ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ຂອງ ຢູ​ເຄ​ຣນ ຖືກ​ຕໍ່​ເວ​ລາ​ອອກ​ໄປ​ອີກ 4 ເດືອນ


ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ Despina V, ຂົນ​ສົ່ງ​ອາ​ຫານ​ປະ​ເພດ​ເມັດ​ຂອງ ຢູ​ເຄ​ຣນ ກຳ​ລັງ​ເດີນ​ທາງ​ໃນ​ທະ​ເລ​ດຳ​ໃກ້​ກັບ​ນະ​ຄອນ ອິ​ສ​ຕານ​ບູ​ລ, ປະ​ເທດ ເທີ​ກີ, 2 ພະ​ຈິກ 2022.
ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ Despina V, ຂົນ​ສົ່ງ​ອາ​ຫານ​ປະ​ເພດ​ເມັດ​ຂອງ ຢູ​ເຄ​ຣນ ກຳ​ລັງ​ເດີນ​ທາງ​ໃນ​ທະ​ເລ​ດຳ​ໃກ້​ກັບ​ນະ​ຄອນ ອິ​ສ​ຕານ​ບູ​ລ, ປະ​ເທດ ເທີ​ກີ, 2 ພະ​ຈິກ 2022.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ແລະ ເທີ​ກີ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ວານີ້​ວ່າ ການ​ຕົກ​ລົງ​ກັນ​ໃນ​ວັນ​ພະ​ຫັດ​ມື້ນີ້​ເພື່ອ​ອະ​ນຸ​ຍາດ​ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ຂອງ​ຢູ​ເຄ​ຣນ​ໃຫ້​ແລ່ນ​ຜ່ານ​ທະ​ເລ​ດຳ ​ຈະ​ສືບ​ຕໍ່​ໄປ​ອີກ​ສີ່​ເດືອນ​ພາຍ​ໃຕ້​ເງື່ອນ​ໄຂ​ໃນ​ປັດ​ຈຸ​ບັນ.

ການ​ຕໍ່​ເວ​ລາ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນຫຼາຍ​ວັນ​ກ່ອນ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ໝົດ​ອາ​ຍຸ​ຂອງ​ຂໍ້​ຕົກ​ລົງ​ດັ້ງ​ເດີມ​ ທີ່​ປະ​ເທດ ເທີ​ກີ ແລະ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ໄກ່​ເກ່ຍ​ໃນ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ ​ເພື່ອອ​ະ​ນຸ​ຍາດ​ໃຫ້​ການ​ຂົນ​ສົ່ງ​ອາ​ຫານ​ປະ​ເພດ​ເມັດ​ທີ່​ຖືກ​ກໍ່​ກວນ​ໂດຍ​ການ​ບຸກ​ລຸກ​ຢູ​ເຄ​ຣນ ໂດຍ ຣັດ​ເຊຍ ນັ້ນ​ດຳ​ເນີນ​ຕໍ່​ໄປ.

ເລ​ຂາ​ທິ​ການ​ໃຫຍ່ສະ​ຫະ​ປະ​ຊາ​ຊາດທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ການ​ກັບ​ຕໍ່​ເວ​ລາ​ນັ້ນ, ໂດຍ​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແມ່ນ​ມີ​ຄວາມ​ມຸ່ງ​ໝັ້ນ​ເພື່ອ​ຮັບ​ປະ​ກັນ “ການ​ສະ​ໜອງ​ສິນ​ຄ້າ​ທີ່​ສຳ​ຄັນ​ຈະ​ສືບ​ຕໍ່​ເຮັດ​ວຽກ​ຢ່າງບໍ່​ມີ​ບັນ​ຫາ.”

ທ່ານ​ໄດ້​ກ່າວ​ຕື່ມ​ວ່າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແມ່ນ​ມີ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ກຳ​ຈັດ​ສິ່ງ​ກີດ​ຂວາງ​ຕ່າງໆ​ກ່ຽວ​ກັບ ການ​ເຊື່ອມ​ຕໍ່​ຂໍ້​ຕົກ​ລົງ​ສຳ​ລັບ​ການ​ສົ່ງ​ອອກ​ອາ​ຫານ ແລະ ປຸຍ​ຈາກ ຣັດ​ເຊຍ.

ທ່ານ ກູ​ເຕ​ເຣັ​ສ ໄດ້​ກ່າວ​ວ່າ “ຂໍ້​ຕົກ​ລົງ​ທັງ​ສອງ​ສະ​ບັບ​ທີ່​ຖືກ​ເຊັນ​ໃນ​ນະ​ຄອນ ອີ​ສ​ຕານ​ບູ​ລ ເມື່ອ​ສາມ​ເດືອນ​ທີ່​ຜານ​ມາ​ແມ່ນ​ມີ​ຄວາມ​ສຳ​ຄັນ​ທີ່​ຈະ​ນຳ​ເອົາ​ລາ​ຄາ​ອາ​ຫານ ແລະ ປຸຍຫຼຸດ​ລົງ​ມາ ແລະ ຫຼີກ​ລ່ຽງ​ວິ​ກິດ​ການ​ດ້ານ​ອາ​ຫານ​ໂລກ.”

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ຂໍ້​ຄວາມ​ທາງ​ທວິດ​ເຕີ​ທີ່​ປະ​ກາດ​ການ​ຕໍ່​ເວ​ລາ​ວ່າ ຢູ​ເຄ​ຣນ, ທ່ານ ກູ​ເຕ​ເຣັ​ສ ແລະ ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ "ໄດ້​ທຳ​ການ​ຕັດ​ສິນ​ໃຈ​ທີ່​ສຳ​ຄັນ​ໃນ​ການ​ຕໍ່​ສູ້​ຂອງ​ໂລກກັບ​ວິ​ກິດ​ການ​ອາ​ຫານ.”

ໂຄງ​ການ​ລິ​ເລີ່ມອາ​ຫານ​ປະ​ເພດ​ເມັດ​ທະ​ເລ​ດຳ ແມ່ນ​ໄດ້​ອຳ​ນວຍ​ຄວາມ​ສະ​ດວກ​ສຳ​ລັບ​ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ຂອງ ຢູ​ເຄ​ຣນ 11 ລ້ານ​ໂຕນ, ເຊິ່ງ​ຈຳ​ນວນ 2 ສ່ວນ​ 3 ຂອງ​ມັນ ​ໄດ້​ຖືກ​ສົ່ງ​ໄປ​ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ.

ອ່າ​ນ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG