣນ, ອີງ​ຕາມ​ໂຄ​ສົກ​ທ່ານ ແອນດ​ຣີ ຢູ​ຊອ​ຟ ໃນ​ວັນ​ພຸດ​ວານນີ້, ທ່າມ​ກາງ​ລາຍ​ງານຂອງ​ສື່ມວນ​ຊົນ​ທີ່​ຕ່າງ​ກັນ ກ່ຽວ​ກັບ ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ທ່ານ ຢູ​ຊອ​ຟ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ​ວ່າ “ນີ້​ແມ່ນ​ປະ​ຕິ​ບັດ​ການ GUR. ເຮືອ​ບິນ​ລຳ​ດັ່ງ​ກ່າວ​ໄດ້​ເຄື່ອນຍ້າຍ​ໄປ​ຕາມ​ແຜນ.”

ການ​ປະ​ຕິ​ບັດ​ການ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ເພື່ອ​ຍຶດ​ເຮືອ​ບິນເຮ​ລິ​ຄັອບ​ເຕີ​ທີ່​ກຳ​ລັງ​ປະ​ຕິ​ບັດ​ວຽກ​ງານ​ຢູ່​ຂອງ ຣັດ​ເຊຍ ແລະ ຈັບຄົນ​ຂັບ​ເຮືອ​ບິນ​ຂອງ​ເຂົາ​ເຈົ້າ​ອາດ​ສະ​ແດງ​ໃຫ້​ເຫັນ​ການ​ປະ​ຕິ​ບັດ​ການທີ່​ກ້າ​ຫານ​ຢ່າງ​ກະ​ທັນ​ຫັນ​ສຳ​ລັບ ຢູ​ເຄ​ຣນ, ໂດຍ​ອະ​ນຸ​ຍາດ​ໃຫ້​ເຂົາ​ເຈົ້າ​ຕື່ມ​ເຕີມ​ຄັງ​ການ​ບິນ​ທີ່​ມີ​ຈຳ​ກັດ​ຂອງ​ເຂົາ​ເຈົ້າ ໃນ​ຂະ​ນະ​ດຽວ​ກັນ​ ຍັງ​ອາດ​ໄດ້​ຮັບ​ຂໍ້​ມູນ​ລັບ​ທີ່​ມີ​ຄ່າ ກ່ຽວ​ກັບ ກອງ​ທັບ​ອາ​ກາດ​ຂອງ ຣັດ​ເຊຍ ດ້ວຍ.

ສື່ມວ​ນ​ຊົນ ຢູ​ເຄ​ຣນ Ukrainska Pravda ໄດ້​ອ້າງ​ເຖິງ​ແຫຼ່ງ​ຂໍ້​ມູນ​ລັບ​ທີ່ບໍ່​ໄດ້​ບອກ​ຊື່​ວ່າ ອົງ​ການ​ດັ່ງ​ກ່າວ​ໄດ້​ເຮັດ​ວຽກ​ດົນ​ກວ່າ 6 ເດືອນ​ເພື່ອ​ຊັກ​ຊວນ​ຄົນ​ຂັບ​ເຮືອ​ບິນ​ດັ່ງ​ກ່າວ ​ໃຫ້​ຮ່ວມ​ມື ແລະ ນຳ​ເຮືອ​ບິນ​ລຳ​ນັ້ນ ​ມາ ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG