ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຕີໝາຍເລກນຶ່ງຂອງຢູເຄຣນ ຈະກ່າວຄຳປາໄສ ຕໍ່ສະມາຊິກສະພາສະຫະລັດ


ທ່ານນາງ ໂອເລນາ ເຊເລັນສກາ ພັນລະຍາຂອງປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກີ, ຂະນະທີ່ທ່ານນາງ ເດີນທາງໄປເຖິງ ຫໍພິພິທະພັນ ຜູ້ເຄາະຮ້າຍຂອງຄອມມິວນິສ ໃນນະຄອນຫຼວງວໍຊິງຕັນ ເພື່ອຮັບເອົາ ລາງວັນສິດທິມະນຸດຂອງຜູ້ເຫັນຕ່າງ ໃນນາມຂອງປະຊາຊົນຢູເຄຣນ ໃນວັນທີ 19 ກໍລະກົດ 2022.
ທ່ານນາງ ໂອເລນາ ເຊເລັນສກາ ພັນລະຍາຂອງປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກີ, ຂະນະທີ່ທ່ານນາງ ເດີນທາງໄປເຖິງ ຫໍພິພິທະພັນ ຜູ້ເຄາະຮ້າຍຂອງຄອມມິວນິສ ໃນນະຄອນຫຼວງວໍຊິງຕັນ ເພື່ອຮັບເອົາ ລາງວັນສິດທິມະນຸດຂອງຜູ້ເຫັນຕ່າງ ໃນນາມຂອງປະຊາຊົນຢູເຄຣນ ໃນວັນທີ 19 ກໍລະກົດ 2022.

ບັນດາສະມາຊິກສະພາສະຫະລັດ ມີກຳນົດຈະໄດ້ຮັບຟັງ ການໃຫ້​ຄວາມ​ເຫັນຈາກສະຕີໝາຍເລກນຶ່ງຂອງຢູເຄຣນ ທ່ານນາງໂອເລນາ ເຊເລັນສກາ ໃນວັນພຸດມື້ນີ້ ໃນຂະນະທີ່ທ່ານນາງກ່າວຄຳປາໄສ ຢູ່ທີ່ລັດຖະສະພາຫຼື Capitol Hill.

ສ່ວນປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວກ່ອນໜ້າການກ່າວຄຳປາໄສຂອງທ່ານນາງ ເຊເລັນສກາ ວ່າ ທ່ານນາງຈະກ່າວໃນນາມຂອງພວກແມ່ ແລະຍິງສາວທັງຫຼາຍຂອງຢູເຄຣນ.

ທ່ານປະທານາທິບໍດີ ເວົ້າວ່າ “ແລະຂ້າພະເຈົ້າເຊື່ອແທ້ໆ ວ່າ ມັນຈະຖືກຮັບຟັງໂດຍບັນດາຜູ້ທີ່ສາມາດຕັດສິນໃຈໄດ້ ຢູ່ໃນສະຫະລັດ.”

ປະທານສະພາຕ່ຳສະຫະລັດ ທ່ານນາງ ແນນຊີ ເພໂລຊີ ໄດ້ຊຸກຍູ້ບັນດາສະ ມາຊິກໝົດທຸກຄົນຂອງສະພາຕ່ຳ ແລະສະພາສູງ ໃຫ້ເຂົ້າຮ່ວມ ໂດຍກ່າວວ່າ ມັນຈະເປັນ “ຄວາມສຳຄັນ ແລະວາລະໂອກາດທີ່ຈະໄດ້ຟັງໂດຍກົງ ຈາກສະຕີ ໝາຍເລກນຶ່ງ ເຊເລັນສກາ ເພື່ອຮຽນຮູ້ຕື່ມອີກ ກ່ຽວກັບຈຳນວນຜູ້ເສຍຊີວິດຈາກການຮຸກຮານຂອງຣັດເຊຍ ແລະເພື່ອສະແດງຄວາມຮູ້ບຸນຄຸນຂອງພວກເຮົາ ຕໍ່ປະຊາຊົນຊາວຢູເຄຣນ ທີ່ພວກເຂົາຕໍ່ສູ້ເພື່ອປະຊາທິປະໄຕ.”

ທ່ານນາງເຊເລັນສກາ ໄດ້ພົບປະກັບສະຕີໝາຍເລກນຶ່ງຂອງສະຫະລັດ ທ່ານນາງຈີລ ໄບເດັນ ຢູ່ທີ່ທຳນຽບຂາວ ໃນວັນອັງຄານວານນີ້.

ທັງສອງທ່ານ ໄດ້ພົບພໍ້ກັນຄັ້ງສຸດທ້າຍ ໃນລະຫວ່າງການຢ້ຽມຢາມຂອງທ່ານນາງໄບເດັນ ທີ່ບໍ່ໄດ້ຖືກປະກາດ ໃນພາກຕາເວັນຕົກຂອງຢູເຄຣນ ເມື່ອເດືອນພຶດສະພາ ຊຶ່ງໃນຊ່ວງນັ້ນ ພວກເພິ່ນໄດ້ໄປຢ້ຽມຢາມໂຮງຮຽນແຫ່ງນຶ່ງ ແລະເຂົ້າຮ່ວມກັບພວກເດັກນ້ອຍ ຜູ້ທີ່ກຳລັງເຮັດຂອງຂວັນສຳລັບວັນແມ່.

ປະທານາທິບໍດີ ໂຈ ໄບເດັນ ໄດ້ມອບພວງດອກໄມ້ ໃຫ້ແກ່ສະຕີໝາຍເລກນຶ່ງຂອງຢູເຄຣນ - ທີ່ມີດອກຕາເວັນສີເຫຼືອງ ດອກໄຮດຣານເຢຍ ສີຟ້າ ແລະດອກເຜິ້ງສີຂາວ ອັນເປັນສີສັນຂອງທຸງຊາດຢູເຄຣນ.

ທຳນຽບຂາວ ໄດ້ກ່າວວ່າ ທ່ານນາງເຊເລັນສກາ ກຳລັງຢ້ຽມຢາມນະຄອນຫຼວງວໍຊິງຕັນ “ເພື່ອເນັ້ນໜັກເຖິງການສູນ​ເສຍຂອງມະນຸດ ໃນການຮຸກຮານຂອງຣັດເຊຍ ຕໍ່ຢູເຄຣນ. ພວກເຂົາເຈົ້າ ຈະປຶກສາຫາລືກັບສະຫະລັດ ກ່ຽວກັບການສືບ ຕໍ່ໃຫ້ການສະໜັບສະໜຸນຕໍ່ລັດຖະບານຢູເຄຣນ ແລະປະຊາຊົນຂອງຕົນ ຂະນະທີ່ພວກເຂົາປົກປ້ອງປະຊາທິປະໄຕຂອງພວກເຂົາ ແລະຮັບມືກັບຜົນກະທົບທີ່ໜັກໜ່ວງຕໍ່ມະນຸດ ຈາກສົງຄາມຣັດເຊຍ ຊຶ່ງຈະສຳຜັດໄດ້ ໃນອີກຫຼາຍປີຂ້າງໜ້າ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG