ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການ​ຂົນ​ສົ່ງ​ອາ​ຫານ​ປະ​ເພດ​ເມັດ​ຂອງ ຢູ​ເຄ​ຣນ ອອກ​ຈາກ​ທ່າ​ເຮືອ ໂອ​ເດ​ຊາ ໄດ້​ດຳເນີນ​ຕ​ໍ່​ໄປ


ກຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ M/V Razoni, ກຳ​ລັງ​ຂົນ​ສາ​ລີ 26,000 ໂຕນ​ອອກ​ຈາກ​ທ່າ​ເຮືອ ໂອ​ເດ​ຊາ ຂອງ​ຢູ​ເຄ​ຣນ ໄປ​ນະ​ຄອນຫຼວງ ທ​ຣິ​ໂປ​ລີ, ປະ​ເທດ ເລ​ບາ​ນອນ, 1 ສິງ​ຫາ, 2022.
ກຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ M/V Razoni, ກຳ​ລັງ​ຂົນ​ສາ​ລີ 26,000 ໂຕນ​ອອກ​ຈາກ​ທ່າ​ເຮືອ ໂອ​ເດ​ຊາ ຂອງ​ຢູ​ເຄ​ຣນ ໄປ​ນະ​ຄອນຫຼວງ ທ​ຣິ​ໂປ​ລີ, ປະ​ເທດ ເລ​ບາ​ນອນ, 1 ສິງ​ຫາ, 2022.

ການ​ຂົນ​ສົ່ງ​ອາ​ຫານ​ປະ​ເພດ​ເມັດ​ຈາກ​ທ່າ​ເຮືອ ໂອ​ເດ​ຊາ ຂອງ ຢູ​ເຄ​ຣນ ໄດ້​ສືບ​ຕໍ່​ໃນ​ວັນ​ຈັນ​ມື້ນີ້.

ກຳ​ປັ່ນ​ບັນ​ທຸກ​ທີ່​ປັກ​ທຸງຊາດ ຊີ​ເອ​ຣາ-ເລ​ໂອນ ຊື່​ວ່າ ຣາ​ໂຊ​ນີ ໄດ້​ເປັນ​ລຳ​ທຳ​ອິດ​ທີ່​ເດີນ​ທາງ​ອອກ​ຈາກ​ທ່າ​ເຮືອ, ບັນ​ທຸກ​ສາ​ລີ​ມຸ່ງ​ໜ້າ​ໄປສູ່​ປະ​ເທດ ເລ​ບາ​ນອນ. ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ເທີ​ກີ ໄດ້​ກ່າວ​ວ່າ​ກຳ​ປັ່ນ​ທີ່ບໍ່​ໄດ້​ຖືກ​ລະ​ບຸ​ຊື່​ລຳ​ອື່ນໆ​ກໍ​ຈະ​ເດີນ​ທາງ​ອອກ​ຈາກ ຢູ​ເຄ​ຣນ ເຊັ່ນ​ກັນ.

ເທີ​ກີ ແລະ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເປັນ​ຜູ້​ແທນ​ຕາງ​ໜ້າ​ເຮັດ​ຂໍ້​ຕົກ​ລົງ​ກັບ ຣັດ​ເຊຍ ແລະ ຢູ​ເຄ​ຣນ ໃນ​ທ້າຍ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ ເພື່ອ​ໃຫ້​ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ດຳ​ເນີນ​ຕໍ່​ໄປ ທ່າມ​ກາງວິ​ກິດ​ການ​ອາ​ຫານ​ໂລກທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເວົ້າ​ວ່າ ໄດ້​ຮ້າຍ​ແຮງ​ຂຶ້ນ​ຍ້ອນ​ການ​ບຸກ​ລຸກ​ຢູ​ເຄ​ຣນ​ຂອງ ຣັດ​ເຊຍ.

ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ຮຽກ​ຮ້ອງ​ການ​ເດີນ​ທາງ​ທີ່​ປອດ​ໄພ​ຂອງ​ກຳ​ປັັ່ນ​ບັນ​ທຸກ​ສິນ​ຄ້າ​ທີ່​ເດີນ​ທາງ​ອອກ​ຈາກ​ທ່າ​ເຮືອ​ໃນ​ພາກ​ໃຕ້​ຂອງ ຢູ​ເຄ​ຣນ ຜ່ານເຂດ​ນ້ຳ​ຕ່າງໆ​ໃນ​ທະ​ເລ​ດຳທີ່ ຣັດ​ເຊຍ ໄດ້​ຄວບ​ຄຸມ​ນັບ​ຕັ້ງ​ແຕ່​ຕອນ​ເລີ່ມ​ຕົ້ນ​ຂອງ​ສົງ​ຄາມ​ໃນ​ທ້າຍ​ເດືອນ​ກຸມ​ພາ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຢູ​ເຄ​ຣນ ທ່ານ ດິ​ມິ​ໂຕ​ຣ ຄູ​ເລ​ບາ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ການ​ສືບ​ຕໍ່ການ​ສົ່ງ​ອອກ​ຈາ​ກ​ທ່າ​ເຮືອ ໂອ​ເດ​ຊາ.

ທ່ານໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ “ເປັນ​ວັນ​ທີ່​ໂລ່ງ​ໃຈ​ສຳ​ລັບ​ໂລກ, ໂດຍ​ສະ​ເພາະ​ສຳ​ລັບ​ເພື່ອນ​ມິດ​ຂອງ​ພວກ​ເຮົາ​ໃນ​ເຂດ​ຕາ​ເວັນ​ອອກ​ກາງ, ເອ​ເຊຍ, ແລະ ອາ​ຟ​ຣິ​ກາ, ໃນ​ຂະ​ນະ​ທີ່​ອາ​ຫານ​ປະ​ເພດ​ເມັດ​ຈຸ​ທຳ​ອິດ​ຂອງ​ຢູ​ເຄ​ຣນ ໄດ້​ເດີນ​ທາງ​ອອກ​ຈາກ ໂອ​ເດ​ຊາ ຫຼັງ​ຈາກຫຼາຍ​ເດືອນ​ຂອງ​ການ​ຖືກກີດ​ກັ້ນ​ໂດຍ ຣັດ​ເຊຍ. ຢູ​ເຄ​ຣນ ໄດ້​ເປັນ​ຄູ່​ຮ່ວມ​ທີ່​ໜ້າ​ເຊື່ອ​ຖື​ມາ​ຕະຫຼອດ ແລະ ຈະ​ຄົງ​ເປັນ​ຢູ່​ຄື​ເກົ່າຖ້າ ຣັດ​ເຊຍ ເຄົາ​ລົບ​ພາ​ກ​ສ່ວນ​ຂອງ​ເຂົາ​ເຈົ້າ​ໃນ​ຂໍ້​ຕົກ​ລົງ.”

ໂຄ​ສົກ​ສຳ​ລັບ​ເລ​ຂາ​ທິ​ການ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ໄດ້​ກ່າວ​ວ່າການ​ຮັບ​ປະ​ກັນ​ວ່າ​ອາ​ຫານ​ປະ​ເພດ​ເມັດ​ສາ​ມາດ​ໄປ​ເຖິງ​ຕະຫຼາດ​ໂລກ “ແມ່ນ​ຄວາມ​ຈຳ​ເປັນ​ທາງ​ດ້ານມ​ະ​ນຸດ​ສະ​ທຳ.”

ທ່ານ ສ​ເຕ​ຟານ ດູ​ຈາ​ຣິກ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫວັງ​ວ່ານີ້​ຈະ​ເປັນ​ການ​ຂົນ​ສົ່ງ​ດ້ານ​ການ​ຄ້າ​ຄັ້ງ​ທຳ​ອິດ​ຂອງຫຼາຍໆ​ຄັ້ງ​ທີ່​ກຳ​ລັງ​ເຄື່ອນ​ໄຫວ​ຕາ​ມຂໍ້​ຕົກ​ລົງ​ທີ່​ໄດ້​ເຊັນ​ໃນ​ເບື້ອງ​ຕົ້ນ, ແລະ​ວ່ານີ້​ຈະ​ນຳ​ມາ​ຄວາມ​ໝັ້ນ​ຄົງ​ທີ່​ຕ້ອງ​ການ​ຢ່າງຫຼວງຫຼາຍ ແລະ ການ​ຊ່ວຍ​ເຫຼືອ​ຕໍ່​ຄວາມ​ໝັ້ນ​ຄົງ​ດ້ານ​ອາ​ຫານ​ໂລກ ໂດຍ​ສະ​ເພາະ​ໃນ​ສິ່ງ​ແວດ​ລ້ອມ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ແຕກ​ຫັກ​ໄດ້​ງ່າຍ​ທີ່​ສຸດ.”

ທ່ານ ດູ​ຈາ​ຣິກ ໄດ້​ກ່າວ​ຕື່ມ​ວ່າ ໂຄງ​ການ​ອາ​ຫານ​ໂລກ ມີ​ແຜນ​ທີ່​ຈະ​ຊື້ອາ​ຫານ​ປະ​ເພດ​ເມັດ 30,000 ໂຕນ​ເພື່ອ​ຂົນ​ຂຶ້ນ​ກຳ​ປັ່ນ ແລະ ຂົນ​ສົ່ງ​ອອກ​ຈາກ​ຢູ​ເຄຣນ ໃນ​ກຳ​ປັ່ນ​ພິ​ເສດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ./

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG