ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ກຳ​ລັງ ຢູ​ເຄ​ຣນ ໂຈມ​ຕີ​ຂົວ​ຂ້າມ​ແມ່​ນ້ຳ​ນິບ​ເປີ ທາ​ງ​ພາກ​ໃຕ້​ຂອງ​ປະ​ເທດ


ນັກ​ກູ້​ໄພ​ເຄື່ອນ​ຍ້າຍ​ສົບ​ແມ່​ຍິງ​ຄົນ​ນຶ່ງ​ທີ່​ໄດ້​ເສຍ​ຊີ​ວິດ​ຍ້ອນ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ, ເມືອງ ຈູ​ຮູ​ອິບ, ພາກ​ພື້ນ ຄາ​ກີບ, ຢູ​ເຄ​ຣນ, 26 ກໍ​ລະ​ກົດ, 2022.
ນັກ​ກູ້​ໄພ​ເຄື່ອນ​ຍ້າຍ​ສົບ​ແມ່​ຍິງ​ຄົນ​ນຶ່ງ​ທີ່​ໄດ້​ເສຍ​ຊີ​ວິດ​ຍ້ອນ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ, ເມືອງ ຈູ​ຮູ​ອິບ, ພາກ​ພື້ນ ຄາ​ກີບ, ຢູ​ເຄ​ຣນ, 26 ກໍ​ລະ​ກົດ, 2022.

ກອງ​ກຳ​ລັງ​ຢູ​ເຄ​ຣນ ໄດ້​ໂຈມ​ຕີ​ຂົວ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ​ແຫ່ງ​ນຶ່ງ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ, ດ້ວຍ​ການ​ໃຊ້​ສິ່ງ​ທີ່​ເຈົ້າ​ໜ້າ​ທີ່ ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ ຣັດ​ເຊຍ ໄດ້​ກ່າວ​ວ່າເປັນ​ລະ​ບົບ​ຈະຫຼວດ​ທີ່​ຖືກ​ສະ​ໜອງ​ໃຫ້ໂດຍ ສະ​ຫະ​ລັດ.

ຂົວ ແອນ​ໂຕ​ນິ​ບ​ສ​ກີ ຂ້າມ​ແມ່​ນ້ຳ​ນີບ​ເປີ ໄດ້​ປິດ​ໃນ​ວັນ​ພຸດ​ວານນີ້​ລຸນຫຼັງ​ການ​ໂຈມ​ຕີ​ຂອງ​ຢູ​ເຄ​ຣນ.

ທ່ານ ຄີ​ຣິ​ລ ສ​ເຕ​ຣ​ມູ​ຊອ​ຟ ຮອງ​ຫົວ​ໜ້າ​ຫ້ອງ​ການ ​ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ ຣັດ​ເຊຍ ສຳ​ລັບ​ພາກ​ພື້ນ ເຄີ​ສັນ ໄດ້​ກ່າວ​ວ່າ​ຂົວ​ທີ່​ວ່າ​ນັ້ນ​ຍັງ​ຢືນ​ຢູ່​ຄື​ເກົ່າຫຼັງ​ຈາກ​ການ​ໂຈມ​ຕີ​ຂອງ​ແລງວັນ​ອັງ​ຄານ​ວານນີ້, ແຕ່​ພື້ນ​ຫົນ​ທາງ​ແມ່ນ​ເຕັມ​ໄປ​ດ້ວຍ​ຂຸມ.

ທ່ານ ສ​ເຕ​ຣ​ມູ​ຊອ​ຟ ໄດ້​ກ່າວ​ວ່າ​ກອງ​ກຳ​ລັງ​ຢູ​ເຄ​ຣນ ໄດ້​ໃຊ້​ລະ​ບົບ​ຈະ​ຫຼວດ​ເຄື່ອນ​ທີ່​ລະ​ດັບ​ສູງ ຫຼື HIMARS ເພື່ອ​ດຳ​ເນີນ​ການ​ໂຈມ​ຕີ.

ຂົວ​ດັ່ງ​ກ່າວ​ແມ່ນ​ຈຸດ​ເຊື່ອມ​ຕໍ່​ທີ່​ສຳ​ຄັນ​ ທີ່​ອະ​ນຸ​ຍາດ​ໃຫ້ ຣັດ​ເຊຍ ທຳ​ການ​ຈັດ​ສົ່ງ​ອາ​ວຸດ​ໃຫ້​ກອງ​ກຳ​ລັງ​ຂອງ​ເຂົາ​ເຈົ້າ​ໃນ​ພາກ​ໃຕ້​ຂອງ​ຢູ​ເຄ​ຣນ.

ທ່ານ ມີ​ໄຄ​ໂລ ໂປ​ໂດ​ລ​ຢັກ, ທີ່​ປຶກ​ສາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ຢ້ຳ​ການ​ໂຈມ​ຕີ​ຂົວ​ດັ່ງ​ກ່າວ​ໃນ​ຂໍ້​ຄວາມ​ທີ່​ຂຽນ​ຢູ່​ທວິດ​ເຕີ​ວ່າ, ກອງ​ກຳ​ລັງ ຣັດ​ເຊຍ ຄວນຖື​ວ່າ ມັນ​ເປັນ​ຄຳ​ເຕືອນ.

ທ່ານ ໂປ​ໂດ​ລ​ຢັກ ໄດ້​ກ່າວ​ວ່າ ຣັດ​ເຊຍ “ຄວນ​ຮຽນ​ວິ​ທີ​ລອຍຂ້າມ” ແມ່​ນ້ຳດັ່ງ​ກ່າວ ຫຼື “ໜີ​ອອກ​ຈາກ​ເມືອງ ເຄີ​ສັນ​ ໃນ​ຂະ​ນະ​ທີ່​ມັນ​ຍັງ​ມີ​ຄວາມ​ເປັນ​ໄປ​ໄດ້​ຢູ່.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG