ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ​ສືບ​ລັບ ຢູ​ເຄ​ຣນ ກ່າວ​ວ່າ ລະ​ເບີດ​ແຕກ​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ສາມ​ຄົນ​ເສຍ​ຊີ​ວິດ ໃນ​ເມືອງ​ທີ່​ຖືກ​ຍຶດ​ຄອງ


ຜູ້​ອາ​ໄສ​ຢູ່​ໃນ​ທ້ອງ​ຖິ່ນ​ຄົນ​ນຶ່ງ​ຍ່າງ​ຜ່ານ​ປ້າ​ຍ​ທີ່​ສະ​ໜັບ​ສະ​ໜູນ​ໃຫ້​ຜູ້​ຊາຍ​ເຂົ້າ​ຮ່ວມກອ​ງ​ທັບ ຣັດ​ເຊຍ ທ່າມ​ກາງ​ສົງ​ຄາມ​ຂອງ ມົ​ສ​ກູ ກັບ ຢູ​ເຄ​ຣນ, ໃນ​ເມືອງ ເມ​ລິ​ໂຕ​ໂປ​ລ໌ ຂອງ ຢູ​ເຄ​ຣນ ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ, 27 ພະ​ຈິກ 2022.
ຜູ້​ອາ​ໄສ​ຢູ່​ໃນ​ທ້ອງ​ຖິ່ນ​ຄົນ​ນຶ່ງ​ຍ່າງ​ຜ່ານ​ປ້າ​ຍ​ທີ່​ສະ​ໜັບ​ສະ​ໜູນ​ໃຫ້​ຜູ້​ຊາຍ​ເຂົ້າ​ຮ່ວມກອ​ງ​ທັບ ຣັດ​ເຊຍ ທ່າມ​ກາງ​ສົງ​ຄາມ​ຂອງ ມົ​ສ​ກູ ກັບ ຢູ​ເຄ​ຣນ, ໃນ​ເມືອງ ເມ​ລິ​ໂຕ​ໂປ​ລ໌ ຂອງ ຢູ​ເຄ​ຣນ ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ, 27 ພະ​ຈິກ 2022.

ຫ້ອງ​ການ​ສືບ​ລັບ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ​ການ​ລະ​ເບີດ​ໃນ​ເມືອງ ເມ​ລິ​ໂຕ​ໂປ​ລ ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ ໄດ້​ເຮັດ​ໃຫ້​ທະ​ຫານ ຣັດ​ເຊຍ 3 ຄົນ​ເສຍ​ຊີ​ວິດ ​ໃນ​ການ​ໂຈມ​ຕີ​ທີ່​ເຂົາ​ເຈົ້າ​ໄດ້​ອະ​ທິ​ບາຍ​ວ່າ​ເປັນ “ການ​ແກ້​ແຄ້ນ” ໂດຍ​ກຸ່ມ​ໃຕ້​ດິນ​ໃນ​ທ້ອງ​ຖິ່ນ.

ການ​ລະ​ເບີດ​ໄດ້​ເກີດ​ຂຶ້ນ​ໃນ​ລະ​ຫວ່າງ​ການ​ປະ​ຊຸມ ​ຂອງ​ພວກ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ໃນ​ເມືອງ​ດັ່ງ​ກ່າວ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ, ເຊິ່ງ​ເປັນ​ສູນ​ກາງ​ຂອງກອງ​ກຳ​ລັງ ຣັດ​ເຊຍ ໃນພາກ​ໃຕ້, ຫ້ອງ​ການ​ຢູ່​ໃນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ.

ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ “ການ​ແກ້​ແຄ້ນ​ທີ່​ວ່ານີ້, ຖືກ​ດຳ​ເນີນ​ໂດຍ​ພວກ​ຕົວ​ແທນ​ຂອງ​ກຸ່ມ​ຕໍ່​ຕ້ານ​ໃນ​ທ້ອງ​ຖິ່ນ, ທີ່​ໄດ້​ເກີດ​ຂຶ້ນ​ໃນ​ຫ້ອງ​ການໃໝ່ ທີ່​ຖືກ​ຍຶດ​ໂດຍຣັດ​ເຊຍ.”

ມັນ​ບໍ່​ໄດ້​ມີ​ການ​ກ່າວ​ເຖິງ​ເຫດ​ການ​ນັ້ນ​ຈາກ​ພວກ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ. ອົງ​ການ​ຂ່າວ ຣອ​ຍ​ເຕີ ແມ່ນບໍ່​ສາ​ມາດ​ທີ່​ຈະ​ຢືນ​ຢັນ​ຖະ​ແຫຼງ​ການ​ຂອງ ຢູ​ເຄ​ຣນ.

ຖ​ະ​ແຫຼງ​ການ​ຂໍ້​ມູນ​ລັບ​ໄດ້​ກ່າວ​ວ່າ ການ​ປະ​ຊຸມ​ດັ່ງ​ກ່າວ ​ຢູ່​ກອງ​ບັນ​ຊາ​ການ​ທະ​ຫານ​ໃນ​ທ້ອງ​ຖິ່ນ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ ແມ່ນ​ເຂົ້​າ​ຮ່ວມ​ໂດຍ​ພວກ​ເຈົ້າ​ໜ້າ​ທີ່​ຈາກກອງ​ທະ​ຫານ​ຮັກ​ສາ​ດິນ​ແດນ ແລະ ອົງ​ການ​ສືບ​ລັບ FSB ຂ​ອງ ຣັດ​ເຊຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG