ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງ​ກຳ​ລັງ ຢູ​ເຄ​ຣນ ໄດ້​ຮັບ​ໄຊ​ຊະ​ນະ ​ໃນ​ພາກ​ພື້ນ ເຄີ​ສັນ, ​ທີ່​ທ່ານ ປູ​ຕິນ ໄດ້ປະ​ກາດ​ຮວມ​ເອົາ​ຢ່າງ​ຜິດ​ກົດ​ໝາຍ ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ


​ທະ​ຫານ ຢູ​ເຄ​ຣນ ຂັບ​ລົດ​ຖັງ T-80 ທີ່​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ ​ຖືກຍຶດ​ມາ​ໄດ້​ຈາ​ກກອງ​ທັບ​ບົກ ຣັດ​ເຊຍ, ເມືອງ ບາ​ກ​ມຸດ, ຢູ​ເຄ​ຣນ, 2 ຕຸ​ລາ 2022.
​ທະ​ຫານ ຢູ​ເຄ​ຣນ ຂັບ​ລົດ​ຖັງ T-80 ທີ່​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ ​ຖືກຍຶດ​ມາ​ໄດ້​ຈາ​ກກອງ​ທັບ​ບົກ ຣັດ​ເຊຍ, ເມືອງ ບາ​ກ​ມຸດ, ຢູ​ເຄ​ຣນ, 2 ຕຸ​ລາ 2022.

ກອງ​ກຳ​ລັງ ຢູ​ເຄ​ຣນ ໄດ້​ທຳ​ຄວາມ​ກ້າວ​ໜ້າ​ເພີ່ມ​ເຕີມ​ໃນ​ວັນ​ຈັນ​ວານນີ້​ຢູ່​ພາກ​ພື້ນ ເຄີ​ສັນ ທາງ​ພາກ​ໃຕ້​ຂອງ​ປະ​ເທດ, ​ເຊິ່ງ​ໄດ້​ເພີ່ມໃສ່​ໄຊ​ຊະ​ນະ​ຂອງ​ເຂົາ​ເຈົ້າ​ເມື່ອ​ສອ​ງ​ສາມ​ວັນ​ທີ່​ຜ່ານ​ມາ​ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຜັກ​ດັນ​ ການ​ໂຈມ​ຕີ​ຕອບ​ໂຕ້​ຕໍ່ ຣັດ​ເຊຍ ເພື່ອ​ຍຶດ​ຄືນ​ເຂດ​ແດນ​ທີ່ກອງ​ກຳ​ລັງ​ຂອງ ມົ​ສ​ກູ ໄດ້​ອ້າງ​ເອົາ​ໃນ​ຕອນ​ຕົ້ນໆ​ຂອງ​ການ​ບຸກ​ລຸກ 7 ເດືອນ​ຂອງ​ເຂົາ​ເຈົ້າ.

ພວກ​ເຈົ້າ​ໜ້າ​ທີ່ໆ​ຖືກ​ແຕ່ງ​ຕັ້ງ​ໂດຍ ຣັດ​ເຊຍ ໃນ​ພາກ​ພື້ນ​ເຄີ​ສັນ ໄດ້​ກ່າວ​ວ່າ​ກອງ​ທັບ ຢູ​ເຄ​ຣນ ໄດ້​ຍຶດ​ຄືນບາງ​ເຂດ​ແດນ, ໃນ​ຂະ​ນະ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ຍອມ​ຮັບ​ວ່າ “ດ້ວຍ​ໜ່ວຍ​ລົດ​ຖັງ​ທີ່​ແຂງ​ແກ່ນກວ່າ,” ຢູ​ເຄ​ຣນ ສາ​ມາດ​ທີ່​ຈະ​ເຈາະເລິກ​ເຂົ້າໄປ ​ໃນ​ການ​ປ້ອງ​ກັນ​ຂອງ​ພວກ​ເຮົາ.”

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ປະ​ຈຳ​ທຸກ​ຄືນ​ຂອງ​ທ່ານ​ເມື່ອ​ວັນ​ຈັນ​ວານນີ້​ວ່າ ກອງ​ທັບ​ຂອງ ຢູ​ເຄ​ຣນ ໄດ້​ເຄື່ອນ​ໄຫວ​ໄປ​ຕໍ່​ ດ້ວຍ​ຄວາມ​ກ້າວ​ໜ້າ​ຂອງ​ເຂົາ​ເຈົ້າ. ແລະ ໂດຍ​ປາ​ສະ​ຈາກ​ການ​ໃຫ້​ລາຍ​ລະ​ອຽດ​ໃດ​ໆ​ນັ້ນ, ທ່ານ​ໄດ້​ກ່າວ​ວ່າ ກອ​ງ​ທັບ​ບົກ​ໄດ້​ຍຶດ​ຄືນ​ເມືອງ​ຕ່າງໆ​ໃນຫຼາຍ​ເຂດ.

ທ່ານ​ໄດ້​ກ່າວ​ວ່າ “ສູນ​ກາງ​ປະ​ຊາ​ກອນ​ໃໝ່ ແມ່ນ​ໄດ້​ຖືກ​ປົດ​ປ່ອຍ​ ໃນຫຼາຍ​ພາກ​ພື້ນ. ກາ​ນ​ຕໍ່​ສູ້​ຢ່າງ​ໜັກ​ແມ່ນ​ກຳ​ລັງ​ດຳ​ເນີນ​ຢູ່ຫຼາຍ​ພາກ​ສ່ວນ​ຂອງ​ແນວ​ໜ້າ.”

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ​ວ່າ ​ກອງ​ກຳ​ລັງ​ຂອງ​ທ່ານ​ໃນ​ພາກ​ພື້ນ​ເຄີ​ສັນ ໄດ້​ປົດ​ປ່ອຍ​ເມືອງ ອາ​ຄານ​ແຮ​ລ​ສ​ເກ (Arkhanhelske) ແລະ ມາຍຣິວ​ບິບ​ກາ (Myriubivka).

ແຕ່​ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ກອງ​ທະ​ຫານ​ຂອງ ມົ​ສ​ກູ “ໄດ້​ຄອບ​ຄອງ​ຖັນ​ແຖວ​ການ​ປ້ອງ​ກັນ​ກ່ອນ​ການ​ກະ​ກຽມ ແລະ ສືບ​ຕໍ່​ສ້າງ​ຄວາມ​ເສຍ​ຫາຍ​ຂະ​ໜາດ​ໃຫຍ່” ຕໍ່​ກອງ​ກຳ​ລັງ ກີຢິບ. ເຄີ​ສັນ ແມ່ນ​ນຶ່ງ​ໃນ​ສີ່​ພາກ​ພື້​ນ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ເຂົ້າ​ຄອບ​ຄອງ​ຢ່າງ​ຜິດ​ກົດ​ໝາຍ​ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ.

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສກອງ​ທັບ ສະ​ຫະ​ລັດ ທ່ານ​ນຶ່ງ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ​ສະ​ຫະ​ລັດ ເຫັນ​ການ​ຕໍ່​ສູ້​ຢ່າງ​ໜັກ​ໄດ້​ກຳ​ລັງ​ດຳ​ເນີນ​ຢູ່​ ໃນ​ຂະ​ນະ​ທີ່ກອງ​ກຳ​ລັງ ຣັດ​ເຊຍ ພະ​ຍາ​ຍາມ​ທີ່​ຜັກ​ດັນ​ໄປ​ພາກ​ຕາ​ເວັນ​ຕົກ, “ແຕ່ບໍ່​ມີ​ການ​ປ່ຽນ​ແປງ​ທີ່​ສຳ​ຄັນ​ຢູ່​ພາກ​ພື້ນ​ດິນ ໃນ​ຂະ​ນະ​ທີ່ກອງ​ກຳ​ລັງ​ ຢູ​ເຄ​ຣນ ສືບ​ຕໍ່​ທີ່​ຈະ​ຮັກ​ສາ​ຕຳ​ແໜ່ງ​ໄວ້.”

ໃນ​ນະ​ຄອນຫຼວງ ມົ​ສ​ກູ, ສະ​ພາ​ຕ່ຳ​ຂອງ​ສະ​ພາ​ແຫ່ງ​ຊາດ ຣັດ​ເຊຍ ໄດ້​ຮັບ​ຮອງເອົາຫຼາຍ​ສົນ​ທິ​ສັນ​ຍາ ​ດ້ວຍການ​ຈ້ຳ​ກາ​ຢາງ ສຳ​ລັບ​ສີ່​ພາກ​ພື້ນ​ຂອງ ຢູ​ເຄ​ຣນ ເພື່ອ​ຮວມ​ເຂົ້າກັບ ຣັດ​ເຊຍ, ເຊິ່ງ​ສະ​ພາ​ສູງ​ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ເຮັດ​ໃນ​ວັນ​ອັງ​ຄານມື້ນີ້.

ອ່ານ​ຂ່າວນີ້​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG