ລັດຖະບານ ເທີກີ ໄດ້ກ່າວວ່າການຂົນສົ່ງຮອບທຳອິດຂອງອາຫານປະເພດເມັດຂອງຢູເຄຣນ ນັບຕັ້ງແຕ່ ຣັດເຊຍ ໄດ້ເປີດການບຸກລຸກຂອງເຂົາເຈົ້າໄດ້ໄປຮອດເຂດນອກຊາຍຝັ່ງຂອງປະເທດເທີກີ ແລ້ວ.
ກຳປັ່ນບັນທຸກສິນຄ້າທີ່ປັກທຸງຊາດ ຊີແອຣາ ເລອອນ ທີ່ຊື່ວ່າ ຣາໂຊນີ ແມ່ນໄດ້ເດີນທາງອອກຈາກທ່າເຮືອ ໂອເດຊາ ຂອງຢູເຄຣນ ໄປປະເທດເລບານອນ ໂດຍມີສາລີຫຼາຍກວ່າ 26,000 ໂຕນຢູ່ເທິງກຳປັ່ນ.
ແຕ່ການຢຸດແຫວ່ ບ່ອນທຳອິດຂອງເຂົາເຈົ້າແມ່ນນະຄອນອິສຕານບູລ, ບ່ອນທີ່ເຈົ້າໜ້າທີ່ຈາກສູນກາງການປະສານງານຮ່ວມພິເສດ ຈະກວດກາກຳປັ່ນດັ່ງກ່າວ ເພື່ອຮັບປະກັນວ່າທມັນບໍ່ໄດ້ຂົນສົ່ງອາວຸດ ຫຼື ວັດຖຸທີ່ບໍ່ແມ່ນອາຫານພາຍໃຕ້ເງື່ອນໄຂຂອງຂໍ້ຕົກລົງ ທີ່ໄດ້ບັນລຸກັນໃນທ້າຍເດືອນກໍລະກົດທີ່ຜ່ານມາ ເພື່ອສືບຕໍ່ການສົ່ງອອກອາຫານປະເພດເມັດຂອງຢູເຄຣນ ທ່າມກາງວິກິດການອາຫານໂລກ.
ສູນກາງດັ່ງກ່າວລວມມີເຈົ້າໜ້າທີ່ຈາກ ຢູເຄຣນ, ຣັດເຊຍ, ເທີກີ ແລະ ອົງການສະຫະປະຊາຊາດ, ສີ່ຝ່າຍທີ່ໄດ້ມີສ່ວນຮ່ວມໃນການໄກ່ເກ່ຍຂໍ້ຕົກລົງ.
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣສ ໄດ້ກ່າວໃນວັນຈັນທີ່ຜ່ານມາວ່າ ກຳປັ່ນ ຣາໂຊນີ “ໄດ້ບັນຈຸສິນຄ້າສອງຊະນິດທີ່ຂາດຕະຫຼາດຄື: ສາລີ ແລະຄວາມຫວັງ. ເຊິ່ງຄວາມຫວັງແມ່ນສຳລັບປະຊາຊົນຫຼາຍລ້ານຄົນໃນທົ່ວໂລກ ຜູ້ທີ່ເພິ່ງພາອາໄສການປະຕິບັດການໃນທ່າເຮືອ ຂອງຢູເຄຣນ ຢ່າງບໍ່ມີຫຍັງຂັດຂ້ອງ ເພື່ອເອົາໄປລ້ຽງດູຄອບຄົວຂອງເຂົາເຈົ້າ.”
ທ່ານໄດ້ກ່າວຕື່ມວ່າ, “ສິ່ງທີ່ພວກເຮົາໄດ້ເປັນສັກຂີພະຍານໃນມື້ນີ້ ໃນທ່າເຮືອ ໂອເດຊາ ແມ່ນຈຸດເລີ່ມຕົ້ນທີ່ສຳຄັນ. ມັນຕ້ອງເປັນກຳປັ່ນການຄ້າລຳທຳອິດໃນຈຳນວນຫຼາຍໆລຳ ທີ່ນຳເອົາການຊ່ວຍເຫຼືອ ແລະ ຄວາມໝັ້ນຄົງໄປສູ່ຕະຫຼາດ
ທ່ານກູເຕເຣສ ໄດ້ກ່າວວ່າ “ເພື່ອຮັບປະກັນວ່າ ອາຫານປະເພດເມັດ, ຝຸ່ນ ແລະວັດຖຸອື່ນໆ ທີ່ກ່ຽວຂ້ອງກັບອາຫານແມ່ນມີຂາຍໃນລາຄາທີ່ສົມເຫດສົມຜົນຕໍ່ບັນດາປະເທດທີ່ກຳລັງພັດທະນາ ນັ້ນແມ່ນຄວາມຈຳເປັນທາງດ້ານມະນຸດສະທຳ.”
ໂດຍເປັນສ່ວນນຶ່ງຂອງການຂົນສົ່ງຄືນໃໝ່ນັ້ນ, ທ່ານ ກູເຕເຣສ ໄດ້ກ່າວວ່າໂຄງການອາຫານໂລກຂອງອົງການສະຫະປະຊາຊາດ ໃນໄວໆນີ້ ມີແຜນທີ່ຈະຊື້ເຂົ້າເບຼຂອງຢູເຄຣນ 30,000 ໂຕນ ແລະ ສົ່ງມັນອອກຈາກປະເທດດັ່ງກ່າວໃນກຳປັ່ນພິເສດທີ່ເໝົາໂດຍອົງການສະຫະປະຊາຊາດ.
ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວໃນຄຳປາໄສປະຈຳວັນທາງວິດີໂອເມື່ອແລງວັນຈັນທີ່ຜ່ານມາວ່າ ການຂົນສົ່ງຄັ້ງທຳອິດແມ່ນ “ສັນຍານທີ່ເປັນແງ່ບວກຄັ້ງທຳອິດທີ່ມັນມີໂອກາດທີ່ຈະຍຸດຕິການຂະຫຍາຍຕົວຂອງວິກິດການອາຫານໂລກໄດ້.”
ແນວໃດກໍ່ຕາມ, ທ່ານໄດ້ເຕືອນວ່າ ຣັດເຊຍ ຕ້ອງໄດ້ຖືກຕິດຕາມເພື່ອຮັບປະກັນການປະຕິບັດຕາມຂໍ້ຕົກລົງຂອງເຂົາເຈົ້າ.