ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຕີໝາຍເລກນຶ່ງຂອງຢູເຄຣນ ຮ້ອງ​ຂໍ ລະບົບປ້ອງກັນທາງອາກາດເພີ້ມອີກ ຈາກ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ ຂອງ​ສຫ​ລ


ສະຕີໝາຍເລກນຶ່ງຂອງຢູເຄຣນ, ທ່ານນາງໂອເລນາ ເຊເລັນສ໌ກາກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ມາ​ຊິກ​ຂອງ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດຢູ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ ໃນ​ວັນ​ທີ 20 ກໍ​ລະ​ກົດ, 2022.
ສະຕີໝາຍເລກນຶ່ງຂອງຢູເຄຣນ, ທ່ານນາງໂອເລນາ ເຊເລັນສ໌ກາກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ມາ​ຊິກ​ຂອງ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດຢູ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ ໃນ​ວັນ​ທີ 20 ກໍ​ລະ​ກົດ, 2022.

ສະ​ຕີ​ໝາຍ​ເລກ​ນຶ່ງ​ຂອງ​ຢູ​ເຄຣນ, ທ່ານ​ນາງ​ໂອ​ເລ​ນາ ເຊ​ເລັນ​ສ໌​ກາ (Olena Zelenska) ໃນ​ວັນ​ພຸດ​ວານ​ນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ຮູບ​ພາບ​ຂອງ​ຜູ້​ເສຍ​ຊີ​ວິດ​ຈາກ​ສົງ​ຄາມ​ຣັດ​ເຊຍ ​ໃນ​ປະ​ເທດ​ຂອງທ່ານ​ນາງ ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສະ​ຫະ​ລັດ ໃນ​ການ​ຮ້ອງ​ຂໍເອົາ​ການ​ສະ​ໜອງ​ລະ​ບົບ​ປ້ອງ​ກັນ​ທາງ​ອາ​ກາດ​ເພີ້ມອີກ ​ດ້ວຍ​ຄວາມເວົ້າໜ້າສະເທືອນ​ໃຈ​ ເພື່ອຈະເອົາ​ໄປຕ້ານ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງມົສ​ກູ.

ທ່ານ​ນາງເຊ​ເລັນ​ສ໌​ກາ ສະແດງໃຫ້ເຫັນໃບຫນ້າຂອງນາງ​ລີ​ຊາ (Liza), ເດັກ ນ້ອຍທີ່ກຳ​ລັງຮຽນຍ່າງ ທີ່ຖືກຂ້າຕາຍໃນການໂຈມຕີດ້ວຍລູກສອນໄຟໃນຕົ້ນ ເດືອນນີ້ ຢູ່ໃນເມືອງວິນ​ນິດ​ເຊຍ (Vinnytsia), ນາງ​ອີ​ວາ (Eva) ອາຍຸ 5 ປີ, ຖືກປະໄວ້ຢູ່ໃນຊາກຫັກພັງຂອງຕຶກອາຄານທີ່ຖືກທໍາລາຍ, ແລະຜູ້ລອດຊີວິດ ຈາກສະ​ໜາມ​ມໍ​ລະ​ນະ​ຂອງ​ຄົນຢີວ ຫລື Holocaust ຖືກຂ້າຕາຍໃນນະ​ຄອນ​ຫລວງກີ​ຢິບ.

ທ່ານ​ນາງເຊ​ເລັນ​ສ໌​ກາ ກ່າວເປັນພາສາຢູ​ເຄ​ຣນໂດຍທີ່ມີແມ່ຍິງຄົນ​ນຶ່ງ​ແປ​ຄຳ​ປາ​ໄສເປັນພາ​ສາອັງ​ກິດ​ໃຫ້ທ່ານ​ນາງ​ວ່າ "ຂ້າ​ພະ​ເຈົ້າ ຢາກເວົ້າກັບບັນ​ດາ​ທ່ານໃນ​ນາມ​ທີ່ເປັນ​ສະ​ຕີ​ໝາຍ​ເລກ​ນຶ່ງ, ແຕ່ກໍ​ຍັງ​ໃນ​ນາມ​ທີ່ເປັນລູກສາວ ແລະ ເປັນແມ່ອີກ​". "ບໍ່ວ່າພວກເຮົາຈະໄດ້ຮັບໜ້າ​ທີ່ ແລະຕໍາແໜ່ງອັນໃດກໍ​ຕາມ ໃນຊີວິດຂອງພວກເຮົາ, ກ່ອນອື່ນໝົດ, ພວກເຮົາຍັງຄົງເປັນສ່ວນນຶ່ງຂອງຄອບຄົວຂອງພວກເຮົາສະເໝີ."

ທ່ານ​ນາງ​ກ່າວ​ວ່າ ບັນ​ດາ​ສະ​ຕີ​ໝາຍ​ເລກ​ນຶ່ງ ຕາມ​ປົກ​ກະ​ຕິ​ແລ້ວ ​ແມ່ນ “ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານດ້ານ​ສັນ​ຕິ​ພາບເປັນ​ການ​ສະ​ເພາະເລີຍ.” “ແຕ່​ວ່າ​ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ກ່ຽວ​ກັບວຽກ​ງານ​ສັນ​ຕິ​ພາບໄດ້​ແນວ​ໃດ ໃນເມື່ອສົງ​ຄາມ​ຮຸກ​ຮານກໍ່​ການ​ຮ້າຍ​ ແບບບໍ່​ໄດ້​ມີ​ການເກາະ​ຜິດ​ ກຳ​ລັງ​ໄດ້ກະ​ທົບໃສ່ປະ​ເທດຊາດ​ຂອງ​ຂ້າ​ພະ​ເຈົ້າ? ຣັດເຊຍກຳລັງທຳລາຍຊີ​ວິດປະຊາຊົນຂອງພວກເຮົາ.”

ທ່ານນາງເຊ​ເລັນ​ສ໌​ກາກ່າວວ່າ "ຂ້າ​ພະ​ເຈົ້າຂໍອາວຸດ - ອາວຸດທີ່ຈະບໍ່ຖືກໃຊ້ ເພື່ອເຮັດສົງຄາມຢູ່ໃນແຜ່ນດິນຂອງຜູ້ອື່ນ, ແຕ່ຈະ​ໃຊ້ເພື່ອປົກປ້ອງບ້ານ​ເຮືອນ ຂອງຄົນ ແລະສິດໃນ​ການປະກອບຊີວິດຢູ່ໃນບ້ານເຮືອນນັ້ນ." "ຂ້າ​ພະ​ເຈົ້າກໍາ ລັງຮ້ອງຂໍເອົາລະບົບປ້ອງກັນທາງອາກາດ ເພື່ອບໍ່ໃຫ້ລູກຈະຫຼວດຂ້າເດັກນ້ອຍ ຂະ​ນະ​ທີ່ນັ່ງຢູ່ໃນລໍ້ຍູ້ຂອງພວກເຂົາ ... ແລະຂ້າທັງຫມົດຄອບຄົວຂອງເຂົາ."

​ທ່ານນາງກ່າວຕໍ່​ໄປວ່າ“ ຂ້າ​ພະ​ເຈົ້າຢາກໃຫ້ຜູ້​ທີ່​ເປັນແມ່ ແລະເປັນພໍ່ທຸກຄົນ ນອນຫລັບຕາໄດ້ຢ່າງສະຫງົບໃຈ.”

ທ.ນ. Olena Zelenska, ສະ​ຕີ​ໝາຍ​ເລກ​ນຶ່ງ​ຂອງ​ຢູ​ເຄ​ຣນ ນຳ​ເອົາ​ພາບ​ຂອງ​ເດັກ​ນ້ອຍ​ທີ່​ໄດ້​ຮັບເຄາະ​ຮ້າຍ​ຈາກ​ການ​ຖິ້ມ​ລະ​ເບີດ​ຂອງ​ຣັດ​ເຊຍ ຂະ​ນະ​ທີ່​ທ່ານ​ນາງ​ກ່າວ​ຄຳ​ປາ​ໄສ​ຢູ່​ຫໍ​ລັດ​ຖະ​ສະ​ພາ​ຂອງ ສ​ຫລ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 20 ກໍ​ລະ​ກົດ, 2022.
ທ.ນ. Olena Zelenska, ສະ​ຕີ​ໝາຍ​ເລກ​ນຶ່ງ​ຂອງ​ຢູ​ເຄ​ຣນ ນຳ​ເອົາ​ພາບ​ຂອງ​ເດັກ​ນ້ອຍ​ທີ່​ໄດ້​ຮັບເຄາະ​ຮ້າຍ​ຈາກ​ການ​ຖິ້ມ​ລະ​ເບີດ​ຂອງ​ຣັດ​ເຊຍ ຂະ​ນະ​ທີ່​ທ່ານ​ນາງ​ກ່າວ​ຄຳ​ປາ​ໄສ​ຢູ່​ຫໍ​ລັດ​ຖະ​ສະ​ພາ​ຂອງ ສ​ຫລ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 20 ກໍ​ລະ​ກົດ, 2022.

ທ່ານ​ນາງເຊ​ເລັນ​ສ໌​ກາ ແມ່ນຢູ່ໃນມື້ທີສາມຂອງການຢ້ຽມຢາມນະ​ຄອນ​ຫລວງ ວໍຊິງຕັນ, ຫຼັງຈາກໄດ້ພົບປະໃນວັນອັງຄານຜ່ານ​ມານີ້ ກັບສະຕີໝາຍເລກນຶ່ງ ຂອງສະຫະລັດ, ທ່ານນາງ​ຈີ​ລ ໄບ​ເດັນ ທີ່ທຳນຽບຂາວ ແລະລັດຖະມົນຕີການ ຕ່າງປະເທດ, ທ່ານແອນ​ໂທ​ນີ ບ​ລິງ​ເຄັນ ໃນວັນຈັນຜ່ານມາ.

​ສະ​ຕີ​ໝາຍ​ເລກ​ນຶ່ງສອງທ່ານນີ້ ​ໄດ້ພົບກັນຄັ້ງ​ຫລ້າ​ສຸດ​ແມ່ນ​ໃນ​ຕອນ​ໄປ​ຢ້ຽມ​ຢາມ ຂອງທ່ານນາງ​ໄບ​ເດັນ ຢູ່ພາກຕາ​ເວັນ​ຕົກ​ຂອງຢູ​ເຄ​ຣນໃນ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ, ໃນ​ເວ​ລາ​ທີ່​ພວກ​ເພິ່ນ​ໄປ​ຢ້ຽມ​ຢາມ​ໂຮງ​ຮຽນ ແລະໄປ​ເຮັດຂອງ​ຂວັນ​ວັນ​ແມ່ ຮ່ວມກັບ​ພວກ​ເດັກ​ນ້ອຍ​.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG